
ວັນທີ 30 ກັນຍາ 2019, ຄາເຟ່ ອາເມຊອນ ສາຂາໂພນຕ້ອງ ມີການຈັບລາງວັນແຈກ ລົດຈັກ Honda Zoomer-X ໃຫ້ແກ່ລູກຄ້າຄາເຟ່ ອາເມຊອນ ທົ່ວປະເທດ ຊຶ່ງໃນງານຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸທົນ ຊູທຽນ ຜູ້ອຳນວຍການບໍລິສັດ ພີທີທີ (ລາວ) ຈໍາກັດ, ທ່ານ ວັນສະຫວ່າງ ສ່ອງແສງ ຮອງອໍານວຍການບໍລິສັດ ພີທີທີ (ລາວ) ຈໍາກັດ, ທ່ານ ຈັນສະຫວ່າງ ສ່ອງແສງ ຜູ້ຈັດການຄາເຟ່ ອາເມຊ່ອນ ພ້ອມດ້ວຍພະນັກງານຄາເຟ່ ອາເມຊ່ອນ ແລະ ອ້າຍນ້ອງສື່ມວນຊົນເຂົ້າຮ່ວມ


ລາຍຊື່ຜູ້ໄດ້ຮັບລາງວັນຕ່າງໆປະຈໍາເດືອນ ກັນຍາ 2019 ມີດັ່ງນີ້:
ລາງວັນທີ 1 ແມ່ນ ລົດຈັກ Honda Zoomer- X ຈຳນວນ 1 ລາງວັນ ໄດ້ແກ່:
- ນາງ ມະນີຊອນ ບຸນຍະວັດ ບ້ານ ໂພໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
ລາງວັນທີ 2 ແມ່ນ ຮັບສິດດື່ມເຄື່ອງດື່ມຄາເຟ່ ອາເມຊອນ ຟຣີ 1 ເດືອນ ຈໍານວນ 3 ລາງວັນ ໄດ້ແກ່:
- ທ້າວ ແສງສຸລີ ປະສອນໄຊ ບ້ານ ພະບາດ ນະຄອນປາກເຊ ແຂວງ ຈໍາປາສັກ
- ນາງ ສຸດທິດາ ວົງປະຈິດ ບ້ານ ໂພນເຄັງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
- ທ້າວ ບຸນຄໍ້າ ສອນສະແຫວງ ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
ລາງວັນທີ 3 ແມ່ນ ຊຸດເຄື່ອງຟຣິມ້ຽມກະເປົາ ໝອນຮອງຄໍ ແລະ ຈອກອາເມຊ່ອນໂດມ ຈໍານວນ 5 ລາງວັນ ໄດ້ແກ່:
- ທ້າວ ຈັນທາ ແສງມະນີ ບ້ານ ໂພນຕ້ອງຈອມມະນີ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
- ທ້າວ ໄມຕິດ ແສງປະເສີດ ບ້ານ ຫ້ວຍແກ້ວ
- ທ້າວ ພຸດທະວົງ ຊາພັກດີ ບ້ານ ຫ້ວຍຊາຍໃຕ້ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ
- ທ້າວ ຈັນທະໄຊ ການຍະພັນ ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
- ນາງປາລີໍໍຊ້າ ເຕັມເມລາດ ບ້ານ ສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
ສໍາລັບເດືອນຕໍ່ໄປແມ່ນໃຜເປັນຜູ້ໂຊກດີ. ຮ່ວມຕິດຕາມນໍາກັນຜ່ານແຟນເພສ Café Amazon Lao PDR

ທ່ານ ສຸທົນ ຊູທຽນ ຜູ້ອຳນວຍການບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ກ່າວວ່າ: ການຈັດພິທີມອບໂຊກໃນຄັ້ງນີ້ ມີວັດຖຸປະສົງເພື່ອເປັນການຂອບໃຈລູກຄ້າທີ່ໃຫ້ການສະໜັບສະໜູນ ແລະ ໃຊ້ບໍລິການທີ່ຮ້ານກາເຟ ຄາເຟ່ ອາເມຊອນດ້ວຍດີຕະຫຼອດມາ ຊຶ່ງເຮົາຈະແຈກລາງວັນໃນທຸກໆທ້າຍເດືອນຕັ້ງແຕ່ເດືອນ ກັນຍາ ຈົນເຖິງເດືອນ ທັນວາ 2019 ດ້ວຍການຊິງໂຊກຜ່ານໃບບິນຄາເຟ່ ອາເມຊອນ ທີ່ລູກຄ້າເຂົ້າມາໃຊ້ບໍລິການຊື້ເຄື່ອງດື່ມພາຍໃນຮ້ານກາເຟ ຄາເຟ່ ອາເມຊອນ ທຸກສາຂາໃນ ສປປ ລາວ ໂດຍເລີ່ມເກັບສະສົມໃບບິນຂອງລູກຄ້າແຕ່ວັນທີ 20 ສິງຫາ ເປັນຕົ້ນມາ ແລະ ຈະເກັບສະສົມໄປເລືອຍໆຈົນເຖິງ ວັນທີ 20 ທັນວາ 2019

ທ່ານ ຈັນສະຫວ່າງ ສ່ອງແສງ ຜູ້ຈັດການຄາເຟ່ ອາເມຊ່ອນ ກໍໄດ້ກ່າວວ່າ: ປະຈຸບັນຄາເຟ່ ອາເມຊ່ອນ ຄວມຄຸມເກືອບທຸກແຂວງໃນປະເທດລາວແລ້ວ ຫຼື ແຕ່ແຂວງຜົ້ງສາລີ ເທົ່ານັ້ນທີ່ຍັງບໍ່ໄດ້ເຂົ້າ. ພາຍໃນປີ 2024 ເຮົາຕ້ອງມີສາຂາທັງໝົດ 110 ສາຂາໃນທົ່ວປະເທດ ຖ້າຮອດຕອນນັ້ນ ພະນັກງານທີ່ໃສ່ເສື້ອຄາເຟ່ອາເມຊ່ອນຈະມີທັງໝົດ ເກືອບ 700 ກ່ວາຄົນ ແລະ ປະຈຸບັນນີ້ແມ່ນໃຊ້ເມັດກະເຟຂອງລາວ ທັງເປັນການສະໜັບສະໜູນສິນຄ້າຂອງລາວ ເພື່ອເປັນການຊ່ວຍສັງຄົມໃຫ້ມີລາຍໄດ້ເພີ່ມຂຶ້ນ.

ນອກຈາກທາງຮ້ານກາເຟ ຄາເຟ່ ອາເມຊອນ ຂໍມອບຂອງລາງວັນໃຫ້ລູກຄ້າໄດ້ລຸ້ນຮັບເພື່ອເປັນການຂອບໃຈລູກຄ້າທີ່ໃຫ້ການສະໜັບສະໜູນ ແລະ ໃຊ້ບໍລິການທີ່ຮ້ານກາເຟ ຄາເຟ່ ອາເມຊອນດ້ວຍດີຕະຫຼອດມາ ແລະ ທາງເຮົາຍັງມີ ໂຄງການເຮັດຄວາມດີເພື່ອສັງຄົມ (CSR) ທີ່ເຄີຍຈັດຂື້ນໃນປີ 2019 ນີ້ອີກດ້ວຍ ເຊັ່ນ ໂຄງການເຊີນຊວນທຸກທ່ານຮ່ວມບໍລິຈາກເລືອດເພື່ອຊ່ວຍກອບກູ້ຊິວິດຄົນ ແລະ ໃນປີ 2020 ທີ່ຈະມາເຖິງນີ້ທາງເຮົາກໍ່ໄດ້ມີແຜນງານໃນການຈະສ້າງໂຄງການດີໆຫຼາຍຢ່າງເພື່ອນຳມາມອບໃຫ້ແກ່ລູກຄ້າ ແລະ ພີ່ນ້ອງໃນ ສປປ ລາວຢ່າງຕໍ່ເນື່ອງ

ຂໍ້ມູນເພີ່ມຕື່ມ: Café Amazon Lao PDR
Hits: 8