ວັດເປັນສົມບັດດ້ານສິນລະປະວັດທະນະທຳ ສູນກາງແຫ່ງຈັນຍາທັມ ແລະ ຈຸດລວມສູນແຫ່ງຄວາມສາມະຄີປວງຊົນລາວທັງຊາດ, ໂດຍສາມາດສັງລວມບົດບາດຂອງວັດຕໍ່ສັງຄົມ
(1). ວັດເປັນສະຖານສຶກສາ ສຳລັບຊາວບ້ານທີ່ໄດ້ສົ່ງລູກຫຼານຂອງຕົນ ເຂົ້າໄປອົບຮົມສິນທັມ ຮໍ່າຮຽນເອົາວິຊາອາຊີບຕ່າງໆ ຕາມທີ່ໄດ້ມີການສິດສອນກັນໃນແຕ່ລະຍຸກ ແຕ່ລະສະໄໝ;
(2). ວັດເປັນສູນກາງສິລະປະວັດທະນະທຳ ເປັນບ່ອນລວມສິລະປະກຳຕ່າງໆຂອງຊາດ ບໍ່ແຕກຕ່າງກັນກັບຫໍພິພິດທະພັນ;
(3). ວັດເປັນສານຍຸດຕິທຳ ໂດຍພະສົງໄດ້ກາຍເປັນຜູ່ຊົງຄຸນວຸດທິ ເປັນຜູ່ອົບຮົມ ໄກ່ເກັ່ຍບັນຫາຊີວິດສັງຄົມ ຫຼື ຄອບຄົວ;
(4). ວັດເປັນສະຖານສົງເຄາະລູກຫຼານຂອງຊາວບ້ານ ທີ່ໄຮ້ຍາດຂາດວົງວານ ທີ່ໄດ້ໄປຂໍອາໄສຢູ່ວັດ ເພື່ອລ້ຽງຊີບ ແລະ ຮໍ່າຮຽນວິຊາຄວາມຮູ້;
(5). ວັດເປັນສະຖານພະຍາບານ ເປັນບ່ອນຮັກສາສຸຂະພາບຂອງຄົນເຈັບໄຂ້ ແລະ ພະສົງກໍໄດ້ເປັນໝໍຢາ;
(6). ວັດເປັນສະໂມສອນ ເປັນບ່ອນຊາວບ້ານເຂົ້າໄປພົບປະ ຊູມນູມ ເຫັນໜ້າຖາມຂ່າວກັນໃນເວລາມີບຸນສິນກິນທານ;
(7). ວັດເປັນສະຖານທີ່ມ່ວນຊື່ນ ເປັນສະຖານທີ່ຈັດງານບຸນປະຈຳປີ ທີ່ມີມະຫໍບະສົບຄົບງັນຕ່າງໆ ແລະ ສຳລັບຊາວບ້ານກໍໄດ້ພັກຜ່ອນຢ່ອນໃຈ;
(8). ວັດເປັນສາງວັດສະດຸ ບ່ອນເກັບມ້ຽນເຄື່ອງໄຊ້ສອຍຕ່າງໆ ທີ່ຊາວບ້ານຈະໄດໄຊ້ຮ່ວມກັນ ໃນເວລາມີບຸນປະຈຳປີ ຫຼື ສາມາດຢືມໄປໃຊ້ເມື່ອມີວຽກຢູ່ບ້ານ;
(9). ວັດເປັນບ່ອນປະກອບພິທີກຳ ເປັນບ່ອນໃຫ້ການບໍລິການດ້ານພິທີກຳຕ່າງໆ ອັນເປັນສີ່ງຜູກພັນກັບຊີວິດຂອງທຸກຄົນໃນເວລາອັນແນ່ນອນທີ່ແຕກຕ່າງກັນ.
(ຂ) ພະສົງເປັນເປັນບຸກຄະລາກອນທີ່ຖ່າຍທອດພາລະບົດບາດຂອງວັດ ເປັນຜູ່ນຳທາງດ້ານຈິດໃຈ ແລະ ປັນຍາຂອງປະຊາຊົນ ໂດຍສາມາດສັງລວມພາລະບົດບາດຂອງພະສົງຕໍ່ປະຊາຊົນລາວ ໄດ້ດັ່ງນີ້:
(1). ສອນໃຫ້ປະຊາຊົນລະເວັ້ນຄວາມຊົ່ວທັງປວງ;
(2). ແນະນຳໃຫ້ເຮັດແຕ່ຄວາມດີ;
(3). ອະນຸເຄາະດ້ານຈິດໃຈຂາວສະອາດ;
(4). ສອນສີ່ງທີ່ປະຊາຊົນບໍ່ເຄີຍໄດ້ຮໍ່າຮຽນ;
(5). ຊີ້ແຈງໃຫ້ປະຊາຊົນມີຄວາມເຂົ້າໃຈຢ່າງຊັດເຈນ ແຈ່ມແຈ້ງໃນເຫດຜົນ ຂອງສີ່ງທີ່ໄດ້ຮໍ່າຮຽນມາແລ້ວ;
(6). ແນະນຳວິທີການດຳລົງຊີວິດໃຫ້ໄດ້ຮັບຜົນດີ ແລະ ມີຄວາມສຸກໃນຊີວິດ.
ແຫຼ່ງຂໍ້ມູນ: Sourioudong Sundara