ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌) ແມ່ນເມືອງຫຼວງຂອງປະເທດລາວອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດ, ເນື້ອທີ່3,920 km².
ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ
ພະເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ແຕ່ບໍ່ ທັນ ມີກຳແພງເມືອງເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1353 ຈົນ ເຖິງປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະຄອນຊຽງທອງ (ເມືອງຫຼວງພະບາງ ) ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງນີ້ :
- ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
- ພະເຈົ້າສາມແສນໄທ (1372 -1417) ຜູ້ຈັດລະບຽບການ ປົກຄອງລາວຄືໃໝ່ (ປົກຄອງໄດ້ 45 ປີ)
- ພະເຈົ້າລ້ານຄຳແດງ (1417-1428 ) ປົກຄອງໄດ້ 11 ປີ
- ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
- ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
- ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
- ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
- ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
- ພະເຈົ້າວິຊຸນນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
- ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ.
ໂດຍພາຍໃຕ້ການນຳພາຂອງພະອົງ ໄດ້ນຳພາກໍ່ສ້າງ ຣາຊະວັງ, ຫໍພະແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ພະຍາວັດ ແລະ ວັດອຶ່ນໆ ໃນເຂດນອກ. ສ່ວນວັດສີສະເກດ ແຕ່ກ່ອນແມ່ນ ວັດແສນ ໄດ້ສ້າງໃນປີ 1521, ວັດໂພນພະເນົາ, ວັດໜອງບອນ ກໍ່ແມ່ນ ວັດທີ່ເກົ່າແກ່ ສ້າງກ່ອນປີ 1530. ພະອົງກໍ່ໄດ້ໄປສ້າງວັດທີ່ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບຫີນສີລາຈາລຶກຂອງວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນພູນເມືອງ ທີ່ໂພນ ພິໄສແລ້ວ ເພິ່ນຍັງໄດ້ສ້າງວັດ ທີ່ໜອງຄາຍອີກ. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).
ໃນເວລາຟື້ນຟູຖະໜົນເຊດຖາທິລາດໃນ ວັນທີ 17 ມັງກອນ ປີ 2007 ໄດ້ຄົ້ນພົບຫີນສີລາເລກ ແລະ ໃບເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອວັດສີເມືອງ ປະມານ 60 ແມັດ, ກົມມໍລະດົກຂອງກະຊວງຖະແຫຼງຂ່າວ ແລະວັດທະນະທຳ ແລະ ຊ່ຽວຊານ ຕ່າງປະເທດໄດ້ ພິສູດເບິ່ງແລ້ວເຫັນ ວ່າແມ່ນເສົາຫຼັກເມືອງ ທີ່ໄດ້ຝັງໄວ້ແຕ່ ປີ ຄສ 1540 ສະໄໝພະເຈົ້າໂພທິສະລາດ ຍັງມີຊີວິດຢູ່ພຸ້ນ, ສະນັ້ນ ລັດຖະບານ ສປປລາວຈຶ່ງໄດ້ຕົກລົງສ້າງ ຫໍໄຫ້ວ ໃສ່ສະຖານທີ່ແຫ່ງນີ້ . ຕໍ່ມາໃນວັນທີ 29 ທັນວາ ປີ 2009 ກໍ່ໄດ້ຄົ້ນພົບອີກ 2 ກຸ່ມຫີນ ໃບເສມາຢູ່ໃກ້ໆກຸ່ມທີ່ໄດ້ຄົ້ນພົບມາກອ່ນແລ້ວ ຈຶ່ງ ຢືນ ຢັນວ່າ ແມ່ນສະຖານທີ່ເສົາຫຼັກເມືອງແທ້. ໃນປີ 1560 ພະເຈົ້າໄຊເຊດຖາທິລາດໄດ້ຍ້າຍເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ນະຄອນວຽງຈັນພ້ອມທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ, ສັງລວມ:
ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະ ມ້າ, ມອນ, ຈີນ ແລະ ສະຫຍາມ ມາຕະຫຼອດ.
ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນຖືສາສະໜາພຸດເປັນຫຼັກ ປົນເປກັບຮີດຄອງປະເພີນຂອງພາມ, ແຕ່ຄົນລາວມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮານໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານດັ່ງຕໍ່ໄປ ນີ້ :
ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກຂອງລາວແຕ່ໃດມາ.
ການສ້າງຜັງເມືອງ : ເມືອງວຽງຈັນ ແຕ່ສະໄໝສີໂຄດຕະບອງມາແມ່ນກວມເອົາທັງຝັ່ງຂວາ ຂອງແມ່ນ້ຳຂອງ ນຳດ້ວຍ. ສະຖານທີ່ກ້ອງປາກປ່າ ສັກນັ້ນແມ່ນ ທີ່ຕັ້ງຂອງມະເຫສັກຫຼັກເມືອງມາແຕ່ກ່ອນເພາະວ່າກ່ອນຈະຊ່ວງເຮືອອອກພັນສາທຸກໆປີ ເພິ່ນຕ້ອງມາຄາລະວະບູຊາ ບ່ອນສັກສິດແຫ່ງນີ້ກ່ອນ , ແຕ່ສະໄໝອານາຈັກລາວລ້ານຊ້າງ ມາຣາຊະວັງ ແມ່ນສະຖານທີ່ຫໍຄຳດຽວ ນີ້.
ສະຖາປັດຕະຍະກຳ : ໃນເມື່ອກ່ອນນັ້ນບໍ່ທັນມີຄັນຄູນ້ຳຂອງຈຶ່ງຖ້ວມເມືອງວຽງຈັນເລື້ອຍໆເປັນໄລ ຍະ 20 ຫາ 50 ປີ ສະນັ້ນ ເຮືອນ ຂອງຊາວວຽງ ຈັນ ຈຶ່ງແມ່ນເຮືອນທີ່ມີກ້ອງລ່າງສູງກ່ວາແຫ່ງອື່ນໆເພື່ອອາໄສຢູ່ໃນເວລານ້ຳຖ້ວມ, ເປັນເຮືອນຫຼັງບໍ່ໃຫຍ່ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງໃຊ້ເພື່ອມ້ຽນເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ເປັນ ຄອກສັດ, ຕັ້ງກີ່ ຫຼື ເຕົາຫຼໍ່).ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ, ເຄືອພູ ແລະ ມີສວນຄົວອີກ.
ເຄື່ອງໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ເຮັດດ້ວຍທອງສຳ ລິດ, ພ້າ, ຂວານ ທີ່ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກເຮັດດ້ວຍ ເຫຼັກກ້າ.
ອຸປະກອນກໍ່ສ້າງເຮືອຊານນັ້ນ : ຈະເລີ່ມຈາກໄມ້ປ່ອງ, ຫຍ້າຄາໄປຫາໄມ້ເນື້ອແຂງ, ແລ້ວດິນເຜົາ (ດິນຈີ່ ດິນຂໍ).ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ)ຊຶ່ງເຫັນຢູ່ຕາມພື້ນວັດ ແລະ ທາດເກົ່າ: ວັດສີເມືອງ, ວັດອິນແປງ, ວັດໜອງບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ແລະຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).
ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ.ສ່ວນສິລະປະຂອງຄົນ ລາວນັ້ນແມ່ນ ການຄວັດ ລາຍໃສ່ໄມ້, ຫຼໍ່ພະ, ຄ້ອງ, ລະຄັງ ດ້ວຍທອງ, ເຮັດເຄື່ອງເອ້ຍ້ອງ ແລະ ເຄື່ອງໃຊ້ສອຍ ດ້ວຍທອງສຳລິດແລະ ດິນເຜົາ, ແຕ້ມຮູບສີ ໃສ່ ຝາວັດ ແລະ ໃຊ້ນ້ຳກ້ຽງເປັນສີທາພື້ນ .
ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ສົ່ງ ທາງບົກ ແມ່ນ ໃຊ້ເສັ້ນທາງຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ໄປຫາກັນ ເປັນທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.
ພົນລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່ໃນ ເມືອງຈັນທະບູລີ.
ແຫຼ່ງຂໍ້ມູນ: ເວບໄຊ ສຳນັກງານປົກຄອງ ນະຄອນຫລວງວຽງຈັນ