ຂໍຂອບໃຈນຳຜູ້ສະໜັບສະໜູນ

ເພສ ນະຄອນຫຼວງພະບາງ Luangprabang City ໄດ້ອອກມາເຜີຍຮູບພາບຝາວັດ ທີ່ເຕັມໄປດ້ວຍຕົວອັກສອນພາສາຕ່າງປະເທດ ພ້ອມກັບຂໍ້ຄວາມວ່າ:

ໃນວັນທີ່ 18 ກັນຍາ 2019 ທີຝາອາຮາມ(ສີມ) ຂອງວັດໃຫມ່ ສຸວັນນະພູມາຣາມ ນະຄອນຫລວງພຣະບາງ ໄດ້ມີນັກທ່ອງທ່ຽວ ທີເຂົ້າມາເບິ່ງມາຊົມວັດ ໄດ້ມາຂິດຂຽນອັກສອນແລະແຕ້ມຮູບຂອງຕົນເອງໃສ່ຝາ ໃນສະຖານທີນັ້ນ ເຊິ່ງເປັນສິ່ງທີບໍ່ຄວນເຮັດເປັນທີສຸດ ໃຜເຫັນ ຖ້າໃຜເຫັນເຫດການແບບນີ້ອີກ ບໍ່ວ່າຢູ່ບ່ອນໃດ ກໍ່ຄວນເຂົ້າໄປຕັກເຕືອນບໍ່ໃຫ້ເຮັດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຫດການຄັ້ງນີ້ ຄິດວ່າ ສະຖານທີໃດຫນຶ່ງ ຄວນຈະມີທາງອອກ ນັ້ນກໍ່ຄື ຊອກຫາເຈ້ຍຂອງວັດ ຫລືສະຖານທີນັ້ນໆ ຫລືໃບໂພ … ເພື່ອເປັນບ່ອນ ໃຫ້ນັກທ່ອງທ່ຽວທີ່ມາທ່ຽວສະຖາທີນັ້ນໆ ໄດ້ຈາຣຶກ ເພື່ອຂໍພອນ ຫລືຈາຣຶກວ່າໄດ້ມາສະຖານນັ້ນໆ ໂດຍເຮັດເປັນເຈ້ຍ ແລ້ວໃຫ້ຂຽນທີຕ້ອງການໃສ່ ແລ້ວນຳໄປຫ້ອຍໃສ່ກິ່ງຕົ້ນໄມ້ແຫ່້ງ ( ຕົ້ນກາລາພຶກ ) ທີຈັດສັນໃຫ້ນຳໄປໃຫ້ຫ້ອຍ ແລ້ວວັດກໍໍຈະນຳຕົ້ນດັ່ງກ່າວໄປເຂົ້າສູດໃຫ້ ຄົງຈະດີບໍ່ນ້ອຍ ເຊິ່ງເປັນວິທີທາງອອກ ໃຫ້ຄົນທີມັກຂຽນ ຂຽນໃສ່ບ່ອນທີຖືກຕ້ອງ ແລະຫນັງສີທີເຂົາເຈົ້າຂຽນນັ້ນກໍ່ຈະໄດ້ເຂົ້າສູດນຳດ້ວຍ ຈະດີຫລືບໍ່ ?

ຂໍ້ມູນ ແລະ ຮູບພາບໂດຍ: ນະຄອນຫຼວງພະບາງ Luangprabang City

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້