ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ​ ແລະ​ ລັດຖະມົນຕີ​ວ່າການກະຊວງພານິດໄທ ກ່າວພາຍໃນກອງປະຊຸມຮ່ວມ​ ພາກລັດ ແລະ​ ເອກະຊົນ​ ເພື່ອ​ສົ່ງ​ເສີມ​ການຄ້າ​ຊາຍແດນ​ ລາວ-ໄທ.​ ພາຍໃນ​ກອງປະຊຸມ​ໄດ້ມີການ​ປຶກສາ​ຫາລື​ກ່ຽວກັບການເຮັດວຽກຮ່ວມ ລະຫວ່າງ​ ພາກລັດ​ ແລະ​ ເອກະຊົນ​ ໃນການສົ່ງເສີມການຄ້າ ການລົງທຶນ​ ໂດຍສະເພາະການຄ້າຊາຍແດນ ໂດຍມີ​ຕົວແທນ​ພານິດ​ ຈາກພາກເໜືອ ພາກອີສານ 25​ ຈັງຫວັດ​ເຂົ້າຮ່ວມ.

ໂດຍພາກເອກະຊົນໄດ້ສະເໜີໃຫ້ຈັດຕັ້ງ “ຄະນະກຳມະການ ຮ່ວມ​ ພາກລັດ​ ແລະ​ ເອກະຊົນ​ ເພື່ອ​ແກ້ໄຂ​ບັນຫາ​ເສດຖະກິດ​ (ກຮອ)​  ຊາຍແດນ​ລາວ-ໄທ​ ຂຶ້ນ​ ເພື່ອ​ໃຫ້ມີສ່ວນສໍາຄັນໃນການແກ້ໄຂບັນຫາການຄ້າ ການລົງທຶນ​ ການຂົນສົ່ງ​ ລວມໄປເຖິງ​ການທ່ອງທ່ຽວ.​ ດ້ານກະຊວງພານິດ ກໍ່ເຫັນວ່າເປັນການສະເໜີທີ່ສຳຄັນ ແລະ​ ເຫັນວ່າຄວນໃຫ້ການສະໜັບສະໜູນ ຈຶ່ງ​ຈັດຕັ້ງໃຫ້​ ກົມເຈລະຈາການຄ້າ​ ຮັບເປັນເຈົ້າພາບທີ່ຈະເອົາຫົວຂໍ້ນີ້ ໄປສະເໜີກອງປະຊຸມ​ Join – committee ລະຫວ່າງ​ໄທ-ລາວ​ ທີ່ຈະຈັດກອງປະຊຸມ JTC ຂຶ້ນໃນຕົ້ນເດືອນທັນວານີ້.

ນອກຈາກນີ້​ພາກເອກະຊົນ ຍັງຢາກໃຫ້ປະຊາຊົນ​ລາວ​ ຈາກເກົ່າທີ່ສາມາດໃຊ້ ປຶ້ມ​ຜ່ານແດນ ແລະ​ ເດິນທາງເຂົ້າໄທ ອະນຸຍາດ​ໄດ້​ 2 ມື້​ 3 ຄືນ​ ຂໍຂະຫຍາຍຂຶ້ນເປັນ 7​ ມື້​ ເພື່ອ​ສົ່ງເສີມ​ການຄ້າ​ ການທ່ອງທ່ຽວ.​ ນອກຈາກນີ້​ ຍັງຂໍໃຫ້ມີຄວາມຊັດເຈນໃນການ​ນໍາ​ເງິນບາດ​ ມາລົງທຶນໃນ ສປປ​ ລາວ​ ຈາກເກົ່າ 4.5​ ແສນບາດ ເປັນ​ 2 ລ້ານ​ບາດ​ ຕ້ອງແຈ້ງກົມສຸລະກາກອນໄທ ເຊິ່ງ​ປະຈຸບັນເກິດບັນຫາ ຄວາມບໍ່ເຂົ້າໃຈກັນ​ໃນແຕ່ລະດ່ານ ຈຶ່ງ​ແຕ່ງຕັ້ງໃຫ້​ປະລັດກະຊວງພານິດ ເຮັດໜັງສືຫາ ປະລັດກະຊວງການຄັງໃຫ້ດຳເນິນໄປໃນແນວທາງດຽວກັນ.​ ລວມໄປເຖິງ​ການຂະຫຍາຍເວລາການເປິດປິດດ່ານ​ ສຳລັບຂົວມິດຕະພາບແຫ່ງທີ່ 1 ແລະ​ ແຫ່ງທີ2​ ຈາກເວລາເກົ່າ 6.​00​ -​ 22.00 ຂໍຂະຫຍາຍເປັນ 5.00 -​ 24.00 ດ່ານຊອງເມັກ ຈາກເວລາເກົ່າ​ 6.00 -​ 20.00​ ເປັນ​ 5.00​ -​ 22.00 ດ່ານທ່າລີ ຈັງຫວັດ​ເລີຍ​  7.00-18.00 ໂມງ​ ເປັນ 7.00-20.00 ໂມງ​ ເຊິີງ​ທັງໝົດແມ່ນຍັງຢູ່ໃນລະຫວ່າງສະເໜີລາຍງານໄປກະຊວງມະຫາດໄທ ເພື່ອພິຈາລະນາ.​ ພ້ອມນີ້ເອກະຊົນຍັງສະເໜີ​ຂໍ​ ເອກະສານ​ ຟອມ​ D (ເອກະສານຖິ່ນກຳເນິດ ສິນຄ້າເພື່ອການສົ່ງອອກ) ເຊິ່ງເລື່ອງນີ້ໃນກອງປະຊຸມອາຊຽນ​ ຈະໃຫ້ດຳເນິນການທັນພາຍໃນ ເດືອນ​ ມີນາ​ ປີໜ້າ.​ ໃນກໍລະນີ​ນີ້​ ລາວຂໍໃຫ້ມີການອະນຸມັດທີ່ຈຸດຊາຍແດນ​ ໂດຍບໍ່ສົ່ງເອສານໄປວຽງຈັນ​ ລັດຖະມົນຕີ​ຈາກລາວໄດ້ແຈ້ງໃນທີ່ປະຊຸມອາຊຽນວ່າ ລາວຈະສາມາດອະນຸມັດເອກະສານຟອມ D ຜ່ານລະບົບເອເລັກໂຕນິກ ພາຍໃນທ້າຍປີນີ້.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ພາກເອກະຊົນຂອງໄທ ຍັງໄດ້ຂໍໃຫ້ບຸກຄະລາກອນ​ຂອງລາວ​ ສາມາດເຂົ້າໄປຝືກງານໃນປະເທດໄທໄດ້ ເປັນໄລຍະເວລາ 3 ເດືອນ​ ໂດຍບໍ່ຕ້ອງ ເຮັດ​ Work Permit ເພື່ອອຳນວຍສະດວກໃຫ້ແຮງງານຂອງໄທທີ່ຈະກັບໄປເຮັດວຽກໃນລາວໄດ້ ເຊິ່ງຍັງຢູ່ໃນລະຫວ່າງກາສະເໜີ

ຂໍ້ມູນ​ການຄ້າ​ ໄທ-ລາວ​ ຊ່ວງເດືອນ ກໍລະກົດ​ 2019​ ລວມ​ 117,​116 ລ້ານບາດ ເປັນສິນຄ້ານໍາເຂົ້າ 70,228 ລ້ານບາດ​ ສົ່ງອອກ​ 46,888 ລ້ານບາດ​ ສ່ວນສິນຄ້ານໍາເຂົ້າໄດ້ແກ່ ນໍ້າມັນ,​ ລົດ​ ແລະ​ ສິນຄ້າອຸດສະຫາກຳ ໂດຍດ່ານທີ່ສຳຄັນມີ ດ່ານໜອງຄາຍ​ ມີມູນຄ່າການຄ້າລວມ 35,162 ລ້ານບາດ,​ ຮອງລົງມາແມ່ນ ດ່ານ​ມຸກດາຫານ,​ ດ່ານທົ່ງຊ້າງ,​ ດ່ານຊ່ອງເມັກ​ ແລະ​ ດ່ານນະຄອນພະນົມ.​

ທີ່ມາ: ຖານເສດຖະກິດ (www.thansettakij.com)​

Hits: 15

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້