ໃນສະໄໝນັ້ນ ວັດຖຸບູຮານທາງສາດສະໜາພຸດ ກໍ່ມີຄວາມຈະເລີນສືບຕໍ່ກັນມາ ເຊິ່ງມີເຈົ້າອະທິການວັດຫຼາຍອົງສືບຕໍ່ມາ ຕົກມາຮອດຕົ້ນສັດຕະວັດທີ 20 ລະຫວ່າງ ປີ ຄ. ສ 1918 ໄດ້ມີພະພິກຂຸອົງໜຶ່ງເປັນເຈົ້າອະທິການວັດ ຕາແຫຼວ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ ) ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ຢຶດໝັ້ນໃນຫຼັກທຳມະ, ທ່ານໄດ້ນຳພາອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ.
ເຊິ່ງວັດສະດຸທີ່ນຳມາປະຕິສັງຂອນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່, ປູນປະທາຍ ຢູ່ຕາມແຕ່ລະບ່ອນ ມີການປະດັບປະດາຮູບແຕ້ມ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືທີ່ປານີດ ບັນຈົງ ( ຊື່ວ່າຊ່າງ ຫຼາວ) ການກໍ່ສ້າງທັງໝົດແມ່ນໄດ້ມາຈາກຄວາມສາມັກຄີ ປະກອບເຮື່ອເທແຮງກັນເປັນຫຼາຍໆປີ ຂອງປະຊາ ຊົນບ້ານຕາແຫຼວຕົກມາຮອດປີ 1969 – 1970.
ໃນວັນທີ 20 ພະຈິກ 1969 ຈັກກະພັດອາເມລິກາໄດ້ໃຊ້ຍົນ F 105 ຖິ້ມລະເບີດຍິງລູກສອນໄປເຜົາຜານທຳລາຍວັດຖຸ , ປູສະນີຍະສະຖານເຊິ່ງເປັນບ່ອນສັກກະລະບູຊາ ທີ່ເຄົາລົບນົບຖື ແລະ ຫວງແຫນຂອງປວງຊົນ
ໄດ້ຮັບຄວາມເສຍຫາຍຈົນບໍ່ສາມາດບັນລະຍາຍໄດ້.ໃນເຫດການຄັ້ງນີ້ ໄດ້ເຮັດໃຫ້ວັດເກົ່າບ້ານຕາແຫຼວ ແລະ ເຮືອນຊານຖືກໄຟໃໝ້ ປະຊາຊົນຊາວບ້ານຕາແລວ ພ້ອມດ້ວຍພະສົງສໍາມະເນນ ໄດ້ຮັບເຄາະກຳ ຂາດທີ່ຢູ່ອາໄສ ແຕກສະຫຼຸຜຸຜ່າຍ ປຸກເຮືອນນ້ອຍຫ້ອຍເຮືອນແຂວນ ຢູ່ຕາມທົ່ງນາໃຜມັນ ຢູ່ບ່ອນລະ 4 – 5 ລັງຄາເຮືອນ ສ່ວນວັດວາອາຮາມທີ່ສວຍສົດງົດງາມໃນເມື່ອກ່ອນໄດ້ກາຍເປັນເຖົ່າຖ່ານແຕກສະຫຼັກຫັກພັງ ເຫັນພຽງແຕ່ເສດດິນຈີ່ ແລະແກ້ວແຕກເປັນກ້ອນເປັນຜົງນ້ອຍໃຫຍ່ຍັງຢາຍຢູ່ຕາມເດີ່ນວັດຮ້າງຄົງເຫຼືອໄວ້ໃຫ້ເຫັນເປັນຮ່ອງຮອຍທາງດ້ານປະຫວັດສາດ ເມື່ອເປັນເຊັ່ນນັ້ນແລ້ວ ທາງອຳນາດການປົກຄອງທ້ອງຖິ່ນຈຶ່ງໄດ້ເຕົ້າລວມທ້ອນໂຮມຄວາມສາມັກຄີຄືນໃໝ່ໄດ້ສ້າງບ້ານຕາແຫຼວ ແລະ ວັດໃໝ່ຂື້ນ ທາງທິດຕາເວັນອອກຂອງບ້ານ ຕາມເສັ້ນທາງໄປເມືອງຊົນບູລີຂື້ນໃໝ່ແລະ ເປັນທີ່ສັກກະລະບູຊາຂອງຊາວບ້ານຕາແຫຼວຈົນເທົ່າທຸກວັນນີ້./
ແຫຼ່ງຂໍ້ມູນ: ເວບໄຊ ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ