ໜັງສືພິມ Vientianetimes ລາຍງານໃຫ້ຮູ້ວ່າ:
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໄດ້ເປີດເຜີຍ ຜົນຂອງການສຶກສາ ກ່ຽວກັບ “ຄວາມບໍ່ສົມດຸນ” ລະຫວ່າງ ຄວາມຕ້ອງການແຮງງານ (Demand) ແລະ ການສະໜອງແຮງງານ (Supply) ຢູ່ ສປປ ລາວ ເມື່ອວັນທີ 19 ສິງຫາ 2019 ທີ່ຜ່ານມາ ໂດຍຍອມຮັບ ເປັນເທື່ອທໍາອິດວ່າ ປະເທດລາວ ກໍາລັງປະເຊີນກັບປັນຫາ “ແຮງງານ” ຊຶ່ງໄດ້ກາຍເປັນສິ່ງທ້າທາຍ ອັນດັບຕົ້ນໆຂອງປະເທດ.
ຈາກການສຶກສາ ຄວາມຕ້ອງການທາງດ້ານຕະຫຼາດແຮງງານ ສໍາຫຼັບ ອຸດສາຫະກໍາ ກໍ່ສ້າງ ໃນປີ 2019 ຄາດວ່າ ຈະມີເຖິງ 4,400 ຕໍາແໜ່ງ, ແຕ່ຄວາມສາມາດ ສະໜອງແຮງງານ ພາຍໃນປະເທດ ມີພຽງແຕ່ 1,350 ຕໍາແໜ່ງງານ ເທົ່ານັ້ນ. ເຊັ່ນດຽວກັນກັບ ພາກກະສິກໍາ, ທີມີຄວາມຕ້ອງການຕະຫຼາດແຮງງານ ສູງເຖິງ 2,500 ຕໍາແໜ່ງ, ແຕ່ຄວາມສາມາດສະໜອງແຮງງານໃຫ້ໄດ້ ທົ່ວປະເທດ ມີພຽງແຕ່ 1,600 ຕໍາແໜ່ງ.
ການສຶກສາ ຍັງສະແດງໃຫ້ເຫັນວ່າ ຊາວໜຸ່ມສ່ວນຫຼາຍ ແມ່ນໃຫ້ຄວາມສົນໃຈ ໃນວຽກ ການຄຸ້ມຄອງ ບໍລິຫານ ຊຶ່ງຄວາມຕ້ອງການຂອງສາຂານີ້ ແມ່ນຍັງມີໜ້ອຍ. ສ່ວນສາຂາ ທີ່ກ່ຽວຂ້ອງກັບ ໄຟຟ້າ, ການຄຸ້ມຄອງແຫຼ່ງນໍ້າ, ການຄົມມະນາຄົມຂົນສົ່ງ ແມ່ນມີແຮງງານດ້ານນີ້ ເປັນຈໍານວນຫຼາຍ ແຕ່ຄວາມຕ້ອງການ ພາຍໃນ ຊໍ້າພັດມີໜ້ອຍ.
ສາເຫດສໍາຄັນ 2 ຢ່າງ ຈາກຄວາມບໍ່ສົມດຸນ ຂອງແຮງງານ ຢູ່ລາວ ແມ່ນເກີດມາຈາກ
1) ທັກສະ ແລະ ຄວາມຊ່ຽວຊານຂອງແຮງງານຢູ່ລາວ ຍັງບໍ່ທັນໄດ້ຕາມຄວາມຕ້ອງການຂອງຕະຫຼາດ ແລະ ກົດລະບຽບ ທີ່ຈະຕ້ອງມີການຖ່າຍທອດຄວາມຮູ້ໃຫ້ ຈາກບໍລິສັດຕ່າງປະເທດ ຍັງບໍ່ທັນຮັດກຸມ
2) ແຮງງານທີ່ຢູ່ໃນໄວເຮັດວຽກ ແມ່ນອອກໄປໃຊ້ແຮງງານ ຢູ່ປະເທດໃກ້ຄຽງ ຫຼາຍຂຶ້ນ ໂດຍໃນປີ 2018 ມີແຮງງານລາວ ເດີນທາງໄປໃຊ້ແຮງງານ ຢູ່ຕ່າງປະເທດ ຈໍານວນສູງເຖິງ 120,000 ຄົນ, ໂດຍປະເທດໄທ ເປັນເປົ້າໝາຍອັນດັບໜຶ່ງ ໃນການ ຂ້າມໄປເຮັດວຽກ ຂອງແຮງງານລາວ.
ກັບສິ່ງທ້າທາຍນີ້ເອງ ບັນດາບໍລິສັດຕ່າງປະເທດ ທີ່ເຂົ້າມາລົງທຶນ ຢູ່ ສປປ ລາວ ສ່ວນໃຫຍ່ ຈຶ່ງມີຄວາມຈໍາເປັນ ຕ້ອງນໍາເຂົ້າແຮງງານຈາກປະເທດຕົນ ຫຼາຍກ່ວາ ການຈ້າງງານ ແຮງງານ ພາຍໃນປະເທດ ໂດຍກຸ່ມນັກລົງທຶນ ຕ່າງຊາດ ທີ່ມາລົງທຶນ ຢູ່ ສປປ ລາວ ສ່ວນໃຫຍ່ ແມ່ນມາຈາກ ຈີນ ເປັນອັນດັບຕົ້ນ, ຮອງລົງມາ ແມ່ນ ຫວຽດນາມ ແລະ ປະເທດ ໄທ ຕາມລໍາດັບ.