Monday, May 19, 2025
Kbank Laos โอน รับ จ่าย

ມາຮອດປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດຮ່ວມກັບ 143 ປະເທດແລ້ວ!

ທ່ານ ສະເຫຼີມໄຊ ກົມມະສິດ

ມາຮອດປັດຈຸບັນ, ສປປ ລາວ ມີສາຍພົວພັນການທູດຮ່ວມກັບ 143 ປະເທດ ແລະ ມີສະຖານທູດຢູ່ຕ່າງປະເທດ 26 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ, ຫ້ອງການກົງສຸນໃຫຍ່ 1 ແຫ່ງ, ລວມທັງ ມີການແຕ່ງຕັ້ງກົງສຸນກິຕິມະສັກຂອງ ສປປລາວ ຈໍານວນ 17 ທ່ານ.

ການເຄື່ອນໄຫວວຽກງານການຕ່າງປະເທດ ໄດ້ປະກອບສ່ວນຢ່າງສໍາຄັນ ແລະ ຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິ ບັດແນວທາງນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໜີປາຍຂອງ ສປປ ລາວ ຄື:

ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ເພື່ອເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫລາຍຮູບແບບ ບົນພື້ນຖານຫຼັກການສາກົນ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ ທັງເປັນການຍາດແຍ່ງການສະໜັບສະໜູນຈາກບັນດາປະເທດຕ່າງໆ ໃນເວທີພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບຫຼາຍຂື້ນ.

ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້