ນໍ້າຕົກຕາດນາງລອດ ຕັ້ງຢູ່ອຸທິຍານເເບບອະນຸລັກພູຜາສຸກ ຢູ່ຫ່າງຈາກເມືອງສາລະວັນປະມານ 20 ກິໂລເເມັດຢູ່ ເຂດບ້ານປາກປົ່ງ ເມືອງສາລະວັນ ແຂວງ ສາລະວັນ




ນອກຈາກນີ້, ອຸທະຍານພູຜາສຸກຍັງມີຫລາຍຖໍ້າທີ່ແຝງໄປດ້ວຍຄວາມງົດງາມທີ່ແຕກຕ່າງກັນ ບາງຖໍ້າເໝືອນວ່າຄົນເຮົານໍາເອົາເພັດພອຍໄປຕິດໄປປະດັບເອຢ້ອງເຊິ່ງເມື່ອຕ້ອງກັບແສງໄຟແລ້ວກໍເຫລື້ອມຍິບຍັບງົດງາມອັດສະຈັນ, ບາງຖໍ້າເປັນຊັ້ນເປັນຖ້ານຄ້າຍຄືຂັ້ນໄດເໝືອນສະຫວັນດາວະດຶງ ແຕ່ຄວາມຈິງແລ້ວແມ່ນທຳມະຊາດສ້າງຂຶ້ນມາ ແລະ ທີ່ປະທັບໃຈຫລາຍກໍຄືບັນຍາກາດໃນຖ້ຳເຢັນດີ, ມີນ້ຳໄຫລຜ່ານທີ່ບໍ່ເປັນອຸປະສັກຕໍ່ການຍ່າງທ່ຽວຊົມ, ທາງຍ່າງກໍມີ ແລະ ສະດວກສະບາຍເພາະໄດ້ປັບປຸງແລ້ວ.


ຂອບໃຈຮູບພາບງາມໆຈາກ: ໂຕ້ໂນ້
Hits: 16