Sunday, May 25, 2025
Kbank Laos โอน รับ จ่าย

ແຈ້ງການດ່ວນ! ເລື່ອງ ທິດຊີ້ນຳການຮັບມືໃນການຕ້ານ ແລະ ແກ້ໄຂໄພນໍ້າຖ້ວມ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກແຈ້ງການສະບັບເລກທີ 1522/ຫສນຍ ລົງວັນທີ 04 ກັນຍາ 2019 ວ່າດ້ວຍ ທິດຊີ້ນຳການຮັບມືໃນການຕ້ານ ແລະ ແກ້ໄຂໄພນໍ້າຖ້ວມ.

ເນື່ອງຈາກໄລຍະນີ້ ໄດ້ເກີດມີສະພາບຝົນຕົກໜັກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນຢູ່ບັນດາແຂວງພາກໃຕ້ ເຮັດໃຫ້ລະດັບນໍ້າຂອງ ແລະ ບັນດາແມ່ນໍ້າສາຂາຢູ່ເຂດພາກໃຕ້ ໄດ້ຂຶ້ນກາຍເຂດອັນຕະລາຍ ແລະ ມີທ່າອ່ຽງລະດັບນໍ້າຍັງຈະສືບຕໍ່ເພີ່ມສູງຂຶ້ນອີກ.

ສະນັ້ນ, ຂໍໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ໃນທົ່ວປະເທດ ສຸມທຸກກຳລັງແຮງ ເພື່ອຕ້ານ ແລະ ການແກ້ໄຂນໍ້າຖ້ວມ ທີ່ກຳລັງຈະເກີດຂຶ້ນໃນປັດຈຸບັນ ແລະ ອາດຈະເກີດຂຶ້ນໜັກໜ່ວງໃນຊ່ວງລະດູຝົນນີ້ ໃຫ້ເອົາໃຈໃສ່ດັ່ງນີ້:

1. ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ມີມາດຕະການຕ່າງໃນການແກ້ໄຂໄພນໍ້າຖ້ວມ ທີ່ເກີດຂຶ້ນຢ່າງຮອບດ້ານ ແລະ ທັນການ. ພ້ອມນີ້ ກໍ່ຂໍໃຫ້ແຈ້ງເຕືອນໄປຍັງພໍ່ແມ່ປະຊາຊົນບັນດາເຜົ່າອຳນາດການປົກຄອງເມືອງ ແລະ ອົງການຈັດຕັ້ງທຸກພາກສ່ວນໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາແຂວງພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ເປັນເຈົ້າການໃນການເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ, ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ ເພື່ອໃຫ້ມີຜົນກະທົບໜ້ອຍທີ່ສຸດ,
2. ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ ເພື່ອແກ້ໄຂວຽກງານສຸກເສີນຮອບດ້ານ ທີ່ເກີດຂຶ້ນຍ້ອນໄພນໍ້າຖ້ວມໃຫ້ທັນສະພາບການ,
3. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບບັນດາແຂວງຕິດຕາມ ແລະ ແກ້ໄຂສະພາບເສັ້ນທາງເປ່ເພຍ້ອນຜົນກະທົບຈາກໄພນໍ້າຖ້ວມ ໃຫ້ທັນການ, ເດັດຂາດ ບໍ່ໃຫ້ການສັນຈອນຖືກຕັດຂາດ,
4. ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການຕິດຕາມ ແລະ ເຝົ້າລະວັງສະພາບການປ່ຽນແປງດິນຟ້າອາກາດຢ່າງເປັນປົກກະຕິ ແລະ ໃຫ້ມີການອອກແຈ້ງເຕືອນ ແລະ ແນະນຳປະຊາຊົນ ໃນຂົງເຂດທີ່ມີຄວາມສ່ຽງໃຫ້ມີສະຕິ ແລະ ຕິດຕາມການແຈ້ງສະພາບອາກາດເປັນປົກກະຕິ,
5. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມສະໝັບສະໝູນຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ແນວພັນ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ສາມາດຟື້ນຟູການຜະລິດ ແລະ ດຳລົງຊີວິດເປັນປົກກະຕິ,
6. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳບັນດາເຂື່ອນໄຟຟ້າ ເປັນເຈົ້າການຕິດຕາມລະດັບນໍ້າ ແລະ ບໍລິຫານຈັດການນໍ້າໃນອ່າງ ຂອງບັນດາເຂື່ອນຕ່າງໆ ແຕ່ຫົວທີ ເພື່ອຮັບປະກັນການປ່ອຍນໍ້າບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.