
ໝາລ່າ ແມ່ນເຄື່ອງເທດຊະນິດໜື່ງທີ່ມີລົດຊາດເຜັດ ເຊິ່ງມີຕົ້ນກໍາເນິດມາຈາກ ມົນທົນເສສວນ ປະເທດຈີນ. ສ່ວນຫຼາຍຄົນລາວອາດຄິດວ່າຄົນຈີນບໍ່ກິນເຜັດ ແຕ່ຕ້ອງຄິດໃໝ່ ເພາະຄົນເສສວນນີ້ລະ ເປັນຄົນທີ່ກິນເຜັດໄດ້ຢ່າງແທ້ຈີງ ເປັນຄວາມເຜັດທີ່ບໍ່ຄືໝາກເຜັດບ້ານເຮົາ ເອີ້ນສັ້ນໆວ່າ ເຜັດຈົນລິ້ນຊາ. ເຊິ່ງຄໍາວ່າ “ໝາ” ມີຄວາມໝາຍວ່າ ອາການຊາລິ້ນ ສ່ວນຄໍາວ່າ “ລ່າ” ໝາຍເຖິງ ຄວາມເຜັດ
ສ່ວນປະກອບຂອງໝາລ່າ ທີ່ເຮັດໃຫ້ມີລົດຊາດເຜັດຈົນລິ້ນຊາ ແມ່ນ: “ຮວາຈຽວ ຫຼື ໝາກແຄ່ນ” ທີ່ມີຮູບຮ່າງຄ້າຍຄືເມັດໝາກພິກໄທ. ເຊິ່ງສາມາດເອົາມາປຸງແຕ່ງອາຫານໄດ້ຫຼາຍປະເພດ ເປັນຕົ້ນແມ່ນ: ຕົ້ມ, ຂົ້ວ, ປີ້ງ,ຍໍາ ແລະ ທີ່ຄົນລາວນິຍົມກິນແມ່ນ ຍໍາຈີນ, ປີ້ງຈີນ ແລະ ຈຸ່ມຈີນ ທັງໝົດນີ້ລ້ວນແຕ່ມີສ່ວນປະກອບຂອງໝາລ່າ

ຄຸນປະໂຫຍດຂອງ “ຮວາຈຽວ ຫຼື ໝາກແຄ່ນ” ສ່ວນປະກອບຫຼັກຂອງໝາລ່າ
- ຊ່ວຍຂັບລົມໃນລໍາໄສ້
- ຊ່ວຍບັນເທົາອາການເປັນຫວັດ
- ແກ້ວິນຫົວ
- ນໍາໝາກແຄ່ນມາຕົ້ມນໍ້າດື່ມ ແກ້ໄອໄດ້
- ສຳລັບຜູ້ຍິງ ແມ່ນຊ່ວຍຂັບປະຈໍາເດືອນ
ແຕ່ຄວນກິນໃນປະລິມານທີ່ເໝາະສົມ ເພາະການກິນເຜັດຫຼາຍເກີນໄປອາດສົ່ງຜົນໃຫ້ກະເພາະເກິດກົດ ແລະ ເຮັດໃຫ້ແສບທ້ອງ ເຈັບທ້ອງ ແລະ ທີ່ສໍາຄັນຄວນເລືອກກິນເມນູທີ່ມີສານອາຫານຫຼາກຫຼາຍຈະດີທີ່ສຸດ.




ທ່ານ ນາງ ວິໄລວອນ ເຈົ້າຂອງຮ້ານປີ້ງຈີນ ທີ່ ບ້ານ ໜອງດ້ວງ ໄດ້ບອກກັບເຮົາວ່າ: ແມ່ຂາຍປີ້ງຈີນມາໄດ້ 5-6 ປີແລ້ວ. ເລີ່ມຂາຍທຳອິດແມ່ນບໍ່ໄດ້ຮຽນການເຮັດປີ້ງຈີນມາກ່ອນ ແຕ່ອາໃສການເກັບກໍາວິທິການເຮັດຈາກຮ້ານປີ້ງຈີນທີ່ຄົນຈີນຂາຍ ແລ້ວມາປັບສູດທີ່ຄົນລາວກິນໄດ້ ເປັນຕົ້ນແມ່ນ: ໃສ່ໝາກແຄ່ນນ້ອຍລົງ ຫຼື ບາງຄົນບໍ່ມັກ ກໍ່ບໍ່ໃສ່ເລີຍ. ການຂາຍປີ້ງຈີນ ບໍ່ແມ່ນທຸກຄົນກໍ່ຂາຍໄດ້ ເພາະຕ້ອງໄດ້ອາໃສຄວາມອົດທົນ ແລະ ພິຖີພິຖັນໃນການຂົ້ວເຄື່ອງເທດຕ່າງໆ ເພາະຫົວໃຈຂອງປີ້ງຈີນແມ່ນເຄື່ອງເທດ. ສໍາລັບເຄື່ອງເທດທັງໝົດ ເປັນຕົ້ນແມ່ນ: ໝາກແຄ່ນ, ໝາກເຜັດ, ໝາກງາ ແລະ ອື່ນໆແມ່ນທາງຮ້ານໄດ້ຂົ້ວເອງທຸກຂັ້ນຕອນ ແລະ ເຄື່ອງປີ້ງແມ່ນຕ້ອງສົດ ແລະ ສະອາດທຸກມື້.

Hits: 22