ປະກາດ! ເຊີນນິຕິບຸກຄົນ ບໍລິສັດ ທີ່ມີຖານະການເງິນໝັ້ນຄົງ ເຂົ້າຮ່ວມພັດທະນາຕະຫຼາດເຊົ້າ

ພາບປະກອບ

ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ທິດ​ທາງ ແລະ ແຜນ­ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ມໍ1 ມໍ2 ແລະ ມໍ3 ຈັດ​ຂຶ້ນທີ່​ຕະ­ຫຼາດ​ມໍ ໂດຍ​ມີ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ ໄຊ​ຄຳ ອຸ່ນ​ມີ​ໄຊ ຮອງ​ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ທ່ານ ຄຳ​ມອນ ບົວ​ພັນ ຮອງ​ຫົວ­ໜ້າ​ພະ­ແນກ­ການ​ເງິນ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຫົວ­ໜ້າ​ໜ່ວຍ​ງານ​ເຕັກ­ນິກ​ເຄ­ຫາ​ຜັງ­ເມືອງ ພະ​ແນກ ຍທຂ ນວ ຜູ້​ປະ­ກອບ​ການ ຊາວ​ຄ້າ­ຂາຍ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ພາບປະກອບ

ທ່ານ ຄຳ​ມອນ ບົວ​ພັນ ກ່າວ​ວ່າ:

ເພື່ອ​ຜັນ​ຂະ­ຫຍາຍ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ຊີ້​ນຳ​ຜົນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ສຳ​ປະ­ທານ​ໂຄງ­ການ​ຕະ­ຫຼາດ​ເຊົ້າ ສະ­ນັ້ນ​ອົງ­ການ​ປົກ­ຄອງ ນວ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຊີ້​ນຳ-ນຳ­ພາ​ໃນ​ການ​ຊອກ​ຫາ​ວິ­ທີ​ການ​ແກ້​ໄຂ​ໃນ​ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ​ໃຫ້​ໄປ​ຕາມ​ຮູບ​ແບບ­ແຜນ​ຜັງ​ທີ່​ພະ​ແນກ ຍທຂ ຮັບ­ຮອງ​ໄປ​ແລ້ວ​ນັ້ນ ແລະ ສອດ­ຄ່ອງ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ປັດ­ຈຸ­ບັນ.

ພາບປະກອບ

ເຊິ່ງ​ປັດ­ຈຸ­ບັນ​ຕະ­ຫຼາດ​ເຊົ້າ​ທັງ​ໝົດ​ແມ່ນ​ໄດ້​ຄືນ​ມາ​ເປັນ​ຂອງ​ລັດ​ໂດຍ​ກົງ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ນວ ໂດຍ​ມີ​ຫ້ອງ­ການ​ຄຸ້ມ​ຄອງ ຈັດ​ສັນ​ເປັນ​ຜູ້​ຮັບ­ຜິດ­ຊອບ​ລວມ ຮັບ­ຜິດ­ຊອບ​ໂດຍ​ກົງ​ແມ່ນ​ຕຶກ ມໍ1 ແລະ ຕຶກ​ໂຕ U ສ່ວນ​ຕຶກ ມໍ2 ແມ່ນ​ບໍ­ລິ­ສັດ​ຫົວ​ຊິນ ພັດ­ທະ­ນາ​ຈຳ­ກັດ ເປັນ​ຜູ້​ຮັບ­ຜິດ­ຊອບ ບໍ­ລິ­ຫານ​ຕາມ​ຄຳ​ຕັດ­ສິນ​ຂອງ​ສານ.

ເນື່ອງ​ຈາ​ກວ່າ ຕະ­ຫຼາດ​ເຊົ້າ​ຕັ້ງ​ຢູ່​ຈຸດ​ໃຈ​ກາງ­ຂອງ ນວ ເປັນ​ສູນ​ລວມ​ການ​ຄ້າ​ທີ່​ມີ​ຫຼາຍ​ປະ­ເພດ​ຢູ່​ຈຸດ​ດຽວ​ກັນ ດັ່ງ­ນັ້ນ ຈິ່ງ​ມີ​ຫຼາຍ​ພາກ­ສ່ວນ​ໃຫ້​ຄວາມ​ສົນ­ໃຈ​ໃນ​ການ​ພັດ­ທະ­ນາປັດ­ຈຸ­ບັນ ມີ​ຜູ້​ທີ່​ຂໍ​ສະ­ເໜີ​ໃນ​ການ​ພັດ­ທະ­ນາ​ຕະ­ຫຼາດ​ເຊົ້າ ມີ​ບໍ­ລິ­ສັດ ຮົວ​ຊິນ ຖ້າ­ວ່າ​ຊາວ​ຄ້າ­ຂາຍ ຫຼື ບໍ­ລິ­ສັດ​ໃດ​ສົນ­ໃຈ​ສາ­ມາດ​ສະ­ເໜີ​ໄດ້ ແຕ່​ຜູ້​ທີ່​ສະ­ເໜີ​ເຂົ້າ​ມາ​ຕ້ອງ​ໄດ້​ຮັບ​ຮູ້ ແລະ ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ດັ່ງ­ນີ້:

ພາບປະກອບ

ໃຫ້​ປະ­ຕິ­ບັດ​ຕາມ​ແບບ​ໂຄງ​ສ້າງ​ທີ່​ໄດ້​ຮັບ­ຮອງ​ໄປ​ແລ້ວ​ນັ້ນ ໂດຍ​ມີ​ການ​ເຊື່ອມ​ຕໍ່​ກັນ​ທັງ 3 ຕຶກ ມີ​ຂົວ​ຂ້າມ​ຜ່ານ​ສະ­ຖາ­ນີ​ລົດ­ເມ ຜູ້​ທີ່​ຈະ​ໄດ້​ຮັບ​ສຳ​ປະ­ທານ​ຕ້ອງ​ໃຊ້​ຄືນ​ໜີ້​ໃຫ້​ແກ່​ບໍ­ລິ­ສັດ ຮົວ​ຊິນ ພັດ­ທະ­ນາ​ຈຳ­ກັດ ທີ່​ໄດ້​ມີ​ການ​ຈ່າຍ​ໄປ​ແລ້ວ ເປັນ­ຕົ້ນ ແມ່ນ ມີ­ຄ່າ​ທຸບ​ມ້າງ​ຕຶກ​ໂຕ U ມູນ​ຄ່າ 4 ຕື້​ກວ່າ​ກີບ  ຫຼື 500.000 ໂດ​ລາ ຈ່າຍ​ຄ່າ​ສຳ​ປະ­ທານ 3 ປີ ແຕ່​ປີ 2016-2018 ລວມ 2 ຕື້​ກວ່າ​ກີບ ຫຼື 276.000 ໂດ​ລາ ແລະ ປີ 2019 ທີ່​ຍັງ​ບໍ່​ທັນ​ໄດ້​ຈ່າຍ​ເພາະ​ຕຶກ​ໂຕ U ມີ​ໜີ້​ສິນ​ຂອງ​ຊາວ​ຄ້າ-ຂາຍ ທີ່​ຕິດ​ໜີ້​ຄ່າ​ເຊົ່າ​ທັງ​ໝົດ​ຈຳ­ນວນ 11 ຕື້​ກວ່າ​ກີບ ເລີ່ມ​ແຕ່​ປີ 2008 ເຖິງ​ປັດ­ຈຸ­ບັນ.

ພາບປະກອບ

ແລະ ຍັງ​ມີ​ໜີ້​ອາ­ກອນ​ຮອດ​ທ້າຍ​ປີ 2018 ຈຳ­ນວນ 2 ຕື້​ກວ່າ​ກີບ ໃນ​ນີ້ ເຂດ​ຮ້ານ​ຄຳ​ຈຳ­ນວນ  104 ລ້ານ​ກວ່າ​ກີບ ເຂດ​ເສື້ອ​ຜ້າ ຈຳ­ນວນ 583 ລ້ານ​ກວ່າ​ກີບ ເຂດ​ເຄື່ອງ­ໃຊ້​ປະ­ຈຳ​ວັນ 309 ລ້ານ​ກວ່າ​ກີບ ເຂດ​ເຄື່ອງ­ໃຊ້​ໄຟ­ຟ້າ​ຈຳ­ນວນ 499 ລ້ານ​ກວ່າ​ກີບ ເຂດ​ສີ້ນ​ໄໝ​ຈຳ­ນວນ 1 ຕື້​ກວ່າ​ກີບ ສຳ­ລັບ​ຜູ້​ໄດ້​ຮັບ​ສຳ​ປະ­ທານ​ຕະ­ຫຼາດ​ເຊົ້າ ຕ້ອງ​ໄດ້​ຮັບ­ຜິດ­ຊອບ​ດູ​ແລ​ຕຶກ​ມໍ 1 ຕ້ອງ​ໄດ້​ຈ່າຍ​ເງິນ 8 ຕື້​ກວ່າ​ກີບ ຫຼື 1 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃຫ້​ແກ່​ບໍ­ລິ­ສັດ ເອັກ​ສະ​ຄາ​ລີ​ເບີ ແລະ ຕ້ອງ​ແມ່ນ​ນິ­ຕິ­ບຸກ­ຄົນ ບໍ­ລິ­ສັດ ທີ່​ມີ​ຖາ­ນະ​ການ​ເງິນ​ໝັ້ນ­ຄົງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: