ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ເຮັດໄດ້ພຽງບຽດເອົາຊະນະ ກໍາປູເຈຍ 1-0​. ວັນທີ 22 ກັນຍາ 2019 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ໃນການແຂ່ງຂັນບານເຕະຊາຍ ຊາຍຊີງແຊັມອາຊີ ຮຸ່ນອາຍຸ 16 ປິ ຮອບຄັດເລືອກ 2020 ( AFC U-16 CHAMPIONSHIP 2020, Qualifiers ) ກຸ່ມ J ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

ທີມຊາດລາວ ມີ 6 ຄະແນນ ຍິງໄດ້ພຽງ 2 ປະຕູ ແລະ ເສຍໄປເຖິງ 4 ປະຕູ ເຮັດໃຫ້ການລຸ້ນອັນດັບ 2 ດີທີ່ສຸດບໍ່ເປັນດັ່ງໃຈ ແລະ ບໍ່ດີພໍທີ່ຈະຕິດ 1 ໃນ 4 ທີມອັນດັບ 2 ທີ່ດີທີ່ສຸດ

ປັດຈຸບັນທີມທີ່ຜົນງານດີກວ່າເປັນ ອິນໂດເນເຊຍ, ອຸດສະເບກິດສະຖານ, ຫວຽດນາມ ແລະ ໄທ ຢູ່ໃນພື້ນທີ 1 ໃນ 4 ທີມອັນດັບ 2 ທີ່ດີທີ່ສຸດຕອນນີ້ (ອາດມີການປ່ຽນແປງຫຼັງກຸ່ມອື່ນໆແຂ່ງສໍາເລັດ)

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສ່ວນ ທີມຊາດລາວ ໝົດໂອກາດໄປຫຼິ້ນຮອບສຸດທ້າຍແນ່ນອນແລ້ວເພາະລົງ 3 ນັດຊະນະ 2 ແລະ ເສຍ 1 ນັດມີ 6 ຄະແນນ, ແຕ່ຜົນປະຕູໄດ້ເສຍຍັງຕິດລົບຢູ່ ເພາະຍິງໄດ້ພຽງ 2 ປະຕູ ແລະ ເສຍ 4 ປະຕູ.

ຂໍ້ມູນຈາກ: ອັບເດດກີລາລາວ-ສາກົນ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້