
ທ່ານ ມູນ ແຈອິນ ປະທານາທິບໍດີແຫ່ງ ສ ເກົາຫລີ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 12:15 ນາທີຂອງວັນທີ 5 ກັນຍາ 2019 ດ້ວຍຍົນພິເສດ ຂອງ ສ ເກົາຫລີ ເພື່ອຢ້ຽມຢາມທາງລັດຖະກິດ ຢູ່ສປປ ລາວ ໃນລະຫວ່າງວັນທີ 5-6 ກັນຍາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ໃຫ້ກຽດຕ້ອນຮັບ ໂດຍທ່ານ ຄຳເມິງ ພົງທະດີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ພ້ອມດ້ວຍຄະນະ.

ຂໍ້ມູນ ແລະ ຮູບພາບ: ຂ່າວສານປະເທດລາວ
Hits: 4