ບຸນຊ່ວງເຮືອທ່າວັດຈັນປີນີ້ ທີ່ຈະຈັດຂຶ້ນໃນວັນທີ 10-15 ຕຸລາ 2019. ທີ່ ທ່າເຮືອວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເຮືອທີມໃດຈະໄດ້ຄອງຂັນລາງວັນ ມູນຄ່າ 20 ລ້ານ ຈາກຮ້ານຄຳພູວົງ

ໃນປີທີ່ຜ່ານມາ. ສະໂມສອນ ນາວາສັກສິດ ເກັບແຊ້ມຊ່ວງເຮືອບຸນອອກພັນ ທີ່ສະໜາມ ທ່າວັນຈັນ ໄດ້ທັງ 2 ປະເພດຄື: ແຊ້ມເຮືອປະເພນີ 55 ສີພາຍ ໃນນາມ ຣີສອດປາກນໍ້າຄານ. ແຊ້ມເຮືອສູດ 55 ສີພາຍ ໃນນາມ ກຸ່ມທຸລະກິດຊ້າງເພັດ. ເຊິ່ງໄດ້ຮັບຂັນລາງວັນຈາກຮ້ານຄໍາພູວົງໄປຄອງ


ດ້ານຜູ້ອຳນວຍການຮ້ານຄຳພູວົງ ເຜີຍກ່ຽວກັບຂັ່ນລາງວັນວ່າ: ເປັນອີກຫນື່ງຄວາມພວກພູມໃຈ ໃນການຮັກສາ ແລະ ສຶບສານວັດທະນະທຳອັນດີງາມຂອງຊາດລາວ ຮ້ານຄຳພູວົງຮູ້ສຶກເປັນກຽດໃນການສະໜັບສະຫນັບສະຫນຸນຂັນລາງວັນເຮືອຊ່ວງປະຈຳປີ 2019 ເຊິ່ງມີມູນຄ່າຫລາຍກວ່າ 20 ລ້ານກີບ ລວມແຮງງານ

ມາລຸ້ນໄປພ້ອມກັນວ່າຂັນລາງວັນອັນງົດງາມນີ້ໃຜຈະເປັນຜູ້ໄດ້ຄອບຄອງ.
ຂໍ້ມູນ ແລະ ຮູບພາບ: ຮ້ານ ຄໍາພູວົງ. ສະໂມສອນ ນາວາສັກສິດ
Hits: 3