![](http://insidelaos.com/wp-content/uploads/2019/09/70733617_2440956946229232_1113937714253660160_n.jpg)
ໄດ້ມີພິທີມອບຮັບ ວັດຖຸໂບຮານ ຢູ່ໂຄງການບໍ່ຄໍາທອງ ເຊໂປນ, ສປປ ລາວ ຊຶ່ງເປັນວັດຖຸໂບຮານ ທີ່ໄດ້ຄົ້ນພົບ ຕັ້ງແຕ່ເລີ້ມໂຄງການມາ ແຕ່ປີ 2008 ໂດຍມີຈໍານວນທັງໝົດ 7,881 ລາຍການ, ເປັນວັດຖຸໂບຮານ ທີ່ເຮັດດ້ວຍ ທອງ, ທອງແດງ, ເພັດພອຍ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ.
![](http://insidelaos.com/wp-content/uploads/2019/09/70770798_528626894369974_6250784832960331776_n.jpg)
ພາຍຫຼັງມອບຮັບແລ້ວ ຈະນໍາໄປວາງສະແດງ ຢູ່ຫໍພິພິດຕະພັນແຫ່ງຊາດ ນະຄອນຫຼວງວຽງຈັນ 828 ລາຍການ, ຫໍພິພິດຕະພັນ ສະຫວັນນະເຂດ 409 ລາຍການ ແລະ ຫໍພິພິດຕະພັນ ເມືອງວິລະບູລີ 6,644 ລາຍການ.
![](http://insidelaos.com/wp-content/uploads/2019/09/71401300_962193504141947_1982016399379267584_n.jpg)
ໃນໄລຍະທີ່ຜ່ານມາ ບໍລິສັດ ມິເນໂຮນສ໌ ລິມິເຕັດ ໄດ້ລົງທຶນ 1.3 ລ້ານ ໂດລາ ເຂົ້າໃນການອະນຸລັກ ປະຫວັດສາດ ແລະ ມໍລະດົກວັດທະນາທໍາ ທີ່ມີອາຍຸ ຫຼາຍກ່ວາ 3 ພັນປີ.
![](http://insidelaos.com/wp-content/uploads/2019/09/70702408_2115937502036227_4325107503877586944_n.jpg)
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດສັງຄົມ