ຂໍຂອບໃຈນຳຜູ້ສະໜັບສະໜູນ

ເທດສະການກິນເຈ ເປັນຊ່ວງເວລາທີ່ຄົນຈໍານວນຫຼາຍພ້ອມໃຈກັນງົດກິນຊີ້ນສັດ ເຮັດໃຈໃຫ້ບໍລິສຸດ ແຕ່ວ່າ ນອກຈາກການກິນເຈແລ້ວ ການກິນມັງສະວິລັດກໍເປັນອີກທາງເລືອກໜຶ່ງ ສໍາລັບຜູ້ທີ່ຕ້ອງການງົດເວັ້ນຊີ້ນສັດໄດ້ເຊັ່ນກັນ.

ແຕ່ວ່າ ກິນເຈ ແລະ ກິນມັງສະວິລັດແຕກຕ່າງກັນແນວໃດ ກິນມັງສະວິລັດແທນກິນເຈໄດ້ຫຼືບໍ່ ມື້ນີ້ ອິນໄຊລາວ ມີຄໍາຕອບມາໃຫ້ທຸກຄົນໄດ້ຮູ້ນໍາກັນ

ການກິນອາຫານເຈ ຫຼື ການຖືສິນກິນຜັກ ແມ່ນເພື່ອໃຫ້ສາທຸຊົນຕັ້ງຈິດຕັ້ງໃຈ ໃນການລະເວັ້ນຊີ້ນສັດ, ຂອງຄາວ ແລະ ອາຫານທີ່ມີກີ່ນແຮງ ທີ່ສົ່ງຜົນໃຫ້ທາດຕ່າງໆ ໃນຮ່າງກາຍປັ່ນປວນ ເປັນຕົ້ນແມ່ນ ກະທຽມ,ຫົວຜັກບົວໃຫ່ຍ,ນົມ, ເນີຍ ແລະ ຜະລິດຕະພັນຈາກສັດທຸກຊະນິດ. ລວມໄປເຖິງການຮັກສາສິນ 8 ທັງກາຍ ວາຈາ ໃຈ ລະເວັ້ນຈາກການເອົາຊີວິດສັດ ມາບໍາລຸງຊີວິດຕົນ ແລະ ເວັ້ນຈາກການບຽດບຽນຊີວິດສັດ ຖືວ່າເປັນການເຮັດບຸນ ແລະ ຮັກສາສິນໄປພ້ອມກັນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແລ້ວການກິນມັງສະວິລັດ ແມ່ນຫຍັງລະ ?

ການກິນມັງສະວິລັດ ແມ່ນການເນັ້ນອາຫານທີ່ງົດເນື້ອສັດເຊັ່ນກັນ. ແຕ່ການກິນມັງສະວິລັດຈະມີຫຼາຍປະເພດເຊັ່ນ: ການກິນປະເພດທີ່ເຄັ່ງ ບໍ່ກິນເນື້ອສັດປະເພດໃດໆເລີຍ ລວມໄປເຖິງຜະລິດຕະພັນຈາກສັດ ເອີ້ນວ່າ ວິແກນ ເຊິ່ງລວມໄປເຖິງຜູ້ທີ່ຖືສິນກິນເຈ, ປະເພດທີ່ງົດເນື້ອສັດທຸກຊະນິດ ແຕ່ຍັງກິນໄຂ່ ແລະ ນົມ, ປະເພດເຄິ່ງມັງສະວິລັດ  ບໍ່ກິນສັດໃຫ່ຍ ແຕ່ກິນສັດປີກ ແລະ ນໍ້າ ລວມໄປເຖິງ ໄຂ່ ແລະ ນົມ

ແຕ່ບໍ່ວ່າຈະ ກິນມັງສະວິລັດ ຫຼື ກິນເຈ ຕ່າງກໍເປັນທາງເລືອກທີ່ດີທັງສອງ ພຽງແຕ່ເລືອກປະຕິບັດດ້ວຍໃຈ ແລະ ບໍ່ຝືນກິນໂດຍທີ່ບໍ່ພ້ອມ ເພາະສິ່ງທີ່ສໍາຄັນແມ່ນສຸຂະພາບ ເລື່ອງໂພສະນາການທີ່ເໝາະສົມສໍາລັບຮ່າງກາຍຈື່ງເປັນເລື່ອງທີ່ຄວນເອົາໃຈໃສ່ ເພື່ອຄຸນນະພາບຊິວີດທີ່ດີ.

ຂໍ້ມູນ: GED DOOD LIFE

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້