ຂໍຂອບໃຈນຳຜູ້ສະໜັບສະໜູນ

ພະຍາດເບົາຫວານ ແມ່ນພະຍາດທີ່ເກີດຈາກຄວາມຜິດປົກກະຕິ ຂອງການເຜົາຜານສານອາຫານ ເຊິ່ງເປັນຜົນຈາກຄວາມຜິດປົກກະຕິຂອງການຫຼັງອິນຊູລິນ ເຮັດໃຫ້ມີພາວະນໍ້າຕານໃນເລືອດສູງຊໍ້າເຮືອ ເກີດການຊຸດໂຊມຂອງອະໄວຍະວະຕ່າງໆໃນໄລຍະຍາວ ເປັນຕົ້ນແມ່ນ: ຕາ, ໝາກໄຂ່ຫຼັງ, ຫົວໃຈ, ລະບົບປະສາດ, ຫຼອດເລືອດ

ເບົາຫວານທີ່ພົບເລື້ອຍໆ ມີສອງຊະນິດ:

  • ເບົາຫວານຊະນິດທີ່ຕ້ອງເພິ່ງຮໍໂມນອິນຊູລິນ ເກີດຈາກຈຸລັງສ້າງອິນຊູລິນ ໃນມ້າມຖືກທໍາຮ້າຍໂດຍບໍ່ຮູ້ສາເຫດ ເຮັດໃຫ້ສ້າງອິນຊູລິນໄດ້ໜ້ອຍ ຫຼື ບໍ່ໄດ້ເລີຍມັກພົບເຫັນນໍາເດັກຫຼາຍກວ່າຜູ້ໃຫ່ຍ.
  • ເບົາຫວານຊະນິດທີ່ບໍ່ຕ້ອງເພິ່ງຮໍໂມນອິນຊູລິນ ມ້າມຜະລິດອິນຊູລິນໄດ້ບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ແລະ ມີພາວະດື້ອິນຊູລິນ. ພົບເຫັນຫຼາຍກວ່າຊະນິດທີ່ໜື່ງ ສ່ວນຫຼາຍພົບເຫັນນໍາຜູ້ໃຫ່ຍ ຄົນຕຸ້ຍ ແລະ ຜູ້ທີ່ມີອາຍຸຫຼາຍກວ່າ 40 ປີຂຶ້ນໄປ

ຜູ້ທີ່ມີຄວາມສ່ຽງຕໍ່ພະຍາດເບົາຫວານ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ກໍາມະພັນ
  • ຄວາມຕຸ້ຍ ກິນອາຫານຣົດຫວານຫຼາຍ ຈົນພາໃຫ້ຕຸ້ຍ
  • ມີອາຍຸຫຼາຍຂຶ້ນ
  • ກວດພົບນໍ້າຕານໃນເລືອດສູງ
  • ມີປະຫວັດໄຂມັນໃນເລືອດຜິດປົກກະຕິ

ພະຍາດແຊກຊ້ອນຂອງພະຍາດເບົາຫວານ:

  • ພະຍາດແຊກຊ້ອນທີ່ເກີດຂຶ້ນກັບຫຼອດເລືອດຂະໜາດນ້ອຍ ເປັນຕົ້ນແມ່ນ: ພະຍາດໝາກໄຂ່ຫຼັງຊຸດໂຊມ, ພະຍາດຕາເຊື່ອມ, ລະບົບປະສານເຊື່ອມ
  • ພະຍາດແຊກຊ້ອນທີ່ເກີດຂຶ້ນກັບຫຼອດເລືອດຂະໜາດໃຫ່ຍ ເປັນຕົ້ນແມ່ນ: ພະຍາດຫຼອດເລືອດແຂງ, ພະຍາດຫຼອດເລືອດສະໝອງ, ພະຍາດກ້າມຊີ້ນຫົວໃຈຂາດເລືອດ ພະຍາດຫຼອດເລືອດແດງສ່ວນປາຍອຸດຕັນ.

ວິທີປ້ອງກັນ:

  • ອອກກຳລັງກາຍເປັນປະຈໍາ ຈະເຮັດໃຫ້ລະດັບແປ້ງ ແລະ ນໍ້າຕານໃນກ້າມຊີ້ນຫຼຸດລົງ
  • ລະວັງຢ່າໃຫ້ນໍ້າໜັກເກີນ
  • ລະວັງຢ່າໃຫ້ມີໄຂມັນໜ້າທ້ອງໜາ ເສັ້ນຮອບແອວຜູ້ຊາຍບໍ່ຄວນເກີນ 90 ຊັງຕີແມັດ ແລະ ຜູ້ຍີງ 80 ຊັງຕີແມັດ
  • ບໍ່ດື່ມເຫຼົ້າ ບໍ່ສູບຢາ ກິນກາເຟໃນປະລິມານທີ່ເໝາະສົມ
  • ກິນອາຫານໃຫ້ຄົບ 5 ໝູ່
  • ກວດລະດັບນໍ້າຕານໃນເລຶອດ ແລະ ໃນປັດສະວະ

ຜູ້ທີ່ເປັນພະຍາດເບົາຫວານຄວນຄວບຄຸມອາຫານດັ່ງນີ້:

  • ຫຼີກເວັ້ນອາຫານທີ່ມີຣົດຫວານເຊັ່ນ: ເຂົ້າໜົມຫວານ ນໍ້າເຜີ້ງ ນໍ້າອັດລົມ ແລະ ອື່ນໆ
  • ງົດຈໍາພວກກະທີໝາກພ້າວ
  • ງົດເຫຼົ້າ ເບຍ ຢາສູບ ກາເຟ
  • ງົດອາຫານທີ່ມີຄໍແລັດຕໍຣໍສູງ ປະເພດອາຫານທະເລ ເຄື່ອງໃນສັດ ໜັງໄກ່ ໝູສາມຊັ້ນ
  • ກິນອາຫານທີ່ມີແປ້ງ ແລະ ຊີ້ນຢ່າງຈໍາກັດ
  • ກິນອາຫານທີ່ມີກາກໃຍສູງ ເຊັ່ນ ຜັກໃບຂຽວ ໝາກສີດາ ໝາກສາລີ ແລະ ອື່ນໆ

ພ້ອມກັນນີ້ຍັງຄວນອອກກຳລັງກາຍຢ່າງໜ້ອຍ 30 ນາທີ ອາທິດລະ 3 ຄັ້ງ ແລະ ບໍ່ຄວນຫັກໂຫມ ພັກຜ່ອນໃຫ້ພຽງພໍ 8-10 ຊົ່ວໂມງ/ມື້  ຫຼີກລ່ຽງອາລົມຄຽດ,​ ຝຶກນັ່ງສະມະທິ

ຂໍ້ມູນ: APA.COM

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້