ເຜີຍອອກມາແລ້ວ ສຳລັບຊຸດປະຈຳຊາດ ທີ່ຈະໃຫ້ ແອນນີ້ ຈັນດາລາສານ Miss Tourism World Laos 2019 ໃຊ້ໃນການປະກວດ Miss Tourism World 2019 ທີ່ ປະເທດຈີນ ໃນຮອບຕັດສິນ ວັນທີ 06 ຕຸລາ2019


ເຊິ່ງຊຸດດັ່ງກ່າວ ມີຊື່ວ່າ “AKHA OF LAOS” ຈາກຫ້ອງເຄື່ອງ ແສງຈຳປາ ທີ່ອອກແບບໂດຍ ອຈ ສົມສະນຸກ ເພຍສະຂາ.

ໂດຍຜູ້ອອກແບບໄດ້ເຜີຍ ເຖິງແຮງບັນດານໃຈໃນການອອກແບບວ່າ: ປະເທດລາວ ມີຄວາມຫຼາກຫຼາຍຂອງຊົນຊາດຊົນເຜົ່າ ແລະ ມີເອກະລັກສະເພາະໂຕທີ່ແຕກຕ່າງກັນ ເຊິ່ງເຜົ່າອາຄ່າ ກໍເປັນຊົນເຜົ່າໜຶ່ງ ທີ່ນອນຢູ່ໃນວົງຄະນະຍາດແຫ່ງຊາດລາວ ມີວັດທະນະທຳ, ຮີດຄອງປະເພນີອັນດີງາມ, ລວມໄປເຖິງການນຸ່ງຖືທີ່ເປັນເອກະລັກສືບທອດກັນມາແຕ່ບູຮານນະການ ສະແດງເຖິງຄວາມອຸດົມສົມບູນຮັ່ງມີຂອງຊັບພະຍາກອນທຳມະຊາດ


ເປັນຕົ້ນແມ່ນ ເຄື່ອງເງິນ, ໂລຫະ ທີ່ໄດ້ນໍາມາເປັນເຄື່ອງປະດັບ ແລະ ຜ້າຝ້າຍ ທີ່ໄດ້ມາຈາກທຳມະຊາດໃນການອອກແບບຊຸດນີ້ແມ່ນໄດ້ນຳມາປະຫຍຸກ ແລະ ຕົກແຕ່ງໃຫ້ເກີດມີຄວາມທັນສະໄໝເຂົ້າກັບຍຸກປັດຈຸບັນ ແຕ່ກໍຍັງຄົງຮັກສາເອກະລັກຂອງຊົນເຜົ່າອາຄ່າໄດ້ຢ່າງສວຍງາມ
ຂໍ້ມູນ ແລະ ຮູບພາບ: Nook Phiasakha, Amone’Chk
Hits: 5