Saturday, April 26, 2025
Kbank Laos โอน รับ จ่าย

ວັນຄູແຫ່ງຊາດ ລາວອິນເຕີຄລີນິກກວດສຸຂະພາບໂດບຍໍ່ເສຍຄ່າ

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ລາວອິນເຕີຄລີນິກຈະໄດ້ຈັດກິດຈະກໍາກວດສຸຂະພາບໃຫ້ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາໂດຍບໍ່ເສຍຄ່າໃນວັນທີ 7 ຕຸລາ 209.

ທ່ານ ນາງ ດຣ ສີວິໄຊ ທໍາມະລັງສີ ອໍານວຍການ ລາວອິນເຕີຄລີນິກ ໄດ້ໃຫ້ສໍາພາດວັນທີ 2 ຕຸລາ 2019 ວ່າ:

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ໃຫ້ເປັນຂະບວນຟົດຟື້ນ ລາວອິນເຕີຄລີນິກຂໍມີສ່ວນ ຮ່ວມປະກອບສ່ວນຈັດກິດຈະກໍາກວດສຸຂະພາບໃຫ້ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກ ສາໂດຍບໍ່ເສຍຄ່າ.

ໃນວັນທີ 7 ຕຸລາ 2019 ເລີ່ມແຕ່ເວລາ 8:00-16:30 ໂມງ ສະຖານທີ່ຕັ້ງຢູ່ຖະໜົນມິດຕະພາບລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັກຕະນາກ ນະຄອນຫຼວງວຽງຈັນ ຜູ້ທີ່ສົນໃຈສາມາດສອບຖາມໄດ້ທາງອີເມວ thammalangsysivixay@yaoo.com ຫຼື ວັອດແອັບ 020 9831 4959

ເລີ່ມຮັບສະໝັກລົງທະບຽນວັນທີ 3 ຕຸລາ 2019 ເປັນຕົ້ນໄປ.

ແຫຼ່ງຂໍ້ມູນ: ໜັງສືພີມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.