Thursday, January 23, 2025

ເຮຍ ເກຍ ໂລມາຄຳ ມອບເຄື່ອງຊ່ວຍປະຊາຊົນຖືກນໍ້າຖ້ວມ 37,19 ລ້ານກີບ

ໂຮງງານຜະລິດນໍ້າດື່ມ ແລະນໍ້າກ້ອນໂລມາຄຳ ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມພາຍໃນແຂວງສະ ຫວັນນະ ເຂດ ຊຶ່ງໄດ້ມອບນໍ້າດື່ມ ແລະໝີ່ສຳເລັດ ຮູບໃຫ້ເມືອງຈຳພອນມູນຄ່າ 16 ລ້ານ ກີບ, ໃຫ້ເມືອງຊົນນະບູລີ 15 ລ້ານ ກີບ, ໃຫ້ເມືອງສອງຄອນ 3,31 ລ້ານ ກີບ, ໃຫ້ກູ້ໄພແຂວງສະຫວັນນະເຂດ 1,52 ລ້ານກີບ ແລະໃຫ້ເຂດເສດຖະກິດພິເສດສະຫວັນເຊໂນ 1,36 ລ້ານກີບ ລວມມູນຄ່າທັງໝົດ 37,19 ລ້ານກີບ.

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງ ໂຮງງານຜະລິດນໍ້າດື່ມ ແລະນໍ້າກ້ອນ ໂລມາຄຳກ່າວວ່າ:

ໂຮງງານຂອງພວກ ເຮົາຕັ້ງຢູ່ບ້ານລັດຕະນະລັງສີໃຕ້ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະ ເຂດພາຍຫຼັງທີ່ໄດ້ດຳເນີນທຸລະກິດແຕ່ປີ 1988 ເປັນຕົ້ນມາກໍ່ໄດ້ປະກອບສ່ວນຢ່າງຕັ້ງໃຈໃນການຊ່ວຍເຫຼືອສັງຄົມເປັນຕົ້ນແມ່ນການມີສ່ວນຮ່ວມດ້ວຍການນຳໃຊ້ທຶນຕົນເອງ 15 ຕື້ກວ່າກີບ.

ປະຕິບັດຫຼາຍກິດຈະກຳ ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນຄົນຂໍທານໃນ 2 ບ້ານຄື ບ້ານຄຳປະແໜ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ຈົນກາຍ ເປັນຜູ້ຮູ້ສ້າງຢູ່ທຳກິນສາມາດມີບ່ອນທຳມາຫາກິນທີ່ສະດວກ, ມີບ່ອນທີ່ຢູ່ ອາໄສ, ອອກແຮງງານກັບທີ່ ເພື່ອໃຫ້ກຸ້ມ ຢູ່ກຸ້ມກິນ ແລະຍືນຍົງແຕ່ທີ່ສຳຄັນຄືສາມາດລຶບລ້າງຄົນຂໍທານໃນ 2 ບ້ານ ດັ່ງກ່າວ.

ແຫຼ່ງຂໍ້ມູນ: Laos 360°C / ລາວ 360 ອົງສາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ