Tuesday, February 11, 2025

ລາຍຮັບຫຼາຍ ພົ້ນທຸກໄດ້ ຍ້ອນປູກໝາກຫຸ່ງເປັນອາຊີບ

ທ່ານ ວົງ​ສອນ ວິ­ໄລ​ຫານ

ໝາກ­ຫຸ່ງ ເປັນ​ພືດ​ລົ້ມ​ລຸກ​ຊະ­ນິດ​ໜຶ່ງ​ທີ່​ປູກ ແລະ ບົວ­ລະ­ບັດ​ຮັກ­ສາ​ງ່າຍ ປັດ­ຈຸ­ບັນ​ພືດ​ດັ່ງ­ກ່າວ​ໄດ້​ຮັບ​ຄວາມ​ນິ­ຍົມ​ປູກ​ຫຼາຍ​ໃນ​ທ້ອງ­ຖິ່ນ​ຕ່າງໆ ເພື່ອ​ນຳ­ໄປ​ປຸງ​ແຕ່ງ­ອາ­ຫານ ແລະ ເປັນ​ສິນ­ຄ້າ​ຈຳ­ໜ່າຍ ເຊິ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ຄອບ­ຄົວ ດັ່ງ​ຄອບ­ຄົວ​ທ່ານ ວົງ​ສອນ ວິ­ໄລ​ຫານ ບ້ານ​ສົມ​ສະ­ຫວັນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເອົາ​ເວ­ລາ​ຫວ່າງ​ຈາກ​ການ​ເປັນ​ພະ­ນັກ­ງານ​ລັດ ປູກ​ໝາກ­ຫຸ່ງ​ຂາຍ​ເປັນ​ສິນ­ຄ້າ ເພື່ອ​ສ້າງ​ລາຍ​ຮັບ​ເສີມ​ໃຫ້​ຄອບ­ຄົວ.

ທ່ານ ວົງ​ສອນ ວິ­ໄລ​ຫານ ໃຫ້​ຮູ້​ວ່າ:

ດ້ວຍ​ການ​ມີ​ຄວາມ​ຮູ້​ພື້ນ­ຖານ​ດ້ານ​ກະ­ສິ­ກຳ ແລະ ຄວາມ​ມັກ-ຮັກ​ດ້ານ​ນີ້ ປີ 2017 ຕົນ​ໄດ້​ປູກ​ພືດ​ກະ­ສິ­ກຳ​ແບບ​ປະ­ສົມ​ປະ­ສານ ໂດຍ​ນ້ຳ​ໃຊ້​ເນື້ອ­ທີ່​ດິນ​ຂອງ​ຕົນ 2,5 ເຮັກ­ຕາ ໜຶ່ງ​ໃນ​ພືດ​ຫຼັກ​ທີ່​ປູກ ກໍ​ມີ ໝາກ­ຫຸ່ງ​ສາຍ​ພັນ​ຕ່າງໆ ເຊັ່ນ: ສາຍ​ພັນ​ແຂກ​ດຳ​ຍາວ ສາຍ​ພັນ​ເຫຼືອງ​ອິນ​ເດຍ ສາຍ​ພັນ​ໂຮນ​ລັງ ແລະ ສາຍ​ພັນ​ພື້ນ­ເມືອງ ໃນ​ນີ້ ພິ­ເສດ​ກວ່າ​ໝູ່​ແມ່ນ​ສາຍ​ພັນ​ເຫຼືອງ​ອິນ​ເດຍ (ສາຍ​ພັນ​ນຳ​ໂຊກ) ເປັນ​ສາຍ​ພັນ​ທີ່​ນຳ​ເຂົ້າ​ຈາກ​ປະ­ເທດ​ເຢຍ​ລະ​ມັນ ເຊິ່ງ​ມີ​ຄວາມ​ຕ້ອງ­ການ​ຫຼາຍ​ຈາກ​ແມ່​ຄ້າ​ຕາມ​ຕະ­ຫຼາດ​ຫຼາຍ ເພາະ​ສາຍ​ພັນ​ນີ້​ເມື່ອ​ມັນ​ສຸກ ຈະ​ມີ​ລົດ​ຊາດ​ກອບ ຫວານ ຫອມ ແລະ ເໝາະ​ແກ່​ການ​ນຳ­ໄປ​ປຸງ​ແຕ່ງ ຈັດ​ແຕ່ງ­ອາ­ຫານ ແລະ ອື່ນໆ ປັດ­ຈຸ­ບັນ​ສາ­ມາດ​ຂະ­ຫຍາຍ​ພັນ​ໄດ້​ກວ່າ 700 ຕົ້ນ. 

ພາບປະກອບ (ບໍ່ກ່ຽວກັບເນື້ອໃນ)

ສ່ວນ​ຕະ­ຫຼາດ​ຮອງ​ຮັບ ໄດ້​ຈຳ­ໜ່າຍ​ໃຫ້​ຕະ­ຫຼາດ ແລະ ມີ​ແມ່​ຄ້າ​ມາ​ຮັບ​ຊື້​ຢູ່​ສວນ ສະ­ເພາະ  ໝາກ­ຫຸ່ງ​ຂຽວ ຂາຍ​ລາ­ຄາ​ໝື່ນ​ລະ 80.000 ກີບ ໝາກ­ຫຸ່ງ​ເຫຼືອງ​ສຸກ ຂາຍ​ໝື່ນ​ລະ 100.000 ກີບ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 30 ລ້ານ​ກວ່າ​ກີບ​ຕໍ່​ປີ ເຮັດ​ໃຫ້​ຄອບ­ຄົວ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ແລະ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ.

ສຳ­ລັບ​ແຜນ​ໃນ­ຕໍ່­ໜ້າ ຈະ​ຂະ­ຫຍາຍ​ການ​ປູກ​ໝາກ­ຫຸ່ງ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ແຍກ​ອອກ​ໄປ​ແຕ່​ລະ​ສາຍ​ພັນ ເພື່ອ​ໃຫ້​ຄົນ​ເຂົ້າ​ມາ​ສຶກ​ສາ​ຮຽນ​ຮູ້​ສຳ­ຜັດ​ຕົວ​ຈິງ ແລະ ຈະ​ພັດ­ທະ­ນາ​ໃຫ້​ເປັນ​ແຫຼ່ງ​ທ່ອງ​ທ່ຽວ ເປັນ​ບ່ອນ​ພັກ­ຜ່ອນ ຫຼື ຜູ້​ຢາກ​ມາ​ຮຽນ​ຮູ້​ກ່ຽວ​ກັບ​ວິ­ທີ​ການ​ປູກ ພວກ​ເຮົາ​ກໍ​ຍິນ​ດີ​ໃຫ້​ຄຳ​ປຶກ­ສາ ແລະ ແນະ­ນຳ​ຢ່າງ​ເຕັມ­ທີ່.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: