ຂໍຂອບໃຈນຳຜູ້ສະໜັບສະໜູນ

ປ່າ​ສະຫງວນ​ແຫ່ງ​ຊາດນໍ້າ​ຫ້າ ​ຕັ້ງ​ຢູ່​ພາກ​ຕາ​ເວັນຕົກ​ຂອງ ​ເມືອ​ງຫລວງ​ນໍ້າ​ທາ, ທິດຕາ​ເວັນ​ອອກ​ຂອງ​ເມືອງ​ສິງ ​ແລະ ທິດ​ເໜືອ​ຂອງ​ເມືອງ​ວຽງ​ພູ​ຄາ ແຂວງ​ຫລວງ​ນໍ້າ​ທາ. ມີ​ເນື້ອ​ທີ່​ກວ້າງຂວາງ​ເຖິງ 222.000 ກວ່າ​ເຮັກຕາ ​ແລະ ຢູ່​ຫ່າງ​ຈາກ​ເທດສະບານ​ ປະມານ 26 ກິ​ໂລ​ແມັດ. ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ລື​ຊື່ ​ທາງ​ດ້ານ​ທໍາ​ມະ​ຊາດ​ອັນ​ສວຍ​ສົດ​ງົດ​ງາມ ​ແລະ ​ໂດດ​ເດັ່ນ​ທີ່​ສຸດ ຖືກ​ຂະໜານ​ນາມ​ວ່າ​ເປັນ​ມໍລະດົກ​ອາ​ຊຽນ ຍ້ອນ​ຄວາມ​ອຸດົມສົມບູນ​ ທາງ​ດ້ານ​ປ່າ​ໄມ້ ​ແລະ ຊີ​ວະ​ນາໆ​ພັນ.

ປ່າ​ສະຫງວນ​​ແຫ່ງ​ຊາດນໍ້າ​ຫ້າ ຖືກແບ່ງເປັນ 3 ເຂດ ຄື: ເຂດຫວງຫ້າມ, ເຂດນຳໃຊ້ເພື່ອການເກັບກູ້ເຄື່ອງປ່າຂອງດົງ ແລະ ເຂດເຮັດກະສິກຳ. ມີປະຊາຊົນຫລາຍ​ກວ່າ 100 ຄອບຄົວ ທີ່ດໍາລົງຊີວິດຢູ່ບໍລິເວນປ່າສະຫງວນ. ໃນປີ 1999 ອົງການທ່ອງທ່ຽວແຫ່ງຊາດ ໄດ້ສົມທົບກັບຫ້ອງການທ່ອງທ່ຽວ ແຂວງຫລວງນ້ຳທາ, ໂດຍໄດ້ຮັບການສະໜັບສະໜູນ ທຶນຊ່ວຍ ເຫລືອລ້າ ຈາກປະເທດນິວຊີແລນ ເຂົ້າມາພັດທະນາການທ່ອງທ່ຽວ ແບບອະນຸຮັກໂດຍໃຫ້ປະຊາຊົນມີສ່ວນຮ່ວມ.

ສັດປ່າທີ່ຫາຍາກ 22 ສາຍພັນ, ມີນົກ 288 ສາຍພັນ. ມີລາຍການທ່ອງທ່ຽວທໍາມະຊາດ ແລະ ວັດທະນະນທໍາ ລາຍການຍ່າງປ່າຊົມຄວາມງາມຂອງທໍາມະຊາດ ຊົມສັດປ່າ, ລ່ອງເຮືອຢາງ, ທ່ຽວບ້ານປະຊາຊົນເພື່ອສຶກສາ ແລະ ຮຽນຮູ້ວິຖີຊີວິດດ້ານວັດທະນະທໍາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂຄງການ​ດັ່ງກ່າວ, ໄດ້​ເຮັດ​​​ໃຫ້​ຊຸມ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​, ​ປະຊາຊົນ​ ມີ​ວຽກ​​ເຮັດ​ງານ​ທໍາ ມີລາຍ​ຮັບດີ​ຂຶ້ນ. ພ້ອມນັ້ນຍັງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຊ່ວຍ​ຫລຸດຜ່ອນການ​ຖາງ​ປ່າ​ເຮັດ​ໄຮ່ ແລະ ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ໄວ້​ ໃຫ້​ຄົນ​ຮຸ່ນ​ຫລັງ​ໄດ້​ສືບ​ທອດ

ຂໍ້ມູນ ແລະ ຮູບພາບ: ຂ່າວສານປະເທດລາວ, Luangnamtha Touris

Hits: 55

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້