ຂໍຂອບໃຈນຳຜູ້ສະໜັບສະໜູນ

“ເຂົ້າປຽກເສັ້ນ” ເປັນອາຫານທີ່ຄົນລາວຮູ້ຈັກດີ ແລະ ນິຍົມກິນເປັນປະຈໍາຢູ່ແລ້ວ ຫຼືເອີ້ນໄດ້ວ່າກິນໄດ້ທຸກຄາບເລີຍ. ເພາະເປັນອາຫານທີ່ກິນງ່າຍ ເໝາະສໍາລັບເວລາຮີບດ່ວນ. ເຂົ້າປຽກຈະມີຫຼາຍປະເພດ ເຊັ່ນ: ເຂົ້າປຽກເສັ້ນນ້ອຍ, ເຂົ້າປຽກເສັ້ນໃຫ່ຍ, ໃສ່ຊີ້ນສົດ ຕີນຈ໋ອກ ໝູກອບ ຫຼື ໄກ່ ແມ່ນຂຶ້ນກັບຜູ້ມັກ.​ ທຸກມື້ນີ້ກໍມີຮ້ານເຂົ້າປຽກຫຼາຍໆຮ້ານ ແລະ ແຕ່ລະຮ້ານກໍມີເອກະລັກ ຫຼື ຈຸດຂາຍຂອງໃຜຂອງລາວ.​ ມື້ນີ້ອິນໄຊລາວຈະພາໄປຮູ້ຈັກກັບຮ້ານເຂົ້າປຽກ ທີ່ມີຈຸດເດັ່ນທີ່ເສັ້ນຍັກ ຫຼື ເສັ້ນໃຫ່ຍ ທີ່ເຈົ້າຂອງຮ້ານບອກວ່າເຮັດສົດໆໃໝ່ໆທຸກມື້ ແລະ ບໍ່ພຽງເທົ່ານັ້ນ ເພາະຍັງມີໝາກເຜັດຂຽບໝູ ທີ່ເປັນຈຸດເດັ່ນອີກຢ່າງໜື່ງ.​

ທ່ານ ນາງ ເກສອນ ໄຊຍະວົງ ເຈົ້າຂອງຮ້ານເຂົ້າປຽກທາດຫຼວງ ໄດ້ບອກກັບທີມງານເຮົາວ່າ: ຮ້ານເຂົ້າປຽກຂອງພວກເຮົາແມ່ນເລີ່ມເປີດມາແຕ່ປີ 2015.​ ໂດຍພວກເຮົາຈະເຮັດເສັ້ນເຂົ້າປຽກເອງທຸກມື້ ມື້ລະ 100-120 ກິໂລ. ນອກຈາກນີ້ໝາກເຜັດເຮົາແມ່ນຈະປະສົມຂຽບໝູພ້ອມ ວັດຖຸດິບແມ່ນເຮົາຈະເນັ້ນສົດ ໃໝ່ທຸກມື້

ທ່ານຍັງໄດ້ກ່າວຕື່ມອີກວ່າ: ສໍາລັບຊີ້ນໝູ ແມ່ນເຮົາຈະເລືອກໃຊ້ຊີ້ນຢູ່ສາມສ່ວນຄື: ທໍາອິດແມ່ນເອົາຂາຕັ້ງຕົ້ມນໍ້າຊຸບ, ຫຼັງຈາກນັ້ນແມ່ນຕີນຈ໋ອກ,​ ສຸດທ້າຍແມ່ນຊີ້ນຂາໂຕຍ ແລະ ອີກເຄັດລັບຂອງຮ້ານເຮົາ ແມ່ນເຮົາຈະຕົ້ມດ້ວຍເຕົາຖ່ານ ເພາະວ່າເຕົາຖ່ານຈະເຮັດໃຫ້ຄວາມຮ້ອນຢູ່ໄດ້ຕະຫລອດມື້. ລູກຄ້າທີ່ມາກິນກໍຈະໄດ້ກິນເຂົ້າປຽກເສັ້ນໃຫ່ຍແບບຮ້ອນໆຕະຫຼອດເຊົ້າຮອດຄໍ່າ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກເສັ້ນເຂົ້າປຽກ ແລະ ໝາກເຜັດຂຽບໝູແລ້ວ. ເລື່ອງຂອງຣົດຊາດແມ່ນມີເອກະລັກສະເພາະໂຕ ແຖມລາຄາບໍ່ແພງອີກດ້ວຍ.​ ຖ້າໃຜທີ່ຍັງບໍ່ເຄີຍໄປ ແອັດມິນແນະນໍາໃຫ້ໄປລອງກິນເບິ່ງເດີ້  ຮ້ານຂອງເພີ່ນຕັ້ງຢູ່ ບ້ານຮ່ອງແກ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນເປີດຕັ້ງແຕ່ 6 ໂມງເຊົ້າ ຫາ 5 ໂມງແລງ

Hits: 37

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້