ຂໍຂອບໃຈນຳຜູ້ສະໜັບສະໜູນ

ຖ້າກ່າວເຖິງຜ້າຝ້າຍ ທຸກຄົນອາດຈະຄິດວ່າເປັນງານສີມືຂອງຊຸມຊົນ ທີ່ບໍ່ເຂົ້າກັບແຟຊັ້ນ ຫຼື ຍຸກສະໄໝໃໝ່ໃນປະຈຸບັນ. ແຕ່ Bidalack lao brand ໄດ້ນໍາເອົາຜ້າຝ້າຍຕຸ່ນ ແລະ ໝາກເດືອຍຫີນ ທີ່ເປັນວັດຖຸດິບຈາກທ້ອງຖິ່ນພາກເໜືອຂອງລາວ ມາຜະລິດເປັນກະເປົາທີ່ມີຄວາມທັນສະໄໝ ແລະ ເຂົ້າກັບຍຸກປະຈຸບັນ ໃນສະຕາຍແບບລາວໆ. ນອກຈາກນີ້ ຍັງມີຕຸ້ມຫູ ຈາກຜ້າຝ້າຍ ແລະ ໝາກເດືອຍຫີນອີກດ້ວຍ

Bidalack lao brand ແມ່ນເກີດຂຶ້ນໃນປີ 2016 ໂດຍທໍາອິດແມ່ນໄດ້ນໍາເອົາຫົວນໍ້າຫອມຈາກຕ່າງປະເທດເຂົ້າມາ ພ້ອມກັບປະສົມປະສານງານສີມືຂອງຄົນໃນທ້ອງຖິ່ນ ກໍ່ຄືຄົນຫຼວງພະບາງ ເຂົ້າໄປໃນແບຣນ. ມາຮອດເດືອນ 8 ປີ 2019 Bidalack lao brand ກໍ່ໄດ້ມີຜະລິດຕະພັນໃໝ່ ເປັນກະເປົາຜ້າຝ້າຍ ທີ່ສາມາດປັກຊື່ດ້ວຍໝາກເດືອຍຫີນ ແລະ ຕຸ້ມຫູໝາກເດືອຍຫີນ. ທີ່ໄດ້ນໍາເອົາວັດຖຸດິບທ້ອງຖີ່ນ ເປັນຕົ້ນແມ່ນຜ້າຝ້າຍ ແລະ ໝາກເດືອຍ ທີ່ປະຊາຊົນປູກເອງ ໄດ້ນໍາມາຜະລິດເປັນສິນຄ້າທີ່ເຂົ້າກັບຍຸກສະໄໝ

ບິດາລັກ ສີອັກຄະພົນ ຫຼື ຕຸລີ່ ບິດາລັກ ນັກຮ້ອງສາວຈາກ ເມືອງມໍລະດົກໂລກ ທີ່ເປັນທັງນັກຮ້ອງ ນັກສະແດງ ແລະ ຍັງເປັນເຈົ້າຂອງທຸລະກິດຫຼາຍໆຢ່າງ. ໃນປີ 2005 ຕຸລີ່ເຄີຍເຂົ້າປະກວດນາງສັງຂານຫຼວງພະບາງ ແລະ ໄດ້ຮັບລາງວັນຊະນະເລີດ. ຫຼັງຈາກນັ້ນສາວຕຸລີ່ກໍໄດ້ຜັນໂຕເອງເປັນນັກຮ້ອງ ແລະ ເຮັດວຽກຢູ່ວົງການບັນເທີງລາວ ໂດຍມີຜົນງານເດັ່ນໆຫຼາຍຜົນງານ ເປັນຕົ້ນແມ່ນ: ເພງ ເຈັບບໍ່ຈໍາ, ເພງ ຢ່າງນ້ອຍກໍ່ເຄີຍຮັກກັນ, ເພງ ດີບໍ່ພໍ  ແລະ ອີກຫຼາຍໆຜົນງານເພງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ນາງ ບິດາລັກ ສີອັກຄະພົນ ເຈົ້າຂອງ Bidalack lao brand ໄດ້ກ່າວວ່າ:   ໂດຍສ່ວນຕົວກໍ່ເປັນຄົນທີ່ມັກງານສີມື, ມັກຜ້າຝ້າຍລາວຢູ່ແລ້ວ. ຜ້າຝ້າຍທີ່ເຮົາໃຊ້ແມ່ນມີຊື່ວ່າ “ຝ້າຍຕຸ່ນ” ເຊິ່ງເປັນຝ້າຍທໍາມະຊາດທີ່ງົດງາມຫຼາຍ ດ້ວຍຄວາມມັກຮັກສ່ວນຕົວເລີຍມີຄວາມຄິດວ່າຢາກເອົາຜ້າຝ້າຍນີ້ ມາເຮັດຜະລິດຕະພັນຂອງຄົນລາວ ໂດຍໄດ້ຮັບຊື້ຈາກປະຊາຊົນໃນທ້ອງຖິ່ນ ເຂດບ້ານນາຢາງ ຫຼວງພະບາງ

ນອກຈາກນີ້. ຍັງມີໝາກເດືອຍຫີນ ທີ່ບັນພະບຸລຸດຂອງຄົນລາວ(ພາກເໜືອ) ມັກຈະນໍາເອົາມາເຮັດເປັນເຄື່ອງປະດັບ. ແລ້ວໂຕເອງກໍມີຄວາມຄິດວ່າຢາກເອົາໝາກເດືອຍ ມາອອກແບບເຮັດເປັນ “ຕຸ້ມຫູ” ລອງເບິ່ງ ຈົນກາຍມາເປັນ ໝາກເດືອຍ ຄໍເລັກຊັ້ນ ຂອງ Bidalack lao brand ໂດຍການເອົາມາປັບໃຊ້ກັບຜ້າຝ້າຍລາວ ເພື່ອໃຫ້ຄົນລາວເຮົາຮູ້ວ່າ ໝາກເດືອຍຫີນ ລາວໆ ກໍ່ສາມາດເອົາມາເຮັດໃຫ້ ທັນສະໄໝ ໄດ້ຄຶກັນ.

ໂດຍການອອກແບບ ແລະ ການຜະລິດຂອງແບຣນ ແມ່ນໄດ້ຮ່ວມກັບໂຄງການຝຶກອົບຮົມວິຊາຊິບການຕັດຫຍິບຫຼວງພະບາງ ເຊິ່ງວ່າໂຄງການນີ້ແມ່ນສົ່ງເສີມອາຊີບໃຫ້ກັບແມ່ຍິງຫຼວງພະບາງທີ່ຍັງບໍ່ມີອາຊີບເຮັດ ພ້ອມນີ້ຍັງເປັນການສ້າງລາຍຮັບໃຫ້ກັບຄົນໃນທ້ອງຖິ່ນອີກດ້ວຍ.

Hits: 28

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້