Saturday, December 6, 2025
Kbank Laos โอน รับ จ่าย

ປະຫວັດຄວາມເປັນມາ ຫໍພິພິດທະພັນແຫ່ງຊາດຫຼວງພະບາງ ອະດີດບ່ອນປະທັບຂອງເຈົ້າຊີວິດລາວ

ພາບປະກອບ

ພະລາຊະວັັງຫລວງພະບາງເປັນອາຄານແບບຝຣັ່ງແຕ່ຫລັງຄາ ເປັນແບບຊົງລາວຕັ້ງຢູ່ແຄມແມ່ນ້ຳຂອງ ຫັນໜ້າເຂົ້າສູ່ພະທາດພູສີ ຕົວພະລາຊະວັັງເປັນໝູ່ອາຄານເຕີ້ຍໆ ຊັ້ນດຽວ ຕັ້ງຢູ່ເທິງພື້ນຍົກສູງ ມີຄວາມງົດງາມລົງຕົວຂອງສິນລະປະ ຍຸກອານານິຄົມປະສົມກັບສິລະປະ ແບບລ້ານຊ້າງ ສະພາບໂດຍຮອບມີຄວາມຮົ່ມເຢັນດ້ວຍຕົ້ນ ໄມ້ທີ່ບໍ່ໜາຈົນເກີນໄປ.

ປະຫວັດຂອງຫໍພິພິດທະພັນ ແຫ່ງນີ້ສ້າງຂຶ້ນໃນປີ ຄ.ສ.1904 ສະໄໝເຈົ້າມະຫາຊີວິດສີສະຫວ່າງວົງ ສືບທອດຕໍ່ມາເຖິງສະໄໝ ເຈົ້າມະຫາຊີວິດສີສະຫວ່າງວັດນາ ເຈົ້າມະຫາຊີວິດອົງສຸດທ້າຍຂອງຣາຊາອານາຈັກລາວ ພາຍ ຫລັງຈາກການປ່ຽນແປງການປົກຄອງ ຫລື ທີ່ຊາວລາວຮຽກວ່າ “ການປົດປ່ອຍ”ລັດຖະບານລາວໄດ້ປ່ຽນພະລາຊະວັັງຫລວງມາເປັນ “ຫໍພິພິດທະພັນ” ໃນປີ ຄ.ສ 1975 ຫລັງຈາກທີ່ ບໍ່ມີເຈົ້າມະຫາຊີວິດປະທັບ ຢູ່ບ່ອນນີ້ອີກຕໍ່ໄປແລ້ວ ລັກສະນະແຜນຜັງຂອງຕົວພະລາຊະວັັງ ປະກອບດ້ວຍອາຄານຂວາງດ້ານໜ້າ ຫລັງຄາມຸງກະເບື້ອງເຄິ່ງກາງມີມຸກຍື່ນອອກມາ ມີຮູບປັ້ນເປັນຮູບຊ້າງ 3 ຫົວ ມີສັດກາງຢູ່ເຄິ່ງກາງຂ້າງເທິງ ອັນເປັນສັນຍະລັກຂອງລາຊາອານາຈັກລາວລ້ານຊ້າງໃນລະບອບເດີມກົງເຂົ້າໄປເປັນຫ້ອງຟັງທຳຂອງ ເຈົ້າມະຫາຊີວິດ ແລະ ທ້ອງພະໂລງ ເບື້ອງຫລັງທ້ອງພະໂລງເປັນອາຄານ ທີ່ມີຫລັງຄາເປັນຍອດປາສາດຫລັງດຽວ ເບິ່ງເຫັນເປັນສະຫງ່າເດັ່ນແຈ້ງຈາກພາຍນອກຕົວອາຄານ ແບ່ງອອກເປັນ 2 ສ່ວນ:

ພາບປະກອບ

ຫ້ອງຮັບແຂກຂອງເຈົ້າມະຫາຊີວິດ ຫລື ຫ້ອງຮັບຕ້ອນ: ເປັນຫ້ອງສຳລັບຮັບມອບສານຕາຕັ້ງຕ່າງໆ ມີຮູບປັ້ນເຄິ່ງພະອົງຂອງເຈົ້າມະຫາຊີວິດມະຫິນທະຣະເທບ (ເຈົ້າອຸ່ນຄຳ), ເຈົ້າມະຫາຊີວິດສັກກະລິນ (ເຈົ້າຄຳສຸກ) ແລະ ເຈົ້າມະຫາຊີວິດສີສະຫວ່າງວົງ ເທິງຝາເປັນພາບຂຽນເທິງຜ້າໃບຜືນໃຫຍ່ກ່ຽວກັບຊີວິດປະຈຳວັນຂອງຊາວລາວ ຮີດຄອງປະເພນີລາວທີ່ສຳຄັນ ລັກສະນະງານສິລະປະ ແບບ impressionism ຝີມືຂອງຈິດຕະກອນຍິງຝຣັ່ງ ຊື່ ອະລິດ ເດີ ໂຟເຕີໂລ ຊຶ່ງຂຽນຂຶ້ນໃນປີ ຄ.ສ 1930 ແລະ ອີກຝາດ້ານໜຶ່ງຍັງມີພາບແກະໄມ້ ຈາກວັນນະຄະດີລາມະກຽນ ຝີມືສະກຸນຊ່າງຫລວງພະບາງສາຍເພຍຕັນ.

ພາບປະກອບ

ທ້ອງພະໂລງໃຫຍ່ ເປັນສະຖານທີ່ອອກຕ້ອນຮັບລາຊະທູດຈາກປະເທດຕ່າງໆ ທີ່ເຂົ້າມາຖວາຍພະລາຊະສານຕາຕັ້ງ ຝາປະດັບກະຈົກສີ ຫລື ງານປະດັບດອກດວງ ແບບດຽວກັບ ທີ່ວັດຊຽງທອງ ເປັນເລື່ອງນິທານພື້ນເມືອງຂອງລາວ ເຊັ່ນ ເລື່ອງທ້າວຈັນທະພານິດ, ເລື່ອງຂຸນົບລົມ ເລື່ອງຕຳນານການແຫ່ງພະບາງຂຶ້ນມາຈາກຂະເໝນ ລວມທັງເລື່ອງງານປະເພນີໃນຮອບປີ ຫລື ຮີດສິບສອງຄອງສິບສີ່ ສຸດທ້ອງພະໂລງເປັນພະລາຊະບັນລັງ ເຮັດດ້ວຍໄມ້ແກະສະຫລັກ ແລ້ວຫຸ້ມຄຳອີກຊັ້ນ (ມີເຊືອກກັ້ນຫ້າມນັກທ່ອງທ່ຽວເຂົ້າ) ບັນລັງນີ້ກຽມໄວ້ສຳລັບພິທີບໍລົມລາຊາພິເສກ ເຈົ້າມະຫາຊີວິດສີສະຫວ່າງວັດທິນາ ໃນປີ ຄ.ສ 1976 ແຕ່ປະເທດລາວປ່ຽນແປງການປົກຄອງກ່ອນ ຕູ້ກະຈົກທ້ອງພະໂລງນີ້ກໍຈັດສະແດງເຄື່ອງລາຊະກຸທະພັນ ສຳລັບໃຊ້ໃນພິທີນີ້ເຊັ່ນກັນ ເຊັ່ນ: ດາບ, ສະຫລອງພະບາດ, ແສ້ຈາມະລີ.

ພາບປະກອບ

ທາງປີກຊ້າຍ ແລະ ຂວາ ຂອງຫ້ອງທ້ອງພະໂລງ ເປັນຕູ້ຈັດສະແດງພະພຸດທະຮູບທັງທ້ຳດ້ວຍ:

ຄຳ, ແກ້ວ, ສຳລິດ ຫລືໄມ້ຕີຄຳຫຸ້ມ ສ່ວນໃຫຍ່ມີອາຍຸໃນປະມານພຸດທະສະຕະວັດທີ 20-21 ພະພຸດທະຮູບເຫລົ່ານີ້ ສ່ວນຫລາຍພົບຢູ່ໃຕ້ຖານຂອງພະທາດຫະໝາກໂມ ຕອນທີ່ບູລະນະປະຕິສັງຂອນ ຄັ້ງໃຫຍ່ເມື່ອ ຄ.ສ 1914 ໃນສະໄໝພະເຈົ້າສີສະຫວ່າງວົງ.

ພາບປະກອບ

ຫ້ອງພິທີການ ຫລື ທ້ອງພະໂລງໜ້າ ເຄີຍໃຊ້ເປັນຫ້ອງຮັບແຂກພາຍໃນ ແລະ ຄະນະທູຕານຸທູດ ລະຫວ່າງເຝົ້າລໍຮັບສະເດັດ ແລະ ໃນບາງໂອກາດຫ້ອງພິທີການຍັງໃຊ້ເປັນ ບ່ອນຟັງທຳ ສຳລັບເຈົ້າມະຫາຊີວິດ ລວມທັງໃຊ້ຈັດ ງານສຳຄັນຂອງລາຊະສຳນັກ ເຊັ່ນ: ງານອະພິເສກສົມລົດ ຂອງບັນດາລາຊະວົງ ຝ່າຍໃນສິ່ງຂອງທີ່ຈັດສະແດງ ຢູ່ໃນປະຈຸບັນມີ ຫໍທຳມາດ ເປັນໄມ້ແກະສະຫລັກດ້ວຍຝີມືສະກຸນຊ່າງຫລວງພະບາງ, ພະພຸດທະຮູບສຳລິດ ສິນປະລາວບູຮານ ມີອາຍຸລະຫວ່າງພຸດທະສະຕະວັດທີ່ 17-19, ສຽນພະພຸດທະຮູບ ຊຶ່ງໄດ້ຮັບມອບມາຈາກລັດຖະ ບານອິນເດຍ.

ພາບປະກອບ

ຫ້ອງຮັບແຂກຂອງມະເຫສີ ແບ່ງເປັນສອງຕອນ ຫ້ອງໃຫຍ່ ຊຶ່ງເຄີຍໃຊ້ເປັນຫ້ອງຮັບແຂກຂອງພະມະເຫສີ ມີຕູ້ຈັດສະແດງຂອງຂວັນຈາກປະເທດຕ່າງໆ ທີ່ສ່ວນໃຫຍ່ສົ່ງມາຖວາຍ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ໃນລະຫວ່າງ ທີ່ຈະເຂົ້າພິທີລາຊາພິເສກ ສ່ວນຫ້ອງນ້ອຍດ້ານໃນສຸດຈັດວາງຮູບຂຽນສີນ້ຳມັນຂະໜາດໃຫຍ່ຂອງ ເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ຮູບພະມະເຫສີຄຳຜຸຍ ແລະ ຮູບເຈົ້າຊາຍວົງສະຫວ່າງ ອົງມົງກຸດລາຊະກຸມານ ວາດຂຶ້ນໃນປີ ຄ.ສ 1967 ວາດໂດຍຈິດຕະກອນຊາວຣັດເຊຍ.

ພາບປະກອບ

ຍອດມົນທົບທອງ ແຕ່ເດີມອາຄານພະລາຊະວັັງ ເປັນອາຄານຊັ້ນດຽວຍົກພື້ນສູງ ຮູບຊົງແບບໂຄໂລແນລສະໄຕລ໌ ຕໍ່ມາໃນ ຄ.ສ 1930 ພະເຈົ້າສີສະຫວ່າງວົງ ໂປດເກົ້າໃຫ້ສ້າງຫລັງຄາແບບມົນທົບເພິ່ມເຕິມຂຶ້ນ ເພື່ອໃຫ້ມີຮູບລັກ ແບບສິລະປະຕະເວັນອອກ ໂດຍມີຮູບຊ້າງສາມສຽນ ອັນເປັນສັນຍະລັກຂອງ “ລາຊະອານາຈັກລາວ” ອະນຸສາວະລີພະເຈົ້າສີສະຫວ່າງວົງ ເຈົ້າມະຫາຊີວິດຜູ້ຄອງລາດ ຕັ້ງແຕ່ ຄ.ສ 1905-1959 ແລະ ເປັນຜູ້ພະລາຊະທານລັດຖະທຳມະນູນສະບັບແຮກ ທີ່ຂຽນຂຶ້ນໂດຍຄົນລາວເມື່ອ ຄ.ສ 1947.

ພາບປະກອບ

ແຖວຕົ້ນຕານໜ້າຫໍພິພິທະພັນ ອີກໜຶ່ງຈຸດເດັ່ນຢ່າງໜຶ່ງຂອງຫໍພິພິທະພັນຄື: ແຖວຕົ້ນຕານຂະໜາດໃຫຍ່ທີ່ປູກນາບສອງຂ້າງທາງຍ່າງເຂົ້າ ຕາມປະຫວັດເລົ່າກັນວ່າ ພະເຈົ້າສີສະຫວ່າງວົງໂປດໃຫ້ປູກຂຶ້ນ ເພື່ອໃຫ້ສອດຮັບກັບມຸມມອງຈາກທ້ອງພະໂລງໄປຍັງພູສີ.

ຫ້ອງປະດິດສະຖານພະບາງ
ຢູ່ທາງປີກດ້ານຂວາສຸດຂອງອາຄານ ຜູ້ເຂົ້າຊົມສາມາດກາບບູຊາຂ້າງນອກໄດ້ຂ້າງໆ ມົນທົບພະບາງມີງາຊ້າງຄູ່ໜຶ່ງແກະສະຫລັກເປັນຮູບພະພຸດທະເຈົ້າຫລາຍອົງ ເປັນຂອງເກົ່າບູຮານທີ່ນຳມາຈາກວັດວິຊຸນນະຣາດ ພ້ອມກັບພະບາງ ເມື່ອຕອນຍ້າຍຫໍພິພິທະພັນ ມາພະລາດຊະວັັງຫລວງ.

ເປັນສິລະປະຂະເໝນສະໄໝຫລັງບາຍົນ ອາຍຸປະມານ 3000 ປີມາແລ້ວຫລໍ່ດ້ວຍທອງຄຳບໍລິສຸດ 90% ໜັກ 54 ກິໂລກຣາມ, ສູງ 80-85 ຊມ.

ພາບປະກອບ

ຊຶ່ງເປັນທີ່ມາຂອງຊື່ “ເມືອງຫລວງພະບາງ” ອັນໝາຍເຖິງເມືອງທີ່ມີ “ພະບາງ” ປະດິດສະຖານຢູ່ນັ້ນເອງ ທຸກມື້ຂຶ້ນປີໃໝ່ລາວ (ເດືອນເມສາ) ຈະມີການອັນເຊີນ “ພະບາງ” ລົງມາປະດິດຖານທີ່ “ວັດໃຫມ່” ເພື່ອໃຫ້ປະຊາຊົນສົງນ້ຳສັກກາລະບູຊາ ເພື່ອຄວາມເປັນສິລິມົງຄົນຂອງຊາວຫລວງພະບາງ ແລະ ຊາວລາວທົ່ວປະເທດ ພາຍໃນຫ້ອງພຣະນີ້ຍັງເປັນທີ່ປະດິດສະຖານພຣະພຸດທະຮູບນາກປົກ ສະຫລັກດ້ວຍຫີນ.

ໃນຮູບແບບສິລະປະຂະເໜນອີກ 4 ອົງ ແລະ ມີກອງມະໂຫລະທຶກອີກຫລາຍໜ່ວຍ ຊຶ່ງບໍ່ຮູ້ຊັດເຈນວ່າມາຈາກທີ່ໃດນອກຈາກນັ້ນຍັງມີພວງມາລາຂອງສົມເດັດພະເທບພະລັດລາຊະສຸດາຯ ຊຶ່ງຖວາຍເປັນພຸດທະບູຊາໄວ້ເມື່ອຕອນທີ່ສະເດັດ ມາຍັງປະເທດລາວແລະ ເມືອງຫລວງພະບາງ ເມື່ອເດືອນມີນາ ຄ.ສ 1990.

ແຫຼ່ງຂໍ້ມູນ: http://wdwef.blogspot.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?

Vietjet ໄດ້ເປີດຂາຍປີ້ຍົນລາຄາສູນໄປເກາະ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ພັກຜ່ອນເກາະແຫ່ງໃໝ່ທີ່ກຳລັງມາແຮງໃນອາຊີຕາເວັນອອກສ່ຽງໃຕ້

(ນະຄອນຫຼວງວຽງຈັນ, ວັນທີ 3 ທັນວາ 2025) – ສາຍການບິນ Vietjet ໄດ້ສະເຫຼີມສະຫຼອງການກັບມາຂອງຖ້ຽວບິນໂດຍກົງຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຍັງ ກ່ອນເດົາ (Con Dao), ເຊິ່ງເປັນສະຖານທີ່ຫາດຊາຍທະເລຂອງຫວຽດນາມທີ່ກຳລັງດຶງດູດຄວາມສົນໃຈເພີ່ມຂຶ້ນ, ດ້ວຍໂປຣໂມຊັນພິເສດ 3 ວັນ ທີ່ໃຫ້ປີ້ຍົນໃນລາຄາ LAK 0 (ບໍ່ລວມອາກອນ ແລະ ຄ່າທໍານຽມ).

5 ສະຖານທີ່ ຊວນຕັ້ງແຄ້ມເຄົ້າດາວ ສົ່ງທ້າຍປີ 2025

ລົມໜາວພັດມາ ໄດ້ເວລາກຽມຕົວເພື່ອຕັ້ງແຄມ ຫຼື ເຄົ້າດາວແລ້ວແມ່ນບໍ? ຫຼາຍຄົນກໍໜ້າຈະວາງແຜນອອກໄປຕ່າງແຂວງ ຫຼື ສະຖານທີ່ໃນເຂດນອກຕົວເມືອງເພື່ອໃຫ້ໄດ້ບັນຍາກາດທີ່ງຽບສະຫງົບ ວິວທຳມະຊາດດີ ບ່ອນຖ່າຍຮູບງາມ ແຕ່ມື້ນີ້ທາງເຮົາມັດລວມ 5 ສະຖານທີ່ເຄົ້າດາວທີ່ຢູ່ບໍ່ໄກຈາກຕົວເມືອງມາໃຫ້ແລ້ວ ແຕ່ລະບ່ອນມີຈຸດພິເສດ ບັນຍາກາດ ທີ່ແຕກຕ່າງກັນ ແຕ່ຄັກຄືກັນເລີຍ ບໍ່ວ່າຈະໄປເປັນຄູ່, ໄປເປັນກຸ່ມໝູ່ ຫຼື ໄປແບບຄອບຄົວ ກໍດີໝົດມາເບິ່ງນຳກັນເລີຍ: