ປະຫວັດຄວາມເປັນມາ
ມວນມະນຸດໄດ້ດໍາເນີນການພັດທະນາຕົນເອງໃຫ້ມີຄວາມກ້າວຫນ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະ ນຸດໄດ້ມີການ ປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສໍາຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ສະນັ້ນຈື່ງຂໍຍົກບັນຫາມາຕັ້ງຂື້ນວ່າ: ຄົນແນວໃດຈື່ງເອີ້ນວ່າຄູ?
ຄໍາວ່າຄູ ແມ່ນຄໍາເວົ້າ ທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູຫມາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ:
ການສອນ ແລະການຮຽນ.
ສໍາລັບປະເທດລາວເຮົາ ເມື່ອເວົ້າເຖີງການສອນ-ການຮຽນຫຼືເວົ້າລວມແມ່ນການສຶກສາຖ້າຈະປຽບທຽບບາດ ກ້າວເລີ່ມຕົ້ນ ຂອງພວກເຮົາກັບການຂະຫຍາຍຕົວຂອງໂລກໃນເວລານັ້ນແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ.
ຕົວຢ່າງ:
ບັນດາປະເທດເອີລົບຕາເວັນຕົກເຊັ່ນ:ອັງກິດແລະຝັຣງໃນສະຕະວັດທີ່ XII(12) ປະຊາຊົນໄດ້ຫັນຈາກການກະສິກໍາກາຍມາຍຶດຖືອາຊີບ ການຄ້າ,ເກິດມີຕົວເມືອງການຄ້າແລະຕົວເມືອງອຸດສາຫະກໍາແລ້ວ.
ກົງກັນຂ້າມ ຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່ XIV(14) ເຈົ້າຟ້າງຸ່ມກະສັດອົງທໍາອິດຂອງລາວພຽງແຕ່ໄດ້ນໍາເອົາສາສະຫນາພຸດເຂົ້າມາເຜີຍແຜ່,ເຮັດໃຫ້ປະເທດເຮົາມີວັດວາອາ ຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທໍາອິດສໍາລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະຫນາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່ແລະເດັກນ້ອຍລາວ ສູງທີ່ສຸດ ແລະແກ່ຍາວມາເປັນເວລາຫຼາຍຮ້ອຍປີ ດັ່ງທີ່ສະແດງໃຫ້ເຫັນໃນເບື້ອງຕົ້ນແມ່ນພໍ່ແມ່ເປັນຄູເພື່ອສິດ ສອນລູກຂອງຕົນຢູ່ໃນຄອບຄົວ ໂດຍເອົາປະສົບການຂອງຕົນຢູ່ໃນວຽກງານປະຈໍາວັນ,ຂະນົບທໍານຽມຮີດຄອງປະເພນີຕາມຄວາມ ເຊືອຖືມາເປັນການສຶກສາລູກເພື່ອໃຫ້ຮູ້ຈັກອອກແຮງງານ,ກາຍເປັນຜູ້ສືບທອດທີ່ບໍລິສຸດຂອງພໍ່ແມ່ຕາມຄວາມເຊື່ອຖື.
ເປົ້າຫມາຍສູງໄປກວ່ານັ້ນແມ່ນສົ່ງລູກເຂົ້າໄປບວດ ຫຼື ເປັນສັງກະລີຢູວັດເພື່ອຮໍ່າຮຽນຂຽນອ່ານ,ຮຽນຮູ້ຫຼັກວິຊາແລະລິດ, ເດດມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະ ສົ່ງຄວາມຮູ້ເຊັ່ນ:
ຈະລິຍະທໍາ, ການວາດແຕ້ມ,ການປັນ, ການຄັວດ, ລະບາຍສີ, ຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄໍາສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ແລະ ລະດັບ ສໍາລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດມາເປັນການຕີ ເປັນລາຄາເຖີງລະດັບຄວາມຮູ້.
ພາຍຫຼັງພວກລ່າເມືອງຂື້ນຝັຣງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ ເອົາໃຈໃສ່ເຖີງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖີງປີ ຄ.ສ 1905 ທົ່ວ ປະເທດ ມີໂຮງຮຽນ ພຽງແຕ່ສອງ ແຫ່ງຄື:
ຫຼວງພະບາງ ແລະວຽງຈັນ, ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີຫນ້ອຍເຕັມທີ່. ໃນຈໍານວນດັ່ງກ່າວ ໄດ້ມີຄົນລາວຊື່ທ້າວຄໍາໄດ້ຮຽນຈົບຫ້ອງທີ່1(ປ.5).
– ປີ ຄ.ສ 1907 ທ້າວຄໍາໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າ ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສໍາເລັດ ມາເຖີງວັນທີ່ ໗(7) ຕຸລາ 1907 ທ້າວຄໍາເລີ່ມເປັນຄູສອນ, ຍ້ອນພວກລ່າເມືອງຂື້ນຝັຣງ ເຫັນອິດທິພົນຂອງພະສົງ ໃນວຽກງານການສຶກສາ ພວກເຂົາຈື່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນ ໃຫ້ກ້ວາງອອກກ່ວາເກົ່າ ດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂື້ນໃນປີ 1907 ທີ່ວັດຈັນ, ເຊິ່ງປະກອບມີພະສົງ 50 ກ່ວາອົງໄດ້ເຂົ້າຮຽນ.
ທ້າວຄໍາກໍ່ເປັນຄູສອນຢູ່ໂຮງຮຽນປະຖົມແຫ່ງນີ້.ຍ້ອນຈິດໃຈຮັກຊາດຂອງນາຍຄູຄໍາ, ໃນເວລາສິດສອນ ຢູ່ໂຮງຮຽນສ້າງຄູສົງນາຍຄູຄໍາໄດ້ເອົາໃຈໃສ່ສຶກສາໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເຊື່ອມ ເສຍເປັນຊາດຝັຣງ ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພີ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍອົງບໍ່ໄປເປັນຄູເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂື້ນຝັຣງ.
➢ ປີ ຄ.ສ 1913 ຄູຄໍາ ໄດ້ສອນຢູ່ ໂຮງຮຽນ ຕັບໂຟແລງ(ບີເອ ຕັບໂຟແລງ)ລວມມີຄຸລາວ 3 ຄົນ.
➢ ມາເຖີງກາງເດືອນພະຈິກປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວນໍາໂດຍນາຍຄູຄໍາໄດ້ລະເບິດຂື້ນ ຢູ່ວຽງຈັນ, ການຕໍ່ສູ້ໄດ້ດໍາເນີນໄປຢ່າງຮຸນແຮງ ຄູຄໍາໄດ້ຖຶກພວກຝຣັ່ງຈັບ ແລະນໍາຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະຫນື່ງ ນາຍຄູຄໍາໄດ້ໂຕນອອກຈາກຄຸກແລ້ວຂ້າມແມ່ນ້ໍາຂອງໄປອາໄສຢູ່ນໍາພີ່ນອ້ງທີ່ບາງກອກ(ປະເທດໄທ).
➢ ປີ ຄ.ສ 1949 ນາຍຄູຄໍາໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາລາມ(ປະເທດໄທ).
> ພາຍຫຼັງປະຊາຊົາລາວໄດ້ລຸກຮື້ຂື້ນຍຶດອໍານາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ.
➢ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃຫມ່ຂອງຈັກກະພັດພາຍນອກ ແລະຜູ້ຮຸກ ຮານໄດ້ຮັບໄຊຊະນະແລະສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ຮັບການສະຖາປານາຂື້ນໃນວັນທີ່ 2 ທັນວາ 1975
ກົງກັນຂ້າມ ຢູ່ປະເທດລາວຂອງພວກເຮົາ ໃນສະຕະວັດທີ່ XIV(14) ເຈົ້າຟ້າງຸ່ມກະສັດອົງທໍາອິດຂອງລາວພຽງແຕ່ໄດ້ນໍາເອົາສາສະຫນາພຸດເຂົ້າມາເຜີຍແຜ່,ເຮັດໃຫ້ປະເທດເຮົາມີວັດວາອາ ຣາມຊື່ງຖືວ່າເປັນໂຮງຮຽນແຫ່ງທໍາອິດສໍາລັບເດັກນ້ອຍລາວ, ອາດເວົ້າໄດ້ວ່າ ອິດທິພົນທາງສາສະຫນາໄດ້ສົ່ງຜົນສະທ້ອນເຖີງພໍ່ແມ່
ເຫດການປະຫວັດສາດດັ່ງກ່າວ ກໍ່ໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮ່ໍາຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູທີ່ມີນ້ໍາໃຈຮັກຫອມປະເທດຊາດ,ມີຄວາມຮູ້ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ,ຕາເວັນອອກ ແລະ ຈາກການຊຸບກໍ່ສ້າງຢູ່ພາຍໃນປະເທດຢ່າງພຽງພໍເຂົ້າເຈົ້າເຫຼົ່ານັ້ນໄດ້ນໍາເອົາ ຄວາມຮູ້ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູ ໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາເເຕ່ລະສະໄຫມ, ດັ່ງນັ້ນ,ເພື່ອເຮັດໃຫ້ຄວາມສໍານຶກເຖີງຄຸນງາມ ຄວາມດີຂອງຄູໃນສັງຄົມໄດ້ກາຍເປັນພຶດຕິກໍາໃນຕົວຈິງຈື່ງເຫັນມີຄວາມຈໍາເປັນຈະຕ້ອງກໍານົດໃຫ້ມີວັນຄູແຫ່ງຊາດລາວ.
ໂດຍກໍານົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງ ນາຍຄູຄໍາ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທໍາອິດ ແລະ ກໍານົດ ວັນທີ່ ໗(7) ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ.