ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຖິງວ່າໂປຣຕີນຈາກພືດຈະຂາດກົດອາມິໂນຈໍາເປັນບາງຊະນິດ ແຕ່ຖ້າປະສົມປະສານກັນແລ້ວກໍສາມາດໃຫ້ກົດອາມິໂນທີ່ຄົບຖ້ວນໄດ້ເຊັ່ນດຽວກັນກັບໂປຣຕີນຈາກສັດ. ສະນັ້ນ ການກິນມັງສະວິລັດຄວນກິນໃຫ້ຄົບ 5 ໝູ່ ຈື່ງຈະເປັນຜົນດີຕໍ່ສຸຂະພາບ. ບໍ່ຄວນກິນແຕ່ສິ່ງທີ່ມັກ ຫຼື ແຊບເທົ່ານັ້ນ.

ຄາໂບໄຮເດດ ແຫຼ່ງອາຫານທີ່ພົບໄດ້ແກ່ ເຂົ້າຂັດສີ,​ ເຂົ້າປຸ້ນ ແລະ ອາຫານທີ່ເຮັດມາຈາກແປ້ງ ເຊິ່ງຄວນເລືອກກິນໃນປະລິມານທີ່ເໝາະສົມ ເພາະມີປະລິມານກາກໃຍສູງທີ່ມີປະໂຫຍດຕໍ່ລະບົບຂັບຖ່າຍ ແລະ ຊ່ວຍດູດຊຶມນໍ້າມັນສ່ວນເກີນທີ່ກິນເຂົ້າໄປອີກດ້ວຍ.

ໂປຣຕີນ ການດື່ມນົມ ຫຼື ກິນໄຂ່ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບໂປຣຕີນຢ່າງດີ ແຕ່ຜູ້ທີ່ກິນມັງສະວິລັດແບບເຄັ່ງຄັດຈະຮັບປະທານບໍ່ໄດ້ເລີຍ ແຕ່ສາມາດທົດແທນໄດ້ດ້ວຍຖົ່ວປະເພດຕ່າງໆ ເຊັ່ນ: ຖົ່ວເຫຼືອງ, ຖົ່ວດໍາ,​ເຕົ້າຮູ້ແຜ່ນ,​ ນໍ້າເຕົ້າຮູ້ ແລະ ອື່ນໆ ໂດຍຮັບປະທານຄາບລະຫຼາຍໆຊະນິດ ເພື່ອໃຫ້ຮ່າງກາຍໄດ້ຮັບໃນປະລິມານທີ່ພຽງພໍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ວິຕາມີນ ແລະ ເກືອແຮ່ ມີຫຼາຍໃນໝາກໄມ້ ຜັກໃບຂຽວ ແລະ ອື່ນໆ ຜູ້ທີ່ກິນມັງສະວິລັດຕ້ອງກິນໃຫ້ຫຼາຍກວ່າຄົນກິນປົກກະຕິ ເພື່ອປ້ອງກັນບໍ່ໃຫ້ຂາດວິຕາມິນບີສອງ ແລະ ສໍາລັບໄອໂອດີນແມ່ນມີຫຼາຍໃນອາຫານທະເລ ຜູ້ທີ່ກິນມັງສະວິລັດຄວນໃສ່ເກືອອະນາໄມຂະນະທີ່ປຸງອາຫານເພື່ອທົດແທນໄປໃນໂຕ ສ່ວນທາດເຫຼັກຈະມີຫຼາຍໃນໝາກໄມ້ອົບແຫ້ງ ຜັກກາດນາ ແລະ ຜັກກູດ ເຊິ່ງຄວນຫາມາກິນຕະຫຼອດເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ.​

ໄຂມັນ ຮ່າງກາຍຈະໄດ້ຈາກນໍ້າມັນພືດທີ່ນໍາມາປະກອບອາຫານ ເຊັ່ນ: ນໍ້າມັນຖົ່ວເຫຼືອງ  ງາ ແລະ ເມັດໝາກອຶ ເປັນຕົ້ນ.​ ຄວນລະວັງບໍ່ໃຫ້ກິນນໍ້າມັນຫຼາຍເກີນໄປ ເພາະອາດຈະເຮັດໃຫ້ຄວາມດັນສະສົມໄດ້.​

ສະນັ້ນ ເດັກນ້ອຍ ຜູ້ຍິງຖືພາ ແລະ ແມ່ທີ່ໃຫ້ນົມລູກ ທີ່ກິນມັງສະວິລັດ ຄວນເລືອກກິນໃນແບບທີ່ສາມ(​ທີ່ສາມາດກິນນົມ ໄຂ່ ແລະ ປານ້ອຍໄດ້) ເນື່ອງຈາກຮ່າງກາຍຂອງຄົນກຸ່ມນີ້ຕ້ອງການ ເຄຊຽມ ວິຕາມີນເອ ວິຕາມີນບີສອງ ແລະ ບີສີບສອງ ຫຼາຍກວ່າກຸ່ມອື່ນໆ.​

ຂໍ້ມູນ: ທ່ານ ນາງ ອາຈານ ສັນລະຍາ ຄົງສົມບູນເວດ ຜູ້ຊ່ຽວຊານດ້ານໂພສະນາການ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້