Friday, November 7, 2025
Kbank Laos โอน รับ จ่าย

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ນຳສື່ມວນຊົນ ສປປ ລາວ ຢ້ຽມຢາມປະເທດໄທ

ທ່ານ ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ນຳພາຄະນະຜູ້ແທນສື່ມວນຊົນ ສປປ ລາວ ໂດຍມີທ່ານ ທອງຫຼໍ່ ດວງສະຫວັນ ຜູ້ອຳນວຍການ ແລະ ບັນນາທິການໜັງສືພິມ Vientiane Times, ທ່ານ ວໍຣະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງ ສປປ ລາວ, ທ່ານນາງ ບຸນຕຽງ ເທບໂຍທາ ຮອງຜູ້ອຳນວຍການສຳນັກຂ່າວສານປະເທດລາວ, ທ່ານນາງ ປານີ ມະນີທິບ ຮອງຫົວໜ້າບັນນາທິການໜັງສືພິມປະຊາຊົນ ແລະ ທ່ານ ອູລິຍະໄຕ ພີມມະສອນ ບັນາທິການບໍລິ ຫານວາລະສານ Target ໄດ້ເຂ້າຢ້ຽມຂໍ່ານັບ ແລະ ຮັບຟັງການບັນຍາຍສະຫຼຸບຈາກທ່ານນາງບຸດສະຕີ ເທບພິທັກ ຫົວໜ້າກົມການຂ່າວ ແລະ ໂຄສົກກະຊວງການຕ່າງປະເທດ ລວມທັງຮັບຟັງການບັນຍາຍສະຫຼຸບຈາກຜູ້ແທນກົມອາຊຽນ ແລະ ຜູ້ແທນກົມອາຊີຕາເວັນອອກ ທີ່ຫ້ອງປະຊຸມກົມການຂ່າວ ກະຊວງການຕ່າງປະເທດ.

ທ່ານນາງ ບຸດສະດີ ສັນຕິພິທັກ ຫົວໜ້າກົມການຂ່າວ ແລະ ໂຄສົກກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ບັນຍາຍສະຫຼຸບແກ່ຄະນະກ່ຽວກັບການດຳເນີນງານຂອງກົມການຂ່າວ ທັງການສ້າງການຮັບຮູ້ກ່ຽວກັບພາລະກິດດ້ານຕ່າງປະເທດ ສ້າງຄວາມເຂົ້າໃຈກ່ຽວກັບການພັດທະນາໃນປະເທດໄທໃຫ້ແກ່ນານາປະເທດ ແລະ ການທູດວັດທະນະທຳ ລວມທັງນະໂຍບາຍສຳຄັນດ້ານການຕ່າງປະເທດຂອງປະເທດໄທ ແລະ ການປະຊາສຳພັນການເປັນປະທານອາຊຽນຂອງໄທ ໃນປີ 2019.

ທ່ານ ນະທີ ວິຊິດສໍລະສາດ ນັກການທູດຊຳນານການ ຜູ້ແທນກົມອາຊຽນ ໄດ້ບັນຍາຍສະຫຼຸບກ່ຽວກັບການດຳ ລົງຕຳແໜ່ງປະທານອາຊຽນຂອງໄທ ໃນປີ 2019 ພາຍໃຕ້ແນວຄິດ “Advancing Partnership for Sustainability” ຫຼື “ຮ່ວມມື ຮ່ວມໃຈ ກ້າວໄກ ຢັ້ງຢືນ” ໂດຍເນັ້ນການສ້າງຄວາມຢັ້ງຢືນໃນອາຊຽນໃນທຸກມິຕິຜ່ານຄວາມຮ່ວມມື ທັງໃນພາກພື້ນອາຊຽນ ແລະ ນອກພາກພື້ນ.

ທ່ານ ຊົງໄຊ ໄຊປະຕິຍຸດ ຜູ້ອຳນວຍການກອງອາຊີຕາເວັນອອກ 2 ທ່ານ ພິດຊະຍະ ສົນໃຈ ນັກການທູດຊຳນານການ ແລະ ທ່ານ ທະນະວັດ ມານະທັດ ນັກການທູດຊຳນານການ ຜູ້ແທນກົມອາຊີຕາເວັນອອກ ໄດ້ບັນຍາຍສະ ຫຼຸບກ່ຽວກັບຄວາມສຳພັນໄທ – ສປປ ລາວ ໂດຍສະເພາະໃນໂອກາດຄົບຮອບ 70 ປີ ຄວາມສຳພັນທາງການທູດ ໃນປີ 2019 ລວມທັງການເນັ້ນບົົດບາດສື່ມວນຊົນໃນການສົ່ງເສີມຄວາມສຳພັນຂອງທັງສອງປະເທດ ໂດຍການແລກປ່ຽນຂໍ້ມູນຂ່າວສານ ເພື່ອສ້າງຄວາມເຂົ້າໃຈອັນດີງານເຊິ່ງກັນ ແລະ ກັນ.

ກິດຈະກຳດັ່ງກ່າວ ເປັນສ່ວນໜຶ່ງຂອງໂຄງການນຳສື່ມວນຊົນ ສປປ ລາວ ຢ້ຽມຢາມປະເທດໄທ ຂອງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມຮ່ວມມືລະຫວ່າງສື່ມວນຊົນ ສປປ ລາວ ກັບສື່ມວນຊົນໄທ ລວມທັງສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບການພັດທະນາຂອງປະເທດໄທ ແລະ ສ້າງທັດສະນະຄະຕິທີ່ດີລະຫວ່າງສອງປະເທດ ໂດຍສະເພາະໃນປີ 2020 ຈະເປັນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ຄວາມສຳພັນທາງການທູດໄທ – ສປປ ລາວ.

ແຫຼ່ງຂໍ້ມູນ: Royal Thai Embassy, Vientiane

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.