ຂໍຂອບໃຈນຳຜູ້ສະໜັບສະໜູນ

ພິທີມອບ-ຮັບ ໂຄງການກໍ່ສ້າງເສັ້ນທາງດິນແດງຕັດໃໝ່ ຈາກເສັ້ນທາງ 13 ໃຕ້ ເຂດບ້ານນາໂດນ ຫາເຂດຈັດສັນ ບ້ານກຸງສີ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ ພ້ອມຄະນະ, ທ່ານ ພີມສະຫັວນ ໄຊຍະເກດ ອໍານວຍການບໍລິສັດ ເອັສວີກຼຸບ ຈໍາກັດ ພ້ອມຄະນະ ແລະ ມີບັນດາທ່ານພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນໄດ້ເລີ່ມ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງ ແຕ່ປີ 2017 ເປັນຕົ້ນມາ ຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັດ 100% ມີໄລຍະທາງ 6,182 ກິໂລແມັດ ຈາກເສັ້ນທາງ 13 ໃຕ້ ເຂດບ້ານນາໂດນ ຫາເຂດຈັດສັນ ມີ: ບ້ານກຸງສີ, ບ້ານສົມບູນ, ບ້ານກະບູດ ແລະ ບ້ານຊຽງແຫວນ ລວມມູນຄ່າການກໍ່ສ້າງທັງໝົດ 9.446.666.900 ກີບ ໂດຍເປັນທືນຊ່ວຍເຫຼືອລ້າຂອງ ທ່ານ ໄຊສົງຄາມ ວໍລະຈິດ ປະທານ ບໍລິສັດ ເອັສວີກຼຸບ ຈໍາກັດ ແລະ ຄອບຄົວ.

ຈຸດປະສົງໃນການກໍ່ສ້າງເສັ້ນທາງດັ່ງກ່າວ ກໍ່ເພື່ອເຮັດໃຫ້ການສັນຈອນໄປມາລະຫວ່າງບ້ານຕໍ່ບ້ານ ກໍ່ຄືການຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກ-ວ່ອງໄວ ແລະ ປອດໄພ, ຜົນສໍາເລັດດັ່ງກ່າວ ກໍ່ຍ້ອນຄວາມຕັດສິນໃຈ, ຄວາມເສຍສະຫຼະອັນສູງສົ່ງ ຂອງຜູ້ໃຫ້ທືນກໍ່ຄື ປະທານ ບໍລິສັດ ເອັສວີກຼຸບ ຕ້ອງການເປັນສ່ວນໜື່ງໃນການພັດທະນາພຶ້ນຖານໂຄງລ່າງຂອງແຂວງໂດຍສະເພາະ ແມ່ນການປະກອບສ່ວນເຂົ້າໃນຂະບວນການ: “ຮັກຊາດ ແລະ ພັດທະນາ” ແລະ ຖືເອົາໂຄງການນີ້ ເພື່ອເປັນສ່ວນໜື່ງໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາພື້ນຖານໂຄງລ່າງຊ່ວຍແຂວງຄໍາມ່ວນ, ຫວັງຢ່າງຍິ່ງວ່າ ເສັ້ນທາງດັ່ງກ່າວຈະເປັນເສັ້ນທາງໜື່ງ ທີ່ມີຄວາມໝາຍ, ຄວາມສໍາຄັນ ເຂົ້າໃນການນໍາໃຊ້ຢ່າງມີປະສິດທິພາບ ແລະ ພ້ອມກັນບົວລະບັດຮັກສາ ສາມາດນໍາໃຊ້ຢ່າງຍືນຍົງ ແລະ ຖາວອນ ຕະຫຼອດໄປ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ ແລະ ຮູບພາບ: ສຳນັກງານປົກຄອງແຂວຄໍາມ່ວນ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້