Friday, March 21, 2025

ນະຄອນຫຼວງວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ

ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”.

ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື:ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ​ແລະ ລ້ານ​ຊ້າງ.

ດ້ານ​ໜຶ່ງ​ຊຽງ​ທອງກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.

ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ :

– ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື:

+ ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ.

+ ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ.

+ ​ໄດ້​ປະຕິບັດ​ນະໂຍບາຍ ສັນຕິພາບ ​ແລະ ມິດຕະພາບກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ.

+ ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ.ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ.

+ ​ ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ.ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່.

+ ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ

ໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ:

– ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງ ທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່ອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ ເພື່ອນບ້ານ​ໃກ້ຄຽງ.

– ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ.

– ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ).

– ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ).

– ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ.

ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​LSWinErrຂຶ້LSWinErrນ​ກຳ​ອຳນາດ, ຄວາມ​ສາມັກຄີພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ.​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະຫງ່ວມເຫງົາ.

ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ນະຄອນຫຼວງ​ວຽງ​ຈັນມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”.

ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື:ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ (ມຽນ​ມ່າ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.

ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ :

– ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື:

+ ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ.

+ ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ.

+ ​ໄດ້​ປະຕິບັດ​ນະໂຍບາຍ ສັນຕິພາບ ​ແລະ ມິດຕະພາບກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ.

+ ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ.ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ.

+ ​ ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ.ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່.

+ ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ

ໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ:

– ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່LSWinErrອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ເພື່ອນບ້ານ​ໃກ້LSWinErrຄຽງ.

– ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ.

– ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ).

– ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ).

– ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ.

    ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​LSWinErrຂຶ້LSWinErrນ​ກຳ​ອຳນາດ, ຄວາມ​ສາມັກຄີພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ.​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະຫງ່ວມເຫງົາ.

ນະຄອນວຽງຈັນສະໄໝເຈົ້າສຸລິຍະວົງສາສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

+ ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ.ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

+ ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ.ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

+ ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​

ໃນ​ປີ 1642 -1647 ມີ​ຄະນະ​ ຂອງຄຸ​ນພໍ່​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນ ດີງາມທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ວັດທະ ນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 – 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ)ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ.ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ.

ແຫຼ່ງຂໍ້ມູນ: ເວບໄຊຫ້ອງວ່າການນະຄອນຫຼວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່