Thursday, May 15, 2025
Kbank Laos โอน รับ จ่าย

ປະຫວັດສາດ ນະຄອນຫຼວງວຽງຈັນ ສະໄໝອານາຈັກລາວລ້ານຊ້າງ

ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌) ແມ່ນເມືອງຫຼວງຂອງປະເທດລາວອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດເນື້ອທີ່3,920 km².

ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ

ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະຄອນຊຽງທອງ (​ເມືອງຫຼວງພະບາງ )​ ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງນີ້ :

  • ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
  • ພະເຈົ້າສາມແສນໄທ (1372 -1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄື​ໃໝ່ (ປົກຄອງໄດ້ 45 ປີ)
  • ພະເຈົ້າລ້ານຄຳແດງ (1417-1428 ) ປົກຄອງໄດ້ 11 ປີ
  • ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
  • ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
  • ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
  • ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
  • ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
  • ພະເຈົ້າວິຊຸນນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
  • ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ.

ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອຶ່ນໆ ໃນເຂດນອກ. ສ່ວນວັດສີສະເກດ ​ແຕ່​ກ່ອນແມ່ນ ວັດແສນ ໄດ້​ສ້າງໃ​ນປີ 1521, ວັດ​ໂພ​ນພະ​ເນົາ, ວັດໜອງ​ບອນ ​ກໍ່​ແມ່ນ ​ວັດທີ່​ເກົ່າ​ແກ່ ​ສ້າງກ່ອນປີ 1530.​ ພະອົງກໍ່ໄດ້ໄປສ້າງວັດທີ່ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບຫີນສີລາຈາລຶກຂອງວັດແດນເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນພິໄສ ໃຫ້ເປັນເມືອງຣາຊະທານີແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນພູນເມືອງ ​ທີ່​ໂພນ ​ພິ​ໄສ​ແລ້ວ ເພິ່ນຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນ ວ່າ​ແມ່ນເສົາ​ຫຼັກ​ເມືອງ ທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​, ສະນັ້ນ ລັດຖະບານ ​ ສປປລາວ​ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫ້ວ​ ໃສ່​ສະຖານທີ່​ແຫ່ງນີ້ ​​. ຕໍ່​ມາໃນ​ວັນທີ 29 ທັນວາ ປີ 2009 ກໍ່​ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກອ່ນ​​ແລ້ວ ຈຶ່ງ​ ຢືນ ຢັ​ນວ່າ ​ແມ່ນສະຖາ​ນທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ນະຄອນວຽງຈັນພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ, ສັງ​ລວມ:

ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະ ມ້າ, ມອນ, ຈີນ ​ແລະ ສະຫຍາມ ​ມາຕະຫຼອດ.

ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນຖືສາສະໜາພຸດເປັນຫຼັກ ປົນເປ​ກັບຮີດຄອງປະ​ເພີ​ນຂອງ​ພາມ, ແຕ່​ຄົນ​ລາວມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດ​​ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານດັ່ງຕໍ່ໄປ ນີ້ :

ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ.

ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ​ສັກສິດ​ແຫ່ງນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນສະຖາ​ນທີ່ຫໍຄຳ​ດຽວ ນີ້.

Laos: An 1867 drawing by French expeditioner Louis Delaporte of Wat Phra Keo temple in Vientiane.

ສະຖາປັດຕະຍະກຳ : ​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆເປັ​ນໄລ ຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່).ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກພ້າວ, ກົກໝາກ, ເຄືອພູ ແລະ ມີສວນຄົວອີກ.

ເຄື່ອງ​ໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ເຮັດດ້ວຍທອງສຳ ລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ​ເຮັດດ້ວຍ ເຫຼັກກ້າ.

ອຸປະກອນກໍ່ສ້າງ​ເຮືອ​ຊານນັ້ນ : ຈະ​ເລີ່​ມຈາກໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ).ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ)ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).

ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ.ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ .

ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.

ພົນລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ.

ແຫຼ່ງຂໍ້ມູນ: ເວບໄຊ ສຳນັກງານປົກຄອງ ນະຄອນຫລວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້