
ສະຖານທູດໄທໃນ ສປປ ລາວ ຮ່ວມກັບ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ໄດ້ມີການຈັດງານສຳມະນາໃນຫົວຂໍ້ເລື່ອງ: ແນວທາງການສະໜັບສະໜູນໃຫ້ນັກທຸລະກິດໄທລົງທຶນໃນ CLMV

ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2019 ທີ່ ໂຮງແຮມແລນມາກ ແມ່ຂອງ ລີເວີໄຊດ໌ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈຳ ສປປລາວ, ທ່ານ ນິຍົມ ໄວຍະລັດພານິດ ຮອງປະທານສະພາການຄ້າແຫ່ງປະເທດໄທ, ທ່ານ ມົນຕີ ມະຫາພຶກພົງ ແລະ ແຂກທີ່ເຂົ້າຮ່ວມງານ. ການຈັດງານສຳມະນາໃນຄັ້ງນີ້ ມີຈຸດປະສົງແມ່ນເພື່ອໃຫ້ຜູ້ປະກອບການໄທໃນ CLMV ໄດ້ຮັບຮູ້ນະໂຍບາຍການໃຫ້ຄວາມສະໜັບສະໜູນ ຮັບຮູ້ເຖິງສະພາບແວດລ້ອມທາງເສດຖະກິດຂອງໂລກ ແລະ ເພື່ອໃຫ້ຜູ້ປະກອບການໄດ້ມີໂອກາດພົບປະໂອ້ລົມ ແລະ ສ້າງ CLMV Business Platform ຮ່ວມກັນ ເຊິ່ງຈະເປັນການດຳເນີນທຸລະກິດຮ່ວມກັນລະຫວ່າງນັກທຸລະກິດໄທກັບນັກທຸລະກິດໃນກຸ່ມປະເທດ CLMV

ງານຄັ້ງນີ້ ເປັນການຈັດງານຄັ້ງທີ່ 2 ສືບເນື່ອງມາຈາກການປະຊຸມຈັດສຳມະນາເພື່ອແນະນຳຫຼັກການການປະຕິບັດ ເລື່ອງບັນຫາອຸປະສັກ ແລະ ແນວທາງການລົງທຶນຂອງໄທໃນອະນຸພາກພື້ນແມ່ນ້ຳຂອງ ໃນຊ່ວງໄລຍະວັນທີ 24-25 ກັນຍາ 2017 ທີ່ ຈັງຫວັດຊຽງໃໝ່ (ປະເທດໄທ) ບວກກັບສະຖານະການການປ່ຽນແປງທາງດ້ານເສດຖະກິດທີ່ເກີດຂື້ນໃນປັດຈຸບັນ ເຊັ່ນສົງຄາມການຄ້າລະຫວ່າງ ສປ. ຈີນ ກັບສະຫະລັດອາເມລິກາ ແລະ ສະຖານະການຕ່າງໆທີມີຜົນຕໍ່ທຸລະກິດ ເຊິ່ງຫົວຂໍ້ຂອງການສຳມະນາໃນຄັ້ງນີ້ມີດັ່ງນີ້:
ທ່ານ ນິຍົມ ໄວຍະລັດຊະພານິດ ຮອງປະທານຫໍສະພາການຄ້າແຫ່ງປະເທດໄທ ຂື້ນບັນຍາຍໃນຫົວຂໍ້ເລື່ອງການສະໜັບສະໜູນການຄ້າ ແລະ ການລົງທຶນຂອງສະພາຫໍການຄ້າແຫ່ງປະເທດໄທ ທີ່ມີຕໍ່ນັກທຸລະກິດໄທໃນ CLMV
ທ່ານ ມົນຕຣີ ມາຫາພຶກພົງ ຮອງປະທານສະພາອຸດສະຫະກຳແຫ່ງປະເທດໄທ ບັນຍາຍໃນຫົວຂໍ້ກົນລະຍຸດໃນການຮັບມືອິດທິພົນຈີນຂອງນັກທຸລະກິດໄທໃນ CLMV ແລະ ນອກຈາກນັ້ນຍັງມີການສຳມະນາໃນຮູບແບບການສົນທະນາເລື່ອງກົນລະຍຸດ ແລະ ທັດສະນະໃນການຂັບເຄື່ອນເສດຖະກິດຂອງແຕ່ລະປະເທດ ໂດຍທ່ານ ນິຍົມ ໄວຍາລັດຊະພານິດ ຮອງປະທານຫໍສະພາການຄ້າແຫ່ງປະເທດໄທ ພ້ອມດ້ວຍປະທານສະພາທຸລະກິດໄທໃນ CLMV ແລະ ນາຍົກສະມາຄົມນັກທຸລະກິດໄທໃນ CLMV, ຫລັງຈາກນັ້ນກໍ່ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສຳມະນາໄດ້ສະເໜີຄວາມຄິດເຫັນນຳອີກດ້ວຍ.

ທ່ານ ວະຣາວຸດ ມີສາຍຍາດ ນາຍົກສະມາຄົມ ນັກທຸລະກິດໄທ ປະຈໍາ ສປປລາວ ໄດ້ກ່າວວ່າ: ທາງສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ມີໂຄງການ “ອ້າຍຈູງນ້ອງ” ໝາຍຄວາມວ່ານັກທຸລະກິດໃນໄທ ທີ່ເຮັດວຽກ ຫຼື ຢູ່ໃນ ສປປ ລາວ ມາເປັນໄລຍະເວລາດົນພໍສົມຄວນໃນທຸກອຸດສະຫາກໍາ ບໍ່ວ່າຈະເປັນການຄ້າ,ການຂາຍ,ການຜະລິດ,ການທ່ອງທ່ຽວ. ໃນກໍລະນີທີ່ນັກທຸລະກິດໄທ ຕ້ອງການເຂົ້າມາເຮັດທຸລະກິດໃໝ່ ແລະ ຍັງຕ້ອງການຄວາມຮູ້ ປະສົບການກ່ຽວກັບການເຮັດທຸລະກິດໃນ ສປປ ລາວ ຕົວຢ່າງ: ຖ້າຕ້ອງການເຮັດທຸລະກິດຄ້າຂາຍ ທາງເຮົາກໍຈະພາໄປຫາ ປຕທ ເພາະ ປຕທ ສາມາດແນະນໍາໄດ້ກ່ຽວກັບການເຮັດທຸລະກິດຄ້າຂາຍໃນລາວ. ຖ້າຢາກເຂົ້າມາເຮັດກ່ຽວກັບກະສິກໍາ ທາງເຮົາກໍຈະພາໄປຫາ ຊີພີ ເພາະເຂົາເຈົ້າມີຂໍ້ມູນການເຮັດກະສິກໍາໃນລາວ ທັງໝົດນີ້ ເປັນການໃຫ້ການສະໜັບສະໜູນນັກທຸລະກິດໄທ ທີ່ຢາກມາລົງທຶນໃນ ສປປ ລາວ
ທ່ານຍັງກ່າວຕື່ມອີກວ່າ: ຢູ່ ສປປ ລາວມີກົດໝາຍເລື່ອງຂອງການລົງທຶນ ໃນກໍລະນີທີ່ນັກທຸລະກິດໄທ ເຂົ້າມາເຮັດທຸລະກິດປະເພດທີ່ໄດ້ຮັບສົ່ງເສີມການລົງທຶນ ລັດຖະບານລາວກໍ່ໃຫ້ການສົ່ງເສີມໂດຍຍົກເວັ້ນອາກອນກຳໄລ ຫຼື ພາສາໄທເອີ້ນວ່າ ພາສີລາຍໄດ້ນິຕິບຸກຄົນ ເປັນໄລຍະເວລາ 4-7 ປີ ແລ້ວແຕ່ພຶ້ນທີ່ ໂດຍຍົກເວັ້ນພາສີສູນເປີເຊັນ. ໃນກໍລະນີທີ່ນໍາເຄື່ອງຈັກກົນ ຫຼື ປະເພດວັດຖຸດິບເຂົ້າມາກໍໄດ້ຮັບການຍົກເວັ້ນພາສີນໍາເຂົ້າເຊັ່ນດຽວກັນ.




Hits: 21