ຂໍຂອບໃຈນຳຜູ້ສະໜັບສະໜູນ

ເສີມຂະຫຍາຍ ແລະ ສືບຕໍ່ຄວາມສໍາເລັດ ປີທີ3 ງານສະແດງສິນຄ້າ Lifestyle ໃຫຍ່ທີ່ສຸດ, ຄົບທີ່ສຸດ ໃນພູມມິພາກອາຊີ ເຊື່ອໝັ້ນຊ່ວຍຊຸກຍູ້ຍອດການສົ່ງອອກເພີ່ມຂື້ນ 3%

ກຸງເທບ, 16 ກັນຍາ 2019 ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ຫຼື DITP ເລີ່ມຂະຫຍາຍ ແລະ ສືບຕໍ່ຄວາມສໍາເລັດ ການຈັດງານສະແດງສິນຄ້າ Lifestyle ທີ່ຍີ່ງໃຫຍ່ ແລະ ຄົບຖ້ວນທີ່ສຸດໃນພູມມິພາກອາຊີຕະຫຼອດ 3ປີ ຖະແຫຼງຂ່າວການຈັດງານສະແດງສິນຄ້າ “STYLE Bangkok ເດືອນຕຸລາ 2562” ລະຫວ່າງວັນທີ 17-21 ຕຸລາ 2019 ທີ່ສູນນິທັດສະການ ແລະ ການປະຊຸມໄບເທດບາງນາ ໃນພື້ນທີ່ 41,000 ຕາລາງແມັດ ລວມ 1,800 ບູ້ດ ຄາດຄະເນມີຜູ້ເຂົ້າຊົມງານບໍ່ຕໍ່າກວ່າ 50,000 ຄົນ ຈາກຫຼາຍ 70 ກວ່າປະເທດທົ່ວໂລກ ສ້າງມູນຄ່າການສັ່ງຊື້ບໍ່ຕໍ່າກວ່າ 2,000 ລ້ານບາດ ຊ່ວຍເສີມພາບລັກປະເທດໄທ ໃຫ້ເປັນຈຸດໝາຍປາຍທາງຂອງສິນຄ້າ Lifestyle ລະດັບນາໆຊາດ ພ້ອມໝູນເສດຖະກິດໃຫ້ເຕີບໃຫ່ຍ, ໝັ້ນຄົງ, ເຂັ້ມແຂງ ແລະ ຍຶນຍົງ ເຊື່ອໝັ້ນວ່າງານນີ້ຈະຊ່ວຍພັກດັນການສົ່ງອອກປີນີ້ໃຫ້ຂະຫຍາຍຕົວໄປເຖີງຮ້ອຍລະ 3 ຕາມເປົ້າໝາຍ

ທ່ານ ນາງ ບັນຈົງຈິດ ອັງສຸສິງ ອະທິບໍດີກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ກ່າວພາຍໃນການຖະແຫຼງຂ່າວວ່າ “ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ ມີບົດບາດອັນສໍາຄັນຢ່າງຍີ່ງໃນການສະໜັບສະໜູນເສດຖະກິດໄທ ໂດຍມີພາລະກິດຫຼັກໃນການສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການຂອງໄທ ໃຫ້ອອກໄປສູ່ຕະຫຼາດຕ່າງປະເທດຫຼາຍທີ່ສຸດ ພ້ອມສຸມໃສ່ສະໜັບສະໜູນສົ່ງເສີມຜູ້ປະກອບການ SME ໜ້າໃໝ່ ແລະ ເດີນໜ້າສືບຕໍ່ນະໂຍບາຍຫຼັກຂອງກົມໃນການຮັກສາຕະຫຼາດເກົ່າ, ຟື້ນຟູຕະຫຼາດເກົ່າ ແລະ ຂະຫຍາຍຕະຫຼາດໃໝ່

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນເດືອນຕຸລາ ປີ 2017 ກົມສົ່ງເສີມການຄ້າລະຫວ່າງປະເທດ ໄດ້ລິເລີ່ມຈັດງານ “STYLE” ຂື້ນເປັນຄັ້ງທໍາອິດ ຖືເປັນງານສະແດງສິນຄ້າ Lifestyle ຮູບແບບໃໝ່ ໂດຍຜ່ານການຈັດງານສະແດງສິນຄ້າ Lifestyle ທີ່ຈັດຂື້ນເປັນປະຈໍາທຸກປີຢູ່ແລ້ວ ໄດ້ແກ່: ງານ BIFF&BIL, BIG+BIH ແລະ TIFF ລວມເອົາໄວ້ດ້ວຍກັນ ເຊິ່ງນັບເປັນໜື່ງໃນກົນລະຍຸດການພັດທະນາ ແລະ ສົ່ງເສີມການຄ້າລະຫວ່າງປະເທດຢ່າງຕັ້ງໜ້າ ແລະ ຮອງຮັບແນວໂນ້ມຄວາມຕ້ອງການໃໝ່ຂອງຕະຫຼາດໂລກ ເຊິ່ງໃນຊ່ວງຫຼາຍປີທີ່ຜ່ານມາ ຈາກສະຖິຕິພົບວ່າ ສິນຄ້າ Lifestyle ເປັນໜື່ງໃນສິນຄ້າສົ່ງອອກສໍາຄັນຂອງປະເທດໄທເຊັ່ນປີ 2018 ທີ່ຜ່ານມາມມູນຄ່າການສົ່ງອອກປະມານ 12,310 ລ້ານໂດລາ ຫຼື ເກືອບ 400,000 ລ້ານບາດ ຄິດເປັນ 4,8% ຂອງສິນຄ້າສົ່ງອອກທັ້ງໝົດ”

“ການຈັດງານສະແດງສິນຄ້າ Lifestyle ຈື່ງເປັນອີກໜື່ງໂອກາດສໍາຄັນໃນການສົ່ງເສີມສິນຄ້າເພື່ອການສົ່ງອອກ ແລະ ສ້າງຄວາມເຕີບໂຕທາງດ້ານເສດຖະກິດ ແລະ ໃນເດືອນເມສາ ທີ່ຜ່ານມາເຮົາໄດ້ຈັດງານ STYLE Bangkok ຂື້ນ ເຊິ່ງປະສົບຄວາມສໍາເລັດດີຫຼາຍ ທັງຈໍານວນຜູ້ປະກອບການ, ນັກທຸລະກິດ, ຜູ້ນໍາເຂົ້າ ແລະ ຜູ້ສົ່ງອອກ, ນັກອອກແບບ ທັງຊາວໄທ ແລະ ຕ່າງປະເທດເຂົ້າຊົມງານຫຼາຍກວ່າ 45,000 ຄົນ ມີຍອດສັ່ງຊື້ຫຼາຍກວ່າ 2,230 ລ້ານບາດ

“ກົມສົ່ງເສີມການຄ້າລະຫວ່າງປະເທດ ເດີນໜ້າຕໍ່ຍອດຄວາມສໍາເລັດໂດຍຈັດງານສະແດງສິນຄ້າ STYLE Bangkok ເດືອນຕຸລາ 2019 ລະຫວ່າງວັນທີ 17-21 ຕຸລາ 2019 ທີ່ສູນນິທັດສະການ ແລະ ການປະຊຸມໄບເທດບາງນາ ໂດຍລວບລວມສິນຄ້າໄລສໄຕສຄວບຄຸມທຸກປະເພດ ທັງສິນຄ້າ Fashion, ເຄຫາ, ແຜ່ນແພ, ເຄື່ອງໜັງ, ຂອງຂວັນ, ຂອງໃຊ້ເຟີນີເຈີ້ ແລະ ຂອງຕົບແຕ່ງບ້ານ ຕະຫຼອດຮອດສິນຄ້າສະເພາະກຸ່ມ ເຊັ່ນ: ສິນຄ້າແມ່ ແລະ ເດັກ ສິນຄ້າສໍາລັບສັດລ້ຽງ ແລະ ສິນຄ້າສໍາລັບຜູ້ສູງອາຍຸ (60+) ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທັງບຸກຄົນທົ່ວໄປ, ສະຖາປັດຕະຍະກໍາ, ນັກຕົບແຕ່ງ, ນັກອອກແບບ ແລະ ໃນຮູບແບບອົງກອນ ຫຼື ໂປເຈັກພິເສດຕ່າງๆເຊັ່ນ: ໂຮງແຮມ, ຮ້ານອາຫານ, ແກລໍລີ ເປັນຕົ້ນ ທີ່ມີແນວໂນມຄວາມຕ້ອງການສິນຄ້າທີ່ຫຼາກຫຼາຍຂື້ນ ໃນນີ້ເພື່ອສະແດງສັກກະຍະພາບຜູ້ປະກອບການໄທເຊີ່ງສາມາດຕອບສະໜອງຄວາມຕ້ອງການຕະຫຼາດໂລກໄດ້ທາງດ້ານວັດຖຸດິບ, ການຜະລິດ, ງານອອກແບບສ້າງສັນ ໂດຍພາຍໃນງານພົບກັບສິນຄ້າຈາກຜູ້ຜະລິດຕົວຈິງມີແບຣນສິນຄ້າຊັ້ນນໍາຫຼາຍກວ່າ 800 ຊະນິດ ຮ່ວມຈັດສະແດງຫຼາຍກວ່າ 1,800 ບູດ”

ກົມມີຄວາມໝັ້ນໃຈວ່າ ງານນີ້ຈະໄດ້ຮັບຄວາມສົນໃຈຈາກຜູ້ປະກອບການ, ນັກທຸລະກິດ, ຜູ້ນໍາເຂົ້າ ແລະ ສົ່ງອອກ ນັກອອກແບບທັງຊາວໄທ ແລະ ຕ່າງປະເທດ ເຂົ້າຊົມງານຈໍານວນຫຼາຍ ເຊິ່ງນອກຈາກຮູບແບບການຈັດງານ ແລະສິນຄ້າທີ່ນໍາສະເໜີຈະມີຄວາມໜ້າສົນໃຈແລ້ວ ຍັງມີປັດໃຈທີ່ດຶງດູດໃຫ້ທັງຜູ້ຊື້ ແລະ ຜູ້ປະກອບການທີ່ມີຄວາມສົນໃຈເດີນທາງມາເຈລະຈາການຄ້າໃນງານ ບໍ່ວ່າຈະເປັນທີ່ພັກລາຄາປະຢັດ ອາຫານຫຼາກຫຼາຍທີ່ມີລາຄາຖືກ ແລະ ດີ ການໃຫ້ບໍລິການ, ການອໍານວຍຄວາມສະດວກດ້ານຕ່າງໆ ການເດີນທາງ ແລະ ການດູແລດ້ານຄວາມປອດໄພ

ພ້ອມກັນນີ້ ພາຍໃນງານຖະແຫຼງຂ່າວຍັງຈັດໃຫ້ມີ Mini Talk Show : ໂອກາດທາງການຄ້າ ແລະ ຊ່ອງທາງການຂະຫຍາຍຕະຫຼາດໃໝ່ສິນຄ້າ Lifestyle ໂດຍໄດ້ຮັບກຽດຈາກ ທ່ານນາງ ວັນນະພອນ ເກດທັດ (ຮອງອະທິບໍດີກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດ) ພ້ອມດ້ວຍ ທ່ານ ສັກດາ ແສງກັນຫາ ກໍາມະການຜູ້ຈັດການ ບໍລິສັດມະລິກູ໊ດ ຈໍາກັດ ແລະ ອາຈານເປັນໜື່ງ ວົງພູດອນ ຊິນແສຊື່ດັງ ຮ່ວມແລກປ່ຽນມຸມມອງ

ພາຍໃນງານ “STYLE Bangkok ເດືອນຕຸລາ 2019” ໃນຄັ້ງນີ້ ຜູ້ທີ່ມາຮ່ວມຊົມງານຈະໄດ້ພົບກັບສິນຄ້າ Lifestyle ຈາກແບຣນ ແລະ ແບຣນໄທດີໄຊເນີ້ຊັ້ນນໍາທີ່ໜ້າສົນໃຈຫຼາກຫຼາຍເຊັ່ນ: ແບຣນ Korakot ໂດຍ ກໍລະກົດ ອາລົມດີ ນຳສະເໜີສິນຄ້າຕົກແຕ່ງບ້ານ ໂຮງແຮມ ແບຣນ  Pichita ໂດຍພິຈິດຕາ ບຸນຍະລັດຕະພັນ ດີໄຊເນີ້ທີ່ມີຊື່ສຽງລະດັບສາກົນ ນໍາສະເໜີສິນຄ້າເສື້ອຜ້າແຟຊັ້ນ, ຜ້າພັນຄໍ ແລະ Home Décor ແບຣນລາບຣາດໍ ໂດຍ ອາເນກ ກຸນທະວີຊັບ ນໍາສະເໜີກະເປົ໋າ, ເຄື່ອງຂຽນ (Eco Lifestyle Design Products) ແບຣນ Puri ຜະລິດຕະພັນ skincare ຊື່ດັງເປັນຕົ້ນ

ນອກຈາກນີ້ ຜູ້ມາຊົມງານຈະໄດພົບກັບນິທັດສະການພິເສດເພື່ອຕອບຮັບກະແສສິນຄ້າຮັກໂລກ (ECO) ສິນຄ້າທີ່ຕອບໂຈດຄວາມເຊື່ອໂຊກລາງ (Spiritual Power) ສິນຄ້າແຟຊັ້ນທີ່ໄດ້ຮັບຈາກໂຄງການ Qurated Fashion Incubation ສິນຄ້າວັດຖຸດິບຈາກໂຄງການ Material Solution ໃນນີ້ ເພື່ອສະແດງສັກກະຍາພາບຜູ້ປະກອບການໄທ ເຊິ່ງສາມາດຕອບສະໜອງຄວາມຕ້ອງການຕະຫຼາດໂລກໄດ້ທັງດ້ານວັດຖຸດິບ, ການຜະລິດ, ງານອອກແບບສ້າງສັນ ຕະຫຼອດຈົນສິນຄ້າກຸ່ມຜູ້ສູງອາຍຸ (60+) ສິນຄ້າສໍາລັບແມ່ ແລະ ເດັກ ສິນຄ້າກຸ່ມສັດລ້ຽງ ແລະ ອື່ນໆ ເວົ້າໄດ້ວ່າ ຜູ້ມາຊົມງານຈະພົບກັບສິນຄ້າ Lifestyle ຕອບໂຈດຄົບທຸກຄວາມຕ້ອງການ

Hits: 31

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້