Friday, November 7, 2025
Kbank Laos โอน รับ จ่าย

ໃບ 500 ກີບໃໝ່ ຈະອອກສູ່ຕະຫຼາດ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ສະບັບເລກທີ 430/ທຫລ ວັນທີ 24 ກັນຍາ 2019 ເຖິງ:

ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດ ໃນຂອບເຂດທົ່ວປະເທດ ເລື່ອງ: ການນໍາເອົາທະນະບັດປະເພດໃບ 500 ກີບ ສະບັບປັບປຸງໃໝ່ ອອກສູ່ຂອດຈໍລະຈອນ.

ໂດຍອີງຕາມ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2013; ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1266/ຫສນຍ, ລົງວັນທີ 26 ກໍລະກົດ 2019.

ທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດຊາບວ່າ:

ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ໄດ້ປັບປຸງທະນະບັດປະເພດໃບ 500 ກີບ, ຈາກຮູບແບບທີ່ນໍາໃຊ້ໃນຂອດຈໍລະຈອນປັດຈຸບັນລຸ້ນປີ 1988 ມາເປັນຮູບແບບປັບປຸງໃໝ່ລຸ້ນປີ 2015 ແລະ ຈະເລີ່ມພິມຈໍາໜ່າຍອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້ໃນວັນທີ 07 ຕຸລາ 2019, ເຊິ່ງມີລາຍລະອຽດດັ່ງນີ້:

ຄວາມແຕກຕ່າງລະຫວ່າງທະນະບັດປະເພດ 500 ກີບ ລຸ້ນປີ 1988 ປະເພດ 500 ກີບ ລຸ້ນປີ 2015 ມີຈຸດທີ່ແຕກຕ່າງກັນຄື: ດ້ານໜ້າໃບທະນະບັດ: ໄດ້ປັບປຸງ “ເຄື່ອງໝາຍຊາດ” ຈາກລຸ້ນເກົ່າ ມາເປັນລຸ້ນທີ່ນໍາໃຊ້ປັດຈຸບັນ, ປີພິມຈາກ “1988” ມາເປັນ “2015”; ດ້ານຫຼັງໃບທະນະບັດ: ປັບປຸງຊື່ທະນາຄານ ຈາກ “ທະນາຄານແຫ່ງລັດ” ມາເປັນ “ທະນາຄານແຫ່ງ ສປປ ລາວ” ເພື່ອໃຫ້ສອດຄ່ອງກັບສະພາບໃນປັດຈຸບັນ.

ສ່ວນເຈ້ຍພິມທະນະບັດ ພິມດ້ວຍເຈ້ຍຄຸນນະພາບດີ ຜະລິດຈາກຝ້າຍ 100%, ມີຄວາມແຕກຕ່າງກັບເຈ້ຍທົ່ວໄປ, ເມື່ອເອົາມືສໍາຜັດຈະຮູ້ສຶກຫຍາບ ແລະ ຊາມີຄວາມຄົງທົນຕໍ່ສະພາບອາກາດປຽກຊຸ່ມ.

ລັກສະນະຕ້ານການປອມແປງ: ຮູບລາຍນໍ້າກາດາວ, ຄ້ອນຕີ ແລະ ກ່ຽວ ຝັງຢູ່ໃນເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະຫວ່າງ ຈະເຫັນໄດ້ຢ່າງຊັດເຈນ ທັງດ້ານໜ້າ ແລະດ້ານຫຼັງ.

ດ້ານໜ້າໃບທະນະບັດ, ເຄື່ອງໝາຍຊາດ ແລະ ສິລະປະລາຍລາວ ເມື່ອສ່ອງໃສ່ແສງໄຟສີມ່ວງ (UV Light) ຈະເຮືອງ ແສງເປັນສີເຫຼືອງອ່ອນ. ສ່ວນສີສັນ, ລວດລາຍ, ຂະຫນາດ ແລະຄຸນລັກສະນະອື່ນໆຍັງຮັກສາໄວ້ຄືເກົ່າ ບໍ່ມີການປ່ຽນແປງ.

ທະນະບັດປະເພດໃບ 500 ກີບ ສະບັບປັບປຸງໃໝ່ລຸ້ນປີ 2015 ທີ່ພິມຈໍາຫນ່າຍອອກສູ່ຂອດຈໍລະຈອນນີ້ ແມ່ນ ຖືກຕ້ອງຕາມກົດຫມາຍ, ມີຄວາມສາມາດຊື້ໃນຂອບເຂດທົ່ວປະເທດ ໂດຍນໍາໃຊ້ຊໍາລະສະສາງຊື້ສິນຄ້າ ແລະ ບໍລິການ ໄປຄຽງຄູ່ກັບທະນະບັດປະເພດໃບ 500 ກີບ ລຸ້ນປີ 1988 ທີ່ຈໍລະຈອນໃນປັດຈຸບັນ.

ການນໍາເອົາທະນະບັດ ປະເພດໃບ 500 ກີບ ສະບັບປັບປຸງ ລຸ້ນປີ 2015 ອອກສູ່ຂອດຈໍລະຈອນໃນຄັ້ງນີ້ຈະບໍ່ມີຜົນ ກະທົບໃດໆຕໍ່ກັບສະຖຽນລະພາບຂອງຄ່າເງິນກີບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດ ໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ ແລະຈົ່ງມີສະຕິລະວັງຕົວະບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອໃນຮູບແບບຕ່າງໆຂອງຄົນບໍ່ດີ ທີ່ຈະສ້າງຄວາມປັ່ນປ່ວນຢູ່ໃນສັງຄົມ.

ແຫຼ່ງຂໍ້ມູນ: ທະນາຄານແຫ່ງ ສປປ.ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.