ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນຄໍ່າຂອງວັນທີ 16 ກັນຍາ 2019 ທີ່ ຮ້ານອາຫານແສງລາວ. ບໍລິສັດ ໂກເທັດດີ້ ຈໍາກັດ ໄດ້ຈັດງານເປີດໂຕຢ່າງເປັນທາງການ ຫຼັງຈາກທີ່ເລີ່ມໃຫ້ບໍລິການມາໃນໄລຍະໜື່ງ ໂດຍໄດ້ຮັບຄວາມສົນໃຈຈາກສື່ມວນຊົນເປັນຈໍານວນຫຼາຍ.

ບໍລິສັດໂກເທັດດີ້ ເປັນ Startup ນ້ອງໃໝ່ຢູ່ໃນປະເທດລາວ ໂດຍມີຈຸດປະສົງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມລາວ ໃນເລື່ອງຂອງການຂົນສົ່ງໃຫ້ມີຄວາມສະດວກສະບາຍຂຶ້ນ. ແອັບພິເຄຊັ່ນ Goteddy ແມ່ນໄດ້ລວບລວມເອົາບັນດາຮ້ານອາຫານດັງ ແລະ ແຊບ ໃນນະຄອນຫຼວງວຽງຈັນມາໄວ້ໃນແອັບພິເຄຊັ່ນ ໂດຍລູກຄ້າຈະສັ່ງອາຫານຜ່ານແອັບ  Goteddy ຫຼັງຈາກນັ້ນທີມງານໂກເທັດດີ້ ຈະໄປຮັບອາຫານຈາກຮ້ານທີ່ລູກຄ້າສັ່ງ ແລ້ວນໍາໄປສົ່ງໃຫ້ຮອດເຮືອນ.

ພາຍໃນງານຍັງໄດ້ມີການເປີດໂຕຜະລິດຕະພັນໃໝ່ທີ່ມີຊື່ວ່າ Goteddy for Business ທີ່ສ້າງຂຶ້ນມາເພື່ອຕອບສະໜອງບັນດາບໍລິສັດຕ່າງໆ ໂດຍມີແທັບເລັດຂອງ ໂກເທັດດີ້ ໄປຕິດຕັ້ງໄວ້ ແລ້ວພະນັກງານສະມາດສັ່ງອາຫານ ແລະ ອຸປະກອນຂອງຫ້ອງການໄດ້. ເຊິ່ງໃນລະບົບຈະມີການບັນທຶກປະຫວັດການໃຊ້ຈ່າຍ ແລະ ອອກບິນໃຫ້ເປັນລາຍລະອຽດຕ່າງໆ ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບພະນັກງານພາຍໃນອົງກອນອີກດ້ວຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ປະສົງ ລັດຕະນະ ຜູ້ບໍລິຫານ ບໍລິສັດ ໂກເທັດດີ້ ຈໍາກັດ ໄດ້ກ່າວວ່າ: ຕອນທີ່ຂ້າພະເຈົ້າໄດ້ສຶກສາຢູ່ຕ່າງປະເທດ ແມ່ນມີຄວາມຄິດວ່າ ຖ້າກັບມາປະເທດລາວແລ້ວ ຈະສ້າງທຸລະກິດແບບນີ້. ເພາະທຸກຄັ້ງທີ່ກັບມາປະເທດລາວ ແມ່ນບໍ່ມີບໍລິການແບບນີ້ເທື່ຶອ ບໍ່ວ່າຈະເປັນການສັ່ງອາຫານ ຈັດຊື້ເຄື່ອງຕ່າງໆ ທຸກຢ່າງຮູ້ສຶກວ່າມີຄວາມຫຍຸ້ງຍາກຫຼາຍ. ຫຼັງຈາກກັບມາລາວປຸບ ຂ້າພະເຈົ້າໄດ້ສຶກສາລະບົບໂຕນີ້ຢ່າງລະອຽດ ແລະ ໄດ້ມາສຶກສາວ່າຢູ່ລາວ ມີຄົນພົບບັນຫາຄືກັນບໍ່ ຫຼືວ່າມີແຕ່ເຮົາເອງທີ່ພົບບັນຫາຄົນດຽວ. ຈາກທີ່ໄດ້ສຶກສາຈາກໝູ່ເພື່ອນຄົນຮອບຂ້າງ ຍາດພີ່ນ້ອງ ກໍໄດ້ຮູ້ວ່າ ບັນຫານີ້ມີອີ່ຫຼີ ເລີຍຕັດສິນໃຈສ້າງຕັ້ງລະບົບນີ້ຂຶ້ນມາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນ ສປປ ລາວ ຫຼືເວົ້າໄດ້ວ່າ:

“ໂກເທັດດີ້ຢາກໃຫ້ທຸກຄົນໄດ້ເຂົ້າເຖິງ ກຸ່ມບໍລິການແບບນີ້ ພຽງແຕ່ຄລິກຜ່ານໜ້າຈໍໂທລະສັບ”

Hits: 20

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້