
ມຸງຄຸນ 38 ປະການ ຖືໄດ້ວ່າເປັນທີ່ເພີ່ງທາງໃຈ ເປັນແບບແຜນ ແລະ ແນວທາງໃນການດໍາລົງຊີວິດຢ່າງຖືກຕ້ອງ ແລະ ມີຄວາມສຸກ. ຜູ້ທີ່ດຳເນີນຊີວິດດ້ວຍຫຼັກມຸງຄຸນ 38 ປະການນີ້ຍ່ອມເປັນຜູ້ສະຫງ່າອົງອາດ, ປະສົບຄວາມສຳເລັດໃນຊີວິດ ແລະ ມີຄວາມສຸກຢູ່ທຸກທີ່ທຸກເວລາ.

ມຸງຄຸນ 38 ປະການມີຄື:
- ການບໍ່ຄົບຄົນພານ
- ການຄົບບັນດິດ
- ການບູຊາບຸກຄົນທີ່ຄວນບູຊາ
- ການຢູ່ໃນຖິ່ນອັນສົມຄວນ
- ການເຄີຍເຮັດບຸນມາກ່ອນ
- ການຕັ້ງໂຕໄວ້ໃນທາງທີ່ຖືກຕ້ອງ
- ຄວາມເປັນພະຫູສູດ
- ຮອບຮູ້ສິລະປະ
- ມີວິໄນທີ່ສຶກສາອົບຮົມມາດີ
- ມີວາຈາສຸພາສິດ
- ການຖະນຸບຳລຸງບິດາມານດາ
- ການລ້ຽງດູລູກເຕົ້າ
- ການສົງເຄາະພັນລະຍາ-ສາມີ
- ເຮັດວຽກບໍ່ຄ້າງຄາ
- ການໃຫ້ທານ
- ການປະພຶດແຕ່ສິ່ງດີ
- ການສົງເຄາະຍາດພີ່ນ້ອງ
- ເຮັດວຽກທີ່ບໍ່ມີໂທດ
- ງົດເວັ້ນຈາກບາບ
- ເວັ້ນຈາກການດື່ມນ້ຳເມົາ
- ບໍ່ປະໝາດໃນທຳ
- ມີຄວາມເຄົາລົບ
- ມີຄວາມຖ່ອມໂຕ
- ມີຄວາມພໍໃຈ
- ມີຄວາມກະຕັນຍູ
- ຟັງທຳຕາມກາລະໂອກາດ
- ຄວາມອົດທົນ
- ຄວາມເປັນຜູ້ສອນງ່າຍ
- ການເຫັນສະມະນະ
- ສົນທະນາທຳຕາມໂອກາດ
- ຄວາມພຽນເຜົາກິເລດ
- ການປະພຶດພົມມະຈັນ
- ການເຫັນອະລິຍະສັດ
- ການເຫັນຊີວິດຈະແຈ້ງ
- ມີຈິດໃຈບໍ່ຫວັ່ນໄຫວ
- ຈິດໃຈບໍ່ເສົ້າໂສກ
- ຈິດໃຈປາສະຈາກກິເລດ
- ຈິດຊື່ນບານ


ຂໍ້ມູນ: ເລື່ອງເລົ່າເມືອງລາວ
ຮູບພາບ: Insidelaos.com
Hits: 134