
ສູນຝຶກອົບຮົມວິຊາຊີບຫ້ວຍຫົງເກີດຂຶ້ນ ເພື່ອແມ່ຍີງໂດຍສະເພາະ ໂດຍມີຈຸດປະສົງ ເພື່ຶອຝຶກອົບຮົມວິຊາຊີບ ແຕ່ຂັ້ນພື້ນຖານ ຫາຂັ້ນຊໍານານໃຫ້ແກ່ແມ່ຍິງລາວ ຊົນນະບົດ ຜູ້ດ້ອຍໂອກາດ ຫຼື ພິການ. ພ້ອມນີ້ ຍັງເປັນການຟື້ນຟູ ແລະ ສົ່ງເສີມວິຊາຫັດຖະກໍາພື້ນເມືອງລາວ ເຊັ່ນ: ການຕໍ່າຫູກ, ຍ້ອມສີທໍາມະຊາດ ແລະ ອື່ນໆ.

ສູນແມ່ນໄດ້ຮັບອະນຸຍາດ ແລະ ການຊີ້ນໍາ ຈາກກົມແຮງງານ ແລະ ສະຫວັດດີການສັງຄົມ. ດຳເນີນງານ ມາຕັ້ງແຕ່ປີ 1998 ໂດຍໃນຂັ້ນຕົ້ນແມ່ນເນັ້ນໃສ່ການຝຶກອົບຮົມສິດສອນວິຊາຕໍ່າຫູກພື້ນເມືອງ, ກາຍຍ້ອມສີທໍາມະຊາດ ແລະ ການຕັດຫຍິບ.

ທ່ານ ນາງ ທອນຈັນ ອິນທະວົງ ວິຊາການສູນຝຶກອົບຮົມວິຊາຊີບຫ້ວຍຫົງ ໄດ້ກ່າວວ່າ: ນອກຈາກວິຊາການຕໍ່າຫູກແລ້ວດ້ວຍໄໝ ແລະ ຝ້າຍແລ້ວ. ສູນຍັງມີການຕໍ່າຜ້າເຈ້ຍເຊິ່ງເປັນວິຊາພິເສດ ທີ່ອາຈານຄົນຍີ່ປຸ່ນ ເປັນຜູ້ຖ່າຍທອດໃຫ້ ເພື່ອຮັກສາວັດທະນາທໍາການຜະລິດເຈ້ຍປໍສາຂອງຊົນເຜົ່າ. ທັງນີ້ກໍເພື່ອສົ່ງເສີມການນໍາໃຊ້ຜະລິດຕະພັນກະສິກໍາມາເປັນ ສິນຄ້າໃໝ່ໃຫ້ປະຊາຊົນລາວເຮົາ.
ທ່ານຍັງໄດ້ກ່າວຕື່ມວ່າ: ພາຍຫຼັງທີ່ນັກຮຽນໄດ້ຝຶກອົບຮົມແລ້ວ ພວກເຂົາສ່ວນໃຫ່ຍແມ່ນກັບຄືນບ້ານເດີມ ແລະ ໄດ້ເອົາວິຊາຫາລ້ຽງຊີບ, ນັກຮຽນສ່ວນຫຼາຍແມ່ນມາຈາກແຂວງວຽງຈັນ ແລະ ບໍລິຄໍາໄຊ


ຕັ້ງຢູ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫ່າງຈາກເສັ້ນທາງ ໜອງທາ-ດົງໂດກ ປະມານ 100 ແມັດ.
Hits: 16