ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຕະເນສະພາບອາກາດ ແຕ່ວັນ 23 ຫາ 29 ກັນຍາ 2019 ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນໄດ້ເພິ້ມກໍາລັງແຮງຂຶ້ນເລັກນ້ອຍຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນແຂວງພາກໃຕ້ໃນຕອນບ່າຍຫາຄໍ່າ.



Hits: 11