Thursday, January 23, 2025

ລັດຖະບານຈີນ ຊ່ວຍຍົກລະດັບ ແລະ ປັບປຸງໂທລະພາບແຫ່ງຊາດລາວ ຊ່ອງ 3

ຢູ່ໂທລະພາບແຫ່ງຊາດລາວ ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ໂຄງການປັບປຸງ-ຍົກລະດັບ ດ້ານໂທ ລະພາບແຫ່ງຊາດລາວ ຊ່ອງ 3. ໂຄງການດັ່ງກ່າວໄດ້ຍົກລະດັບ ແລະ ປັບປຸງຫ້ອງສະຕູດີໂອ, ອຸປະກອນຕັດຕໍ່, ການຖ່າຍທໍາ, ການອອກອາກາດ, ການຖ່າຍທອດສົດລະບົບ HD, ອຸປະກອນຖ່າຍທຳແລະ ອື່ນໆ, ນອກນີ້ ຍັງຈະດຳເນີນການຮ່ວມມືທາງດ້ານເຕັກນິກເປັນເວລາ 3 ປີ.

ຈາກໂຄງການດັ່ງກ່າວ, ໂທລະພາບ ຊ່ອງ 3 ຈະໄດ້ຫັນຈາກລະບົບອານາລ໊ອກ ເປັນລະບົບ ດີຈີຕອນ, ເຊິ່ງໄດ້ມາດຕະຖານ ແລະ ເປັນລະດັບແຖວໜ້າຂອງໂລກ.

ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກ່າວວ່າ:

ໂຄງການຍົກລະດັບທາງດ້ານເຕັກ ນິກໂທລະພາບແຫ່ງຊາດລາວ ຊ່ອງ 3 ແມ່ນໝາກຜົນຂອງການພົວພັນທີ່ດີລະຫວ່າງປະຊາຊົນສອງຊາດ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ຍ້ອນການຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຂອງສອງພັກ-ສອງລັດ ເຊິ່ງໂຄງການດັ່ງກ່າວນີ້ເປັນການປະກອບສ່ວນອັນສໍາຄັນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ.

ການຊ່ວຍເຫລືອຂອງລັດຖະບານຈີນ ໃນຄັ້ງນີ້ ເປັນການຊ່ວຍຍົກລະດັບ ແລະ ປັບປຸງອຸປະກອນເຕັກນິກ ຂອງໂທລະພາບ ຊ່ອງ 3 ຈາກລະບົບ SD ໃຫ້ເປັນ HD ເວົ້າລວມເວົ້າສະເພາະກໍ່ແມ່ນການຍົກລະດັບຄຸນນະພາບໃຫ້ແກ່ວຽກງານສື່ມວນຊົນລາວ ໂດຍສະເພາະແມ່ນຄຸນນະພາບດ້ານເຕັກນິກໃຫ້ແກ່ໂທລະພາບແຫ່ງຊາດລາວ ໃຫ້ດີຂຶ້ນເລື່ອຍໆ. ສະນັ້ນ, ທາງໂທລະພາບແຫ່ງຊາດລາວ ຈະນໍາໃຊ້ອຸປະກອນເຕັກນິກນີ້ໃຫ້ເກີດປະໂຫຍດ ແລະ ຈະນໍາໃຊ້ໃຫ້ເກີດດອກອອກຜົນອັນສູງສຸດ.

ທ່ານ ຫວາງ ຊີຮຸ່ຍ ທີ່ປຶກສາເສດຖະກິດການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ:

ໂຄງການຊ່ວຍເຫລືອຍົກລະດັບ ແລະ ປັບປຸງໂທລະພາບແຫ່ງຊາດລາວ ຊ່ອງ 3 ເປັນອີກໂຄງການໜຶ່ງທີ່ສຳຄັນທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ແລະ ເປັນອີກສັນຍາລັກໜຶ່ງແຫ່ງຈິດໃຈມິດຕະ ພາບ ລະຫວ່າງປະຊາຊົນສອງຊາດຈີນ-ລາວ ກໍຄືການພົວພັນຮ່ວມມືລະຫວ່າງສອງປະເທດຈີນ-ລາວ.

ເຊື່ອໝັ້ນວ່າ ການມອບ-ຮັບ ໂຄງການດັ່ງກ່າວຈະເປັນການຂຽນປະຫວັດສາດໜ້າໃໝ່ ຂອງການຮ່ວມມືທາງດ້ານສື່ມວນຊົນ ລະຫວ່າງສອງປະເທດຈີນ-ລາວ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ