ທ່ານ ບຸນທອງ ຈິດມະນີ ຕ້ອນຮັບຄະນະຜູ້ແທນ ຄະນະກວດກາລະບຽບວິໄນສູນກາງພັກ ກອມມູນິຈີນ

ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວ ໜ້າອົງການຕ້ານການ ສໍ້ລາດບັງ ຫຼວງຂັ້ນສູນກາງ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ລາ ຢີຟານ ຫົວໜ້າກົມຮ່ວມມືສາ ກົນຄະນະກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ພ້ອມ ດ້ວຍຄະນະ.

ໃນໂອກາດທີ່ເດີນ ທາງມາເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມວຽກ ງານກໍ່ສ້າງໂຄງການທາງລົດ ໄຟລາວ-ຈີນ ໃຫ້ເປັນ ໂຄງການ ໂປ່ງໃສຂາວສະອາດ ຄັ້ງທີ IV ໃນລະຫວ່າງວັນທີ 1-3 ກັນຍາ 2019 ຢູ່ສປປ ລາວ.

ເຊິ່ງກ່ອນ ອື່ນທ່ານ ລາຢີຟານ ໄດ້ລາຍງານການເຄື່ອນໄຫວເຮັດວຽກຮ່ວມ ກັບບໍລິສັດທາງລົດໄຟລາວ-ຈີນ, ບັນດາບໍລິສັດຮັບເໝົາຕ່າງໆ, ອົງ ການກວດກາລັດຖະບານລາວ ແລະ ໝາກຜົນຂອງການເຂົ້າຮ່ວມ ກອງປະຊຸມວຽກງານກໍ່ສ້າງໂຄງ ການທາງລົດໄຟລາວ-ຈີນ ໃຫ້ເປັນໂຄງການໂປ່ງໃສ ຄັ້ງທີ IV ໃຫ້ທ່ານຮອງນາຍົກຊາບ.

ໂອກາດນີ້ ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະຜູ້ແທນ, ຄະນະກວດກາລະ ບຽບວິໄນພັກກອມ ມູນິດຈີນ ທີ່ໄດ້ເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ອັນເປັນການເສີມສ້າງສາຍພົວພັນທີ່ດີລະຫວ່າງ ສອງພັກ-ສອງລັດ,.

ທັງເປັນການສະແດງເຖິງຄວາມ ເອົາໃຈໃສ່ຂອງທັງສອງຝ່າຍໃນ ການຊຸກຍູ້ສົ່ງເສີມໃຫ້ໂຄງການ ກໍ່ສ້າງທາງລົດ ໄຟລາວ-ຈີນ ໃຫ້ ກາຍເປັນໂຄງການໂປ່ງໃສ ຂາວ ສະອາດຢ່າງແທ້ຈິງ; ອັນຈະນໍາເອົາຜົນປະໂຫຍດ, ຄວາມຜາ ສຸກມາໃຫ້ປະຊາຊົນສອງຊາດ ລາວ-ຈີນ ໃນອະນາຄົດ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...