ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັດນາກໃຫ່ຍ ເປັນວັດເກົ່າແກ່ ແລະ ເລື່ອງລືມາແຕ່ບູຮານນະການ ເຊິ່ງເປັນປູຊະນີຍະສະຖານ ອັນສັກສິດ. ເພາະນະທີ່ນີ້ ມີຮູພະຍານາກ ຢູ່ໃຈກາງຂອງວັດ. ວັດແຫ່ງນີ້ຖືກສ້າງຂຶ້ນມາແຕ່ສະໄໝໃດແມ່ນບໍ່ມີຂໍ້ມູນທີ່ຊັດເຈນ ຮູ້ພຽງແຕ່ວ່າເປັນວັດທີ່ຕິດພັນກັບປະຫວັດສາດເມືອງວຽງຈັນ ແຕ່ບູຮານ.

ພຣະອາຈານ ບຸນຍາດ ເຈົ້າອະທິການວັດນາກໃຫ່ຍ ໄດ້ເລົ່າໃຫ້ທີມງານອິນໄຊລາວຟັງວ່າ: ມີການບ່ອກເລົ່າກັນມາວ່າ  ຢູ່ໃຈກາງຂອງວັດຈະສັງເກດເຫັນໂພນໃຫ່ຍ ທີ່ຄ້າຍຄືກັບອູບມຸງ ທີ່ບັນຈຸສິ່ງສັກສິດອັນໃດອັນໜື່ງໄວ້ທາງໃນນັ້ນ. ອີງຕາມຕໍາລາອຸລັງຄະທາດ ແລະ ໜັງສືໃບລານ ໄດ້ຂຽນໄວ້ວ່າ:​ ພະທາດຢູ່ໃຈກາງວັດນັ້ນເປັນຫຼັກຂອງປະເທດລ້ານຊ້າງ.​ ນອກຈາກນັ້ນຍັງມີເລື່ອງເລົ່າສືບຕໍ່ກັນມາອີກວ່າ: ຍັງມີລຸງຈັນ ໄປໃສ່ໄຊຖືກລູກພະຍານາກ ພໍຕົກຄໍ່າມາ ພໍ່ຂອງພະຍານາກແປງໂຕເປັນຄົນຮົ່ມຂາວ ແລ້ວມາລົມກັບລຸງຈັນວ່າ ເຈົ້າປ່ອຍລູກຂ້ອຍ ຂ້ອຍຈະຊ່ວຍເຈົ້າທຸກຢ່າງ,  ລຸງຈັນເຫັນວ່າ ຮົ່ມຜ້າຂາວນັ້ນ ຄົງຈະເປັນຜູ້ມີສິນທໍາ ຈຶ່ງປ່ອຍລູກຂອງພະຍານາກໄປ.

ຫຼາຍປີຕໍ່ມາຝົນບໍ່ຕົກຕາມລະດູການ ລຸງຈັນກໍຕີກອງສັນຍານໃຫ້ນາກຂຶ້ນມາຊ່ວຍ ຫຼື ປີໃດມີນໍ້າຖ້ວມລຸງຈັນກໍຕີກອງສັນຍານຂຶ້ນມາຊ່ວຍເຊັ່ນກັນ. ຈົນບ້ານເມືອງຂອງລຸງຈັນຈະເລີນຮຸ່ງເຮື່ອງ ແຕ່ບັງເອີນມີນາກຈໍານວນໜື່ງຂຶ້ນມາທໍາຮ້າຍຜູ້ຄົນ ລຸງຈັນຈື່ງຮ້ອງຂໍໃຫ້ພະຍານາກຜູ້ປົກຄອງເມືອງ ໃຫ້ອັດຮູຂອງພະຍານາກໄວ້. ຈຶ່ງກາຍເປັນພະທາດຢູ່ກາງວັດນາກໃຫ່ຍ ແລະ ເອີ້ນວ່າພະທາດອັດຮູ ພະຍານາກ ຈົນຮອດປະຈຸບັນນີ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ວັດນາກໃຫ່ຍ ຕັ້ງຢູ່ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

Hits: 37

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້