ຂໍຂອບໃຈນຳຜູ້ສະໜັບສະໜູນ

ພິ­ທີ​ມອບ​ປື້ມ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ຂອງ ສປປ ລາວ ຈັດ​ຂຶ້ນ​ທີ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ມອບ​ໂດຍ​ທ່ານ ເນ​ເວັນ ມິ​ມິ​ຊາ ກຳ­ມາ​ທິ​ການ​ສະ­ຫະ­ພາບ​ເອີ​ຣົບ​ການ​ຮ່ວມ​ມື​ສາ­ກົນ ແລະ ການ​ພັດ­ທະ­ນາ ທ່ານ​ນາງ ພໍ​ເລັດຕ໌ ເລ​ເນິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຮ່ວມ​ມື​ເພື່ອ​ການ​ພັດ­ທະ­ນາ ແລະ ວຽກ​ງານ​ມະ­ນຸດ­ສະ­ທຳ ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ລຸກ​ຊຳ​ບວກ ແລະ ກ່າວ​ຮັບ​ໂດຍ​ທ່ານ ໄຊ​ສີ ສັນ­ຕິ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຍຸ­ຕິ​ທຳ ມີ​ຜູ້­ຕາງ­ໜ້າ​ສະ­ຖານ­ທູດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ​ປະ­ຈຳ​ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ໄຊ​ສີ ສັນ­ຕິ​ວົງ ກ່າວ​ວ່າ:

ໄລ­ຍະ​ຜ່ານ​ມາ​ສ້າງ​ກົດ­ໝາຍ ແລະ ປະ­ມວນ​ກົດ­ໝາຍ ໂດຍ​ສະ­ເພາະ​ການ​ສ້າງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ໄດ້​ກາຍ­ເປັນ​ເຄື່ອງ­ມື​ໃນ​ການ​ຄຸ້ມ​ຄອງ​ລັດ ແລະ ຄຸ້ມ​ຄອງ​ເສດ­ຖະ­ກິດ-ສັງ­ຄົມ​ຢ່າງ​ມີ​ຜົນ​ສັກ­ສິດ ກົດ­ໝາຍ​ອາ­ຍາ​ແຫ່ງ ສປປ ລາວ ໄດ້​ຖືກ​ຮັບ­ຮອງ​ເອົາ​ໂດຍ​ສະ­ພາ​ແຫ່ງ​ຊາດ​ໃນ​ເດືອນ​ພຶດ­ສະ­ພາ 2017 ແລະ ມີ​ຜົນ​ບັງ­ຄັບ​ໃຊ້​ວັນ​ທີ 1 ພະ­ຈິກ 2018 ກົດ­ໝາຍ​ດັ່ງ­ກ່າວ​ມີ​ຈຸດ­ປະ­ສົງ​ເພື່ອ​ຮັບ­ປະ­ກັນ​ການ​ລົງ­ໂທດ​ຕໍ່​ການ​ກະ­ທຳ​ຜິດ​ແມ່ນ​ມີ​ຄວາມ​ກົມ­ກຽວ ແລະ ມີ​ຈຸດ­ປະ­ສົງ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ຂອງ​ລັດ​ເຊັ່ນ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຈົ້າ​ໜ້າ­ທີ່​ສືບ­ສວນ-ສອບ​ສວນ ໄອ​ຍະ​ການ ແລະ ຜູ້​ພິ­ພາກ­ສາ​ເພື່ອ​ອ້າງ​ອີງ ແລະ ປະ­ຕິ­ບັດ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ເປັນ​ກົດ­ໝາຍ​ອາ­ຍາ​ສະ­ບັບ​ທຳ​ອິດ​ທີ່​ນຳ​ໃຊ້​ໃນ​ປະ­ເທດ​ລາວ  ເພາະ​ບໍ່​ພຽງ​ໄດ້​ປັບ­ປຸງ​ກົດ­ໝາຍ​ອາ­ຍາ​ປີ 2005 ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເອົາ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ການ​ລົງ­ໂທດ​ຂອງ​ກົດ­ໝາຍ​ອີກ 20 ສະ­ບັບ ເຊິ່ງ​ລວມ​ເອົາ​ຫຼາຍ​ຫົວ­ຂໍ້​ຈາກ​ກົດ­ໝາຍ​ການ​ຄ້າ ກົດ­ໝາຍ​ແມ່­ຍິງ ແລະ ເດັກ­ນ້ອຍ ກົດ­ໝາຍ​ສຸ­ຂະ­ພາບ ແລະ ກົດ­ໝາຍ​ສິ່ງ­ແວ­ດລ້ອມ​ມາ​ເປັນ​ກົດ­ໝາຍ​ດຽວ ກົດ­ໝາຍ​ສະ­ບັບ​ນີ້​ໄດ້​ປັບ­ປຸງ​ໂດຍ​ສະ­ເພາະ​ການ​ປັບ​ໃໝ​ເພີ່ມ​ເຕີມ ຫຼື ກຳ­ນົດ​ການ​ກະ­ທຳ​ເພີ່ມ​ເຕີມ​ທີ່​ປະ­ກອບ​ເປັນ​ການ​ກະ­ທຳ​ຜິດ ປະ­ມວນ​ກົດ­ໝາຍ​ອາ­ຍາ​ນີ້ ປະ­ກອບ​ມີ 3 ພາກ ຄື:

ພາກ​ທີ 1 ພາກ​ທົ່ວ​ໄປ ພາກ​ທີ 2 ພາກ​ສະ­ເພາະ ແລະ ພາກ​ທີ 3 ບົດ​ບັນ­ຍັດ​ສຸດ​ທ້າຍ ລວມ​ມີ 425 ມາດ­ຕາ ໂດຍ​ອີງ​ຕາມ​ມາດ­ຕາ 80 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິ­ຕິ​ກຳ ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ຖືກ​ຈັດ​ພິມ​ລົງ​ໃນ​ຈົດ­ໝາຍ­ເຫດ​ທາງ​ລັດ​ຖະ​ການ​ລະ­ບົບ​ເອ​ເລັກ​ໂຕຣ​ນິກ ໃນ​ວັນ​ທີ 17 ຕຸ­ລາ 2018.

ການ​ສະ­ໜັບ­ສະ­ໜູນ​ຂອງ​ສະ­ຫະ­ພາບ​ເອີ​ຣົບ​ຕໍ່​ກະ­ຊວງ​ຍຸ­ຕິ​ທຳ ສຳ­ລັບ​ການ​ປະ­ຕິ­ບັດ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລົງ­ໂທດ​ສ່ວນ​ໃຫຍ່​ແມ່ນ​ຜ່ານ​ໂຄງ­ການ “GPAR” ເຊິ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂດຍ​ອົງ­ການ UNDP ໃນ​ປີ 2014-2017 ໂດຍ​ຜ່ານ​ໂຄງ­ການ “ການ​ມີ​ສ່ວນ​ຮ່ວມ​ຂອງ​ພົນ­ລະ­ເມືອງ​ເພື່ອ​ການ​ປົກ­ຄອງ​ທີ່​ດີ ຄວາມ​ຮັບ­ຜິດ­ຊອບ ແລະ ກົດ­ໝາຍ” (CEGGA) ແລະ ໂຄງ­ການ LAO/031 ເຊິ່ງ​ສະ­ຫະ­ພາບ​ເອີ​ຣົບ ແລະ ລຸກ​ຊຳ​ບວກ​ສືບ­ຕໍ່​ສະ­ໜັບ­ສະ­ໜູນ​ຢ່າງ​ຫ້າວ­ຫັນ ລວມ​ທັງ​ຜ່ານ​ການ​ເຜີຍ­ແຜ່​ກົດ­ໝາຍ​ໂດຍ​ການ​ພິມ​ປື້ມ​ກົດ­ໝາຍ​ດັ່ງ­ກ່າວ​ອອກ​ຄັ້ງ​ນີ້​ຫຼາຍ​ກວ່າ 16.000 ສະ­ບັບ ແລະ ຈະ​ຖືກ​ຈັດ​ຕັ້ງ​ເຜີຍ­ແຜ່​ໃນ​ທົ່ວ​ປະ­ເທດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້