Tuesday, February 11, 2025

ບໍລິສັດໄຟຟ້າຫົງສາຈຳກັດ ມອບທຶນການສຶກສາໃຫ້ນ້ອງນັກຮຽນ ຈຳນວນ120 ລ້ານກີບ

ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນຊັ້ນມັດທະຍົມທີ່ຮຽນດີ-ຮຽນເກັ່ງ ແລະ ມີຄຸນສົມບັດດີຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ ແຂວງໄຊຍະບູລີ. ໂດຍມີທ່ານ ຄະທາຢຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ, ທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ, ມີອຳນວຍການໂຮງຮຽນມັດທະຍົມ 6 ແຫ່ງພາຍໃນເມືອງ, ມີພະນັກງານວິຊາການບໍລິສັດໄຟຟ້າຫົງສາ ຈຳກັດ ແລະ ນ້ອງນັກຮຽນທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.

ນັກຮຽນທີ່ໄດ້ຮັບທຶນການສຶກສາຄັ້ງນີ້, ປະກອບມີ 6 ໂຮງຮຽນຄື:

ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານເມືອງຫານ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານນາປຸ່ງ ຈຳນວນ 6 ທຶນ, ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານແທ່ນຄຳ ຈຳນວນ 4 ທຶນ, ໂຮງຮຽນມັດທະຍົມສຶກສາສົມບູນ ພູແລ້ງ ຈຳນວນ 4 ທຶນ ແລະ ໂຮງຮຽນມັດທະຍົມສຶກສາສົມບູນບ້ານຄົກແອກ ຈຳນວນ 4 ທຶນ ລວມທັງໝົດ ຈຳນວນ 30 ທຶນ ລວມມູນຄ່າທັງໝົດ 90 ລ້ານກີບ.

ທ່ານ ຄະທາຢຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ກ່າວໃຫ້ຮູ້ວ່າ:

ສຳລັບກິດຈະກໍາສະໜັບສະໜູນການສຶກສາໃຫ້ນ້ອງນັກຮຽນຂອງບໍລິສັດ ໄຟຟ້າຫົງສາ ຈຳກັດ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2011 ເປັນຕົ້ນມາ, ໂດຍໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງຄື: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ.

ສະເພາະສົກຮຽນ 2019-2020 ນີ້, ທັງ 3 ເມືອງ ແມ່ນໄດ້ຮັບທຶນການສຶກສາທັງໝົດ ຈຳນວນ 40 ທຶນ ລວມມູນຄ່າທັງໝົດ 120 ລ້ານກີບ.

ໃນຕອນທ້າຍຂອງພິທີທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ໄດ້ສະໜັບສະໜູນ ແລະ ສົ່ງເສີມນັກຮຽນດີ-ຮຽນເກັ່ງໃນຊັ້ນມັດທະຍົມ ເຮັດໃຫ້ນ້ອງນັກຮຽນເອົາໃຈໃສ່ຕໍ່ການຮຽນຫຼາຍຂຶ້ນ.

ທັງນີິ້, ກໍເພື່ອຊ່ວຍໃຫ້ບັນລຸຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນຕາມນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.

ທັງເປັນການປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ເດັກໃນວັນນີ້, ກໍ່ຄຶຜູ້ໃຫ່ຍໃນວັນໜ້າ, ເປັນຜູ້ສຶບທອດພາລະກິດຂອງຊາດເຮົາໃນອານາຄົດ.

ພາບ-ຂ່າວ: ກິດຕິສັກ ບົວໄລ. Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: