ມະຫາວິທະຍາໄລເຄມບິດ ໄດ້ວິໄຈເອົາໄວ້:
ກ່ຽວກັບ ຊົນເຜົ່າຮັນຊາ ອາໄສຢູ່ແຖວປາຍພູເຂົາຫິມະໄລ ແຄວ້ນແຄດເມຍ ປະເທດປາກິດສະຖານ ເຊິ່ງປູກພືດຜັກກິນເອງ ເປັນຫຼັກ.
ບໍ່ໃສ່ປຸ໊ຍ ບໍ່ສີດຢາ ບໍ່ເຊົ່າບ່ອນຢູ່.
ເປັນພືດອໍການິກ ສົມບູນແບບ ເກັບສົດ ກິນສົດ.
ທຳມະຊາດເປັນແບບໃດ? ກໍແບບນັ້ນ ບໍ່ມີຕູ້ເຢັນ ເກັບຜັກແລະໝາກໄມ້ກິນທຸກໆເຊົ້າ.
ອາຍຸສະເລ່ຍ 100 ປີປາຍ ຍັງຍ່າງຂຶ້ນພູເຂົາເກັບຜັກມາກິນຢູ່ເປັນປະຈຳ.
ຊາວເຜົ່າຮັນຊາ ບໍ່ຕ້ອງມີໝໍ ແກ່ແລ້ວກໍຕາຍໄປແບບທຳມະຊາດ.
ອາລົມ ເກີດຈາກອາຊີບກະເສດ ສະບາຍໆ ຕອນເຊົ້າຍ່າງຂຶ້ນພູເຂົາ, ອອກກຳລັງກາຍ ອາລົມດີ ຮ້ອງລຳພຳເພງ
ເຮັດໃຫ້ເຫື່ອອອກ ລະບົບນ້ຳເຫຼືອງໝູນວຽນດີ ກະຕຸ້ນການເຮັດວຽກຂອງຫົວໃຈ ຫຼອດເລືອດ ກ້າມຊີ້ນ ຂໍ້ ເອັນ
ແລະອີກຊົນເຜົ່ານັ້ນ ແມ່ນຊົນເຜົ່າ ເອສກີໂມ ເຊິ່ງອາໄສຢູ່ໃນ ຂົ້ວໂລກເໜືອ ຫຼືອະລາດສະກາ.
ບໍ່ກີນພືດ ແລະບໍ່ມີພືດກິນ
ອາໄສຢູ່ໃນພູມອາກາດ -30 ອົງສາທັງປີ.
ພູມປະເທດເປັນນ້ຳກ້ອນໝົດ ບໍ່ມີພືດພັນ ຈະຢູ່ໄດ້ຕ້ອງກິນຊີ້ນສັດເທົ່ານັ້ນ.
ໂດຍສະເພາະແມ່ນ ຊີ້ນສັດໃຫຍ່ ພວກກວາງ, ແມວນ້ຳ, ສັດລ້ຽງລູກດ້ວຍນົມ…
ອາຍຸສະເລ່ຍ ແມ່ນ 27 ປີເຄິ່ງ ເປັນຊົນເຜົ່າທີ່ອາຍຸສັ້ນທີ່ສຸດໃນໂລກ.
ອາຫານ ແມ່ນກິນຊີ້ນເປັນຫຼັກ.
ອາລົມທີ່ເກີດຈກາອາຊີບ ແມ່ນລ່າສັດ ກົດດັນ, ຄຽດ ລ່າສັດບໍ່ໄດ້ອົດຕາຍ ແລະຢ້ານສັດໃຫຍ່ມາທຳຮ້າຍ.
ອອກກຳລັງກາຍເດືອນລະເທື່ອ ຕອນລ່າສັດ.
ອາຫານກິນຢ່າງດຽວເປັນເດືອນ.
ສຸດທ້າຍນີ້, ຢາກບອກວ່າ ພວກເຮົາຈະເລືອກຊີວິດເປັນແບບໃດ? ລະຫວ່າງ 2 ຊົນເຜົ່ານີ້.
ແຫຼ່ງຂໍ້ມູນ: นพ.บุญชัย อิศราพิสิษฐ์