ປາກົດການຫາງສຽງຂອງຄົນທີ່ເຊົ່າຫ້ອງແຖວນັ້ນ ເຄີຍຖືກຖົກຖຽງແລກປ່ຽນກັນຫຼາຍບ່ອນ ສ່ວນໃຫຍ່ກໍແມ່ນຮ້ານກາເຟ ເພາະບ່ອນຮ້ານກາເຟນັ້ນບາງຮ້ານມັນໄດ້ມີຄົນຫຼາກຫຼາຍອາຊີບ ແລະ ອາຍຸ ເຊິ່ງບາງຄົນກໍແມ່ນພະນັກງານບຳນານ ຫຼື ບາງຄົນກໍແມ່ນພະນັກງານໜຸ່ມນ້ອຍ ລວມທັງປະຊາຊົນທົ່ວໄປ ດັ່ງນັ້ນ ວົງສົນທະນາຢູ່ຮ້ານກາເຟຈຶ່ງມີຫຼາກຫຼາຍບັນຫາ ເຊັ່ນ ຄ່າທຳນຽມເຊັນເອກະສານຕາມຫ້ອງການບ້ານຕ່າງໆ ຫຼື ຄ່າທຳນຽມເຮັດປື້ມສຳມະໂນຄົວຫົວໃໝ່ ທີ່ຄົນໃນສັງຄົມສ່ວນໃຫຍ່ໃຫ້ຄວາມສົນໃຈ.
ສຳລັບຫາງສຽງຂອງຜູ້ເຊົ່າຫ້ອງແຖວນັ້ນ ເຂົາກໍມີຄຳເຫັນຢາກແລກປ່ຽນເລື່ອງໃບພັກເຊົາ ແລະ ການກວດກາຂອງເຈົ້າໜ້າທີ່ຂັ້ນບ້ານ ເຊິ່ງຫາງສຽງໜຶ່ງບອກວ່າ ພວກເຂົາບໍ່ຢາກໃຫ້ໄປກວດເດິກເກີນໄປ ເຊັ່ນ:
ຖ້າເລີຍ 22 ໂມງຂຶ້ນໄປ ພວກເຂົາກໍປິດປະຕູນອນ ເຊິ່ງຖືວ່າເປັນເວລາພັກຜ່ອນ ປະເດັນຢູ່ທີ່ວ່າ ເຮົາຈະມີທາງອອກແນວໃດ ເພື່ອໃຫ້ທຸກຝ່າຍເກີດຄວາມພໍໃຈຮ່ວມ ໂດຍຫຼີກເວັ້ນບໍ່ນຳໃຊ້ຊ່ອງຫວ່າງອ້າງເຫດຜົນແອບແຝງ… ປະເດັນຕໍ່ມາຄືເລື່ອງຄ່າເຊັນເອກະສານຕ່າງໆຂອງແຕ່ລະບ້ານ ເຊິ່ງເກັບຄ່າທຳນຽມບໍ່ເປັນເອກະພາບກັນ ຍົກຕົວຢ່າງ: ໃບຢັ້ງຢືນ ຈ່າຍສິບພັນກີບ ເຊິ່ງໃຜກໍຍອມຮັບໄດ້ ແຕ່ຍັງມີຄ່າທຳນຽມບາງເອກະສານ (ຊື້?ຂາຍ) ຫຼື ຢືມເງິນກູ້ໜີ້ ຢືມສິນ ນີ້ເປັນເລື່ອງຕ່າງກັນໃນລາຍລະອຽດ.
ຫາງສຽງສ່ວນໜຶ່ງມີຄຳເຫັນວ່າ ປະຊາຊົນບາງຄົນເຮັດເອກະສານຢືມເງິນ ເພື່ອມາໝູນໃຊ້ແນວຈຳເປັນໃນຄອບຄົວ ແຕ່ອາດໄດ້ເສຍຄ່າເຊັນເອກະສານແພງແສນໜຶ່ງ? ສາມແສນ ເຂົາກໍບອກວ່າຝ່າຍກ່ຽວຂ້ອງຄວນຫຼຸດລົງ ເພາະການຢືມເງິນກູ້ໜີ້ຂອງປະຊາຊົນກໍຍ້ອນຂາດເຂີນຈຶ່ງກູ້ຢືມມາໝູນໃຊ້ ເພາະໃນຖົງກໍບໍ່ມີເງິນຢູ່ແລ້ວ ເຊິ່ງແຕ່ລະບ້ານກໍຍັງບໍ່ທັນໄດ້ເກັບເປັນເອກະພາບ ບາງບ້ານເກັບຖືກ ແຕ່ບາງບ້ານແພງ ແນວໃດກໍຕາມ ເຫັນວ່າການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນນັ້ນສຳຄັນຫຼາຍ ເຊິ່ງຂັ້ນເທິງທີ່ຮັບຜິດຊອບຄວນແກ້ໄຂດ່ວນ ເພື່ອປະໂຫຍດຂອງສ່ວນລວມ.
ຄ່າທຳນຽມທີ່ເປັນຫາງສຽງຮ້ອນມາແຮງ ຄືຄ່າເຮັດປື້ມສຳມະໂນຄົວຫົວໃໝ່ ເຊິ່ງທາງຝ່າຍກ່ຽວຂ້ອງໄດ້ອອກແຈ້ງການຄ່າແລ່ນປື້ມແລ້ວ ແຕ່ປາກົດວ່າ ການຈັດຕັ້ງຂັ້ນລຸ່ມບາງບ່ອນຍັງສວຍໂອກາດນຳຊ່ອງຫວ່າງ…? ບ່ອນສຳຄັນບໍ່ວ່າກົດໝາຍ ຫຼື ລະບຽບການ ຄ່າທຳນຽມຕ່າງໆ ຖ້າຂັ້ນເທິງອອກແລ້ວກໍຄວນນຳເອົາລະບຽບການຕ່າງໆນຳອອກເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ເພື່ອຄວາມໂປ່ງໃສ ບໍ່ໃຫ້ພາກສ່ວນໃດໜຶ່ງນຳໃຊ້ຊ່ອງຫວ່າງສວຍໂອກາດ ເຊິ່ງຖ້າວ່າປະຊາຊົນຮັບຮູ້ລະບຽບຄ່າທຳນຽມເຂົາກໍຈະມີບ່ອນອີງ ເຊິ່ງໄລຍະນີ້ເສດຖະກິດຝືດແທ້ ເວົ້າມາກໍເຫັນໃຈຜູ້ມີລາຍຮັບຕ່ຳ.
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່