ຂໍຂອບໃຈນຳຜູ້ສະໜັບສະໜູນ

“ໝໍນ້ອຍ” ເປັນໄມ້ເຄືອທີ່ມີເນື້ອໄມ້ແຂງ, ມີຂົນທົ່ວໄປ, ມີຮາກສະສົມອາຫານຢູ່ໃຕ້ດີນຂະໜາດໃຫຍ່. ໃບເປັນໃບດ່ຽວ, ຈັບແບບສະລັບ, ມີຫຼາຍຮູບແບບເຊັ່ນ: ຮູບຫົວໃຈ, ຮູບໄຕ, ຮູບກົມ, ຮູບໄຂ່ກວ້າງ, ກວ້າງ 5-12 ຊມ, ຍາວ 5-11 ຊມ, ປາຍໃບມົນ ຫຼື ຮຽວແຫຼມ, ໂຄນໃບກົມຕັດ, ຫຼື ຮູບຫົວໃຈ, ຂອບໃບລຽບ, ເນື້ອບາງຄ້າຍເຈ້ຍ, ມີຂົນນຸ່ມສັ້ນກະຈາຍ, ທັ້ງຫຼັງໃບ ແລະ ທ້ອງໃບ, ໃບເມື່ອຍັງອ່ອນຈະມີຂົນອ່ອນນຸ່ມປົກຄຸມຢູ່ທັງສອງດ້ານ ແລະ ຕາມຂອບໃບ ແຕ່ຈະລົ້ນໄປເມື່ອໃບແກ່, ເສັ້ນໃບອອກຈາກໂຄນໃບຮູບຝ່າມື, ກ້ານໃບຍາວ 2-9 ຊມ, ຂົນນຸ່ມສັ້ນ, ເກືອບກ້ຽງ.

ດອກອອກເປັນຊໍ່ສີຂາວ, ຂະໜາດນ້ອຍ, ດອກແຍກເພດ ແລະ ຢູ່ຕ່າງເຄືອ,ມີຂົນນຸ່ມສັ້ນ, ອອກ, ກ້ານຊໍ່ດອກແຕກຂະແໜງ, ປະກອບດ້ວຍກະຈຸກຢູ່ຕາມງ່າມໃບປະດັບ, ໃບປະດັບກົມ ແລະ ຂະຫຍາຍໃຫຍ່ຂື້ນ

ໃບຂອງເຄືອໝໍນ້ອຍ ຄົນລາວນິຍົມເອົາໄປປຸງແຕ່ງອາຫານ ເປັນຕົ້ນແມ່ນ: ນໍ້າຫວານ, ນໍ້າໝໍນ້ອຍ, ລາບໝໍນ້ອຍ ແລະ ອຶ່ນໆ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກນັ້ນຍັງມີສັບພະຄຸນທາງຢາທີ່ມີຄຸນຄ່າສູງເຊັ່ນ: ຂັບນໍ້າປັດສະວະ, ລະລາຍນີ້ວ, ຮັກສາໄຂ້ມາເລເຣຍ, ແກ້ໄອເຈັບໜ້າເອິກ, ແກ້ຮ້ອນໃນ, ຕ້ານເຊື້ອມະເຮັງ, ຮັກສາພະຍາດເລືອດຈາງ ແລະ ຫຼາກຫຼາຍ

ຂໍ້ມູນຈາກ: ພາເຂົ້າລາວ

Hits: 41

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້