ຂໍຂອບໃຈນຳຜູ້ສະໜັບສະໜູນ

ແຈ້ງເລື່ອງ: ຢຸດເຊົາການສົ່ງສຳນວນເອກະສານແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ພາຍຫຼັງອອກທະບຽນວິສາຫະກິດແລ້ວ ໃຫ້ພາກສ່ວນສ່ວຍສາອາກອນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ກະຊວງອຸດສາຫະກໍາ ແລະ ການຄ້າ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

ເລກທີ 1353/ກທຄວ.ອຄ

ນະຄອນຫລວງວຽງຈັນ,ວັນທີ 03 ຕຸລາ 2019 ເຖິງ:

ເຈົ້າຫນ້າທີ່ທະບຽນວິສາຫະກິດ, (ພະແນກ, ຫ້ອງການອຸດສາຫະກໍາ ແລະ ການຄ້າຂັ້ນທ້ອງຖິ່ນ) ເລື່ອງ: ຢຸດເຊົາການສົ່ງຊຸດສໍານວນເອກະສານແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ພາຍຫລັງອອກທະບຽນວິສາຫະກິດແລ້ວໃຫ້ພາກສ່ວນສວຍສາອາກອນ;

– ອີງຕາມບົດບັນທຶກກອງປະຊຸມລະຫວ່າງກົມສວຍສາອາກອນ ແລະ ກົມທະບຽນ ແລະຄຸ້ມຄອງວິສາຫະກິດສະບັບລົງວັນທີ 04 ກັນຍາ 2019;

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍແຈ້ງມາຍັງທ່ານເພື່ອຊາບ ວ່າ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ກົມສ່ວຍສາອາກອນ ໄດ້ເຊື່ອມຕໍ່ ແລະ ສົ່ງຂໍ້ມູນທາງເອເລັກໂທນິກ ປະຈຸບັນທັງສອງພາກສ່ວນແມ່ນສາມາດເຊື່ອມຂໍ້ມູນຫາກັນໄດ້ແລ້ວ;

ສະນັ້ນເພື່ອ ເປັນການຫລຸດຜ່ອນຫນ້າວຽກ ແລະ ຫລຸດຜ່ອນຄ່າສິ້ນເປືອງ ໃນການສົ່ງຊຸດສໍານວນເອກະສານ ແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດພາຍ ຫລັງອອກທະບຽນວິສາຫະກິດແລ້ວ ໃຫ້ພາກສ່ວນສວຍສາອາກອນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດແຈ້ງມາຍັງ ທ່ານເພື່ອຊາບ ແລະ ປະຕິບັດດັ່ງນີ້:

1. ການຮັບເອກະສານຄໍາຮ້ອງແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດແມ່ນໃຫ້ຜູ້ລົງທຶນປະກອບມາ ສອງຊຸດ ( ແຕ່ຖ້າຕ້ອງໄດ້ສົ່ງກວດປະຫວັດຂອງຜູ້ລົງທຶນຕ່າງປະເທດນໍ້າຂະແຫນງ ປກສ ຈຶ່ງແນະນໍາໃຫ້ຜູ້ລົງທຶນ ປະກອບມາສາມຊຸດ );

2. ການພິມຫະບຽນວິສາຫະກິດແມ່ນໃຫ້ພິມສອງໃບ , ໃບຫນຶ່ງມອບໃຫ້ຜູ້ລົງທຶນ ,ໃບຫນຶ່ງສໍາເນົາໄວ້ນໍາເຈົ້າຫນ້າທີ່ ທະບຽນວິສາຫະກິດ;

3. ບໍ່ໃຫ້ສົ່ງຊຸດສໍານວນເອກະສານແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ພາຍຫລັງອອກທະບຽນວິ ສາຫະກິດແລ້ວໃຫ້ພາກສ່ວນສວຍສາອາກອນອີກ ມີແຕ່ສະຫລຸບສະຖິຕິຫົວຫນ່ວຍວິສາຫະກິດທີ່ໄດ້ແຈ້ງຂຶ້ນໃຫມ່ ແລະ ປ່ຽນແປງເນື້ອໃນໃຫ້ໃນທຸກໆທ້າຍເດືອນ , ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ ນັບແຕ່ວັນທີ 1 ຕຸລາ 2019 ເປັນຕົ້ນໄປ.

– ຫົວຫນ້າກົມ

ແຫຼ່ງຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

Hits: 33

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້