
ຈາກເຫດການນໍ້າຖ້ວມໃນລະຫວ່າງວັນທີ 1 – 5 ກັນຍາ 2019 ທີ່ຜ່ານມາ. ໄດ້ສົ່ງຜົນກະທົບ ເປັນບໍລິເວນກວ້າງ ໃນນັ້ນ ເມືອງສາລະວັນ ຖຶກຜົນກະທົບຈໍານວນ 93 ບ້ານ ແລະ ຖ້ວມໜັກໜ່ວງແມ່ນ 42 ບ້ານ. ສຸກສາລາເສຍຫາຍ 9 ແຫ່ງ, ໂຮງຮຽນ 68 ແຫ່ງທີ່ຍັງບໍ່ສາມາດເປີດສອນໄດ້. ນອກຈາກນີ້ຍັງສົ່ງຜົນກະທົບຕໍ່ກັບ ບ້ານເຮືອນ ໄຮ່ນາຮົ້ວສວນ ສັດລ້ຽງ ຂອງປະຊາຊົນ ທີ່ຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້.

ມາຮອດປະຈຸບັນ ທາງເມືອງໄດ້ເຂົ້າໄປຊ່ວຍເຫຼືອປະຊາຊົນຈໍານວນໜື່ງແລ້ວ. ແຕ່ເນື່ອງຈາກໄດ້ຮັບຜົນກະທົບຫຼາຍ ທາງເມືອງຈືງຍັງມີຄວາມຕ້ອງການເຄື່ອງຊ່ວຍເຫຼືອຕ່າງໆຕື່ມອີກ.

ຈາກການໃຫ້ສຳພາດຂອງ ທ່ານ ທຶງ ຈອມມະນີ ເຈົ້າເມືອງ ເມືອງສາລະວັນ ທ່ານໄດ້ກ່າວວ່າ: ຈາກເຫດການນໍ້າຖ້ວມໃນລະຫວ່າງວັນທີ 1-5 ກັນຍາ 2019 ທີ່ຜ່ານມາ. ໄດ້ສົ່ງຜົນກະທົບຕໍ່ກັບ ເຮືອນຊານ ໄຮ່ນາ ແລະ ຊັບສິນຂອງປະຊາຊົນເປັນຈໍານວນຫຼາຍ.
ທ່ານຍັງກ່າວຕື່ມອີກວ່າ: ທາງເມືອງ ສາລະວັນ ຍັງມີຄວາມຕ້ອງການ ການຊ່ວຍເຫຼືອ ບໍ່ວ່າຈະເປັນ ເຂົ້າສານ, ໝີ່, ປາກະປ່ອງ, ນໍ້າດື່ມ, ຢາປິນປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ປື້ມການຮຽນ ການສອນຕ່າງໆທີ່ຈໍາເປັນ. ສະນັ້ນຈື່ງແຈ້ງມາຍັງ ຜູ້ຕ້ອງການຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຫ້າງຮ້ານຕ່າງໆ ທີ່ຢາກຈະຊ່ວຍເຫຼືອ ແມ່ນສາມາດເຂົ້າມາບໍລິຈາກໄດ້ ເຊິ່ງຈຸດຮັບບໍລິຈາກແມ່ນຢູ່: ຫ້ອງການປົກຄອງເມືອງ, ບ້ານ ໜອງຂາມ, ບ້ານ ກະຊະ, ບ້ານ ໜອງໃສ ແລະ ບ້ານ ແສນວັງໃຫ່ຍ ຫຼື ສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 020 55556737
ແລະ ສຸດທ້າຍແມ່ນຂໍຂອບໃຈມາຍັງທຸກພາກສ່ວນ ທີ່ໄດ້ຮ່ວມກັນບໍລິຈາກທັງ ເຄື່ອງອຸປະໂພກ ແລະ ບໍລິໂພກ.

Hits: 9