ຂໍຂອບໃຈນຳຜູ້ສະໜັບສະໜູນ

ລິກສະຢາ ໄຊຊົມພູ ຕົວແທນສາວລາວທີ່ຈະໄປປະກວດ Miss Asia Pacific International 2019 ທີ່ ຟິລິບປິນ ໃນວັນ 26 ກັນຍາ 2019 ແລະ ຊຸດປະຈຳຊາດ ທີ່ ລິກສະຢາ ໄຊຊົມພູ ຈະໄປສະແດງເທິງເວທີ ໃນຊື່ຊຸດ ສະຕີມົ້ງ ແຫ່ງຍຸກສະໄຫມຈາກຫ້ອງເຄື່ອງ ແສງຈຳປາ ອອກແບບໂດຍ : ອຈ ສົມສະນຸກ ເພຍສາຂາ

ນັກອອກແບບ ໄດ້ເຫັນຄວາມສຳຄັນຂອງສິດ, ພາລະບົດບາດຂອງແມ່ຍິງລາວ ເວົ້າສະເພາະກໍຄືຊົນເຜົ່າມົ້ງ ເຊິ່ງເປັນແມ່ຍິງທີ່ມີຄວາມເຂັ້ມແຂງ, ມີນໍ້າໃຈຮັກຊາດແພງເຊື້ອ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນໃນດ້ານການອອກແຮງງານ ແລະ ທຳມາຫາກິນ ເພື່ອລ້ຽງຊີບ ຄ່ຽງບ່າຄ່ຽງໄຫຼ່ຜູ້ຊາຍຕັ້ງແຕ່ໃດມາ. ສະນັ້ນ ຈຶ່ງກາຍເປັນແຮງບັນດານໃຈໃນການສ້າງສັນ ຊຸດສະຕີມົ້ງແຫ່ງຍຸກສະໄຫມ ອັນເປັນດັ່ງຕົວແທນໃຫ້ແມ່ຍິງລາວສະໄຫມໃຫມ່ ທຸກທົ່ວໜ້າ ເຊິ່ງສະແດງອອກຜ່ານວັດທະນະທຳ ການນຸ່ງຖືແບບຊົນເຜົ່າທີ່ມີເອກະລັກຂອງຊາດເຊິ່ງແຝງໄປດ້ວຍ ຄວາມງົດງາມປານິດທາງດ້ານສິລະປະ, ພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ. ພ້ອມດຽວກັນ, ກໍຢາກສະທ້ອນໃຫ້ເຫັນວ່າແມ່ຍິງທົ່ວໂລກບໍ່ວ່າຈະເປັນເຊື້ອຊາດ, ສາສະໜາໃດ ກໍສາມາດມີຄຸນຄ່າທີ່ໂດດເດັ່ນໃນທຸກດ້ານບໍ່ວ່າຈະເປັນທາງດ້ານວິຖີຊິວິດ, ແນວຄິດທັດສະນະຄະຕິ, ວັດທະນະທຳ ດັ່ງທີ່ທຸກຄົນສາມາດເຫັນໄດ້ໃນສັງຄົມຕົວຈິງ.

ຂໍ້ມູນ ແລະ ຮູບພາບ: ກະຕິບເຂົ້າ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້